ກູບາ ຕ້ອນຮັບຖ້ຽວບິນການຄ້າ ຖ້ຽວທຳອິດຈາກອາເມຣິກາ ຫລັງຈາກຢຸດສະງັກກວ່າ 50 ປີ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ກັນຍາຜ່ານມານີ້ວ່າ ການຮ່ວມມືດ້ານການບິນລະຫວ່າງ ກູບາ ແລະ ອາເມຣິກາ ໄດ້ກ້າວເຂົ້າສູ່ໃບໜ້າໃໝ່ ຫລັງຈາກຖ້ຽວບິນທຳອິດຂອງອາເມຣິກາ ໂດຍບໍລິສັດ ສາຍການບິນ ເຈັດບລູ (JetBlue) ໄດ້ນຳເອົາຜູ້ໂດຍສານ 150 ຄົນ ເດີນທາງອອກຈາກ ສະໜາມບິນ Fort Lauderdala ລັດ Floria ຂອງສະຫະລັດອາເມຣິກາ ເດີນທາງໃຊ້ເວລາ 1 ຊົ່ວໂມງ ແລະ ໄດ້ລົງຈອດຢູ່ສະໜາມບິນ ນະຄອນຊານຕາ ຄລາລາ ທາງພາກກາງຂອງກູບາ ໃນຕອນຄ່ຳວັນທີ 31 ສິງຫາ 2016 ຜ່ານມານີ້ ຊຶ່ງເປັນຖ້ຽວບິນຄັ້ງປະຫວັດສາດ ພາຍຫລັງໄລຍະເວລາ 50 ກວ່າປີ ທີ່ບັນດາຖ້ຽວບິນການຄ້າຕ່າງໆ ລະຫວ່າງສອງປະເທດ ຖືກຢຸດສະງັກ.

ທ່ານ ມາຕີ ຈອດ ຮອງຜູ້ອຳນວຍການຝ່າຍບໍລິຫານ ສາຍການບິນ JetBlue ໄດ້ກ່າວວ່າ ເຫດການນີ້ ໄດ້ເປີດສັງກາດໃໝ່ສຳລັບຂະແໜງການບິນກູບາ ເນື່ອງຈາກຜູ້ໂດຍສານ ຈະໄດ້ຮັບການບໍລິການ ທີ່ມີລາຄາຖືກ ແລະ ມີຄຸນນະພາບຂຶ້ນກວ່າເກົ່າ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!