spot_img
Homeຂ່າວພາຍ​ໃນຂະບວນນັກຮຽນລາວ 125 ຄົນ ເດີນທາງເຖິງ ສປ ຈີນແລ້ວ

ຂະບວນນັກຮຽນລາວ 125 ຄົນ ເດີນທາງເຖິງ ສປ ຈີນແລ້ວ

Published on

ຂະບວນນັກຮຽນລາວ ພ້ອມດ້ວຍຄະນະຮັບຜິດຊອບ ທັງໝົດ 125 ຄົນ ນໍາໂດຍທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ໂຈ່ວຈື້ເຟິ່ນ ເລຂາທິການສະຫະພັນເພື່ອການກຸສົນຂອງຈີນ ພ້ອມດ້ວຍບັນດາຄະນະກົມ, ຫົວໜ້າພະແນກ, ຄູນໍາພາ ແລະ ວິຊາການທີ່ກ່ຽວຂ້ອງ, ໄດ້ເດີນທາງໄປເຖິງເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານ ຈີນ ໃນວັນທີ 23 ພຶດສະພາ 2023 ດ້ວຍຂະບວນລົດໄຟຄວາມໄວສູງ ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ທັດສະນະສຶກສາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຮອງປະທານສະພາປະຊາຊົນກິ່ງແຂວງສິບສອງພັ່ນນາ ພ້ອມດ້ວຍນ້ອງຄູອາຈານ ນັກຮຽນ ແລະ ຄະນະຮັບຜິດຊອບຝ່າຍຈີນ.

ໃນຂະນະທີ່ເດີນທາງເທິງລົດໄຟ ກໍໄດ້ສ້າງກິດຈະກຳຫຼາຍຢ່າງໃຫ້ແກ່ນັດຮຽນ ເປັນຕົ້ນແມ່ນຮ້ອງເພງ, ແຕ້ມຮູບ, ຂຽນຄວາມຝັນຂອງຕົນເອງ ແລະ ກິດຈະກໍາອື່ນໆ. ນອກຈາກນີ້ ຄະນະຮັບຜິດຊອບລົດໄຟຈີນ-ລາວ ຍັງໄດ້ມອບກະເປົາ, ເສື້ອຍືດ ແລະ ອາຫານເບົາ ໃຫ້ແກ່ຂະບວນເດີນທາງໃນຄັ້ງນີ້.

ສໍາລັບເຍົາວະຊົນລາວທີ່ເຂົ້າຮ່ວມເດີນທາງໃນຄັ້ງນີ້ແມ່ນນັກຮຽນເກັ່ງຊັ້ນປະຖົມປີທີ 5 ຊຶ່ງໄດ້ຜ່ານການຄັດເລືອກຈາກທົ່ວປະເທດ ໂດຍໃຫ້ບຸລິມະສິດ ແຂວງລະ 3 ຄົນ ໃນ 3 ວິຊາ ຄື: ເກັ່ງວິຊາພາສາລາວ-ວັນນະຄະດີ, ເກັ່ງວິຊາຄະນິດສາດ ແລະ ເກັ່ງວິຊາໂລກອ້ອມຕົວ. ນອກຈາກນັ້ນ ຍັງໄດ້ຄັດເລືອກນັກຮຽນພອນສະຫວັນດີເດັ່ນ ແລະ ຜູ້ມີເງື່ອນໄຂຈາກໂຮງຮຽນປະຖົມແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນພາຍໃນນະຄອນຫຼວງວຽງຈັນອີກຈຳນວນໜຶ່ງ.

ການສະເຫຼີມສະຫຼອງວັນເດັກນ້ອຍສາກົນລະຫວ່າງນັກຮຽນລາວ ແລະ ນັກຮຽນຈີນໃນຄັ້ງນີ້ແມ່ນກິດຈະກໍາຮ່ວມລະຫວ່າງສະຫະພັນເພື່ອການກຸສົນຂອງຈີນ ແລະ ກະຊວງສຶກສາທິການ ແລະ ກິລາຂອງລາວ ເພື່ອຮັດແໜ້ນສາຍພົວພັນທາງການທູດ ແລະ ການຮ່ວມມືຂອງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດຈີນ-ລາວ ພາຍໃຕ້ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ພ້ອມທັງເປັນການສົ່ງເສີມເຍົາວະຊົນລາວ ໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີ ໃນການພັດທະນາຊັບພະຍາກອນມະນຸດ ຂອງຈີນຕື່ມອີກ.

ແຫຼງ່ຂ່າວ: CRI

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...