Homeຂ່າວຕ່າງປະເທດແຜ່ນດິນໄຫວ 7.1 ຢູ່ນິວຊີແລນ ເກີດຄື້ນສຶນາມິຂະໜາດນ້ອຍ ໂຊກດີບໍ່ມີໃຜບາດເຈັບ ຫລື ເສຍຊີວິດ!

ແຜ່ນດິນໄຫວ 7.1 ຢູ່ນິວຊີແລນ ເກີດຄື້ນສຶນາມິຂະໜາດນ້ອຍ ໂຊກດີບໍ່ມີໃຜບາດເຈັບ ຫລື ເສຍຊີວິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ກັນຍານີ້ວ່າ ໃນເວລາ 04:37 ໂມງ ຕາມເວລາທ້ອງຖິ່ນ ຂອງວັນທີ 2 ກັນຍາ 2016 ນີ້ ຊຶ່ງກົງກັບເວລາ 23:37 ໂມງຂອງຄືນວັນທີ 1 ກັນຍາຜ່ານມາ ຕາມເວລາໃນປະເທດລາວ ໄດ້ເກີດແຜ່ນດິນໄຫວຮຸນແຮງ ຂະໜາດ 7.1 ຣິກເຕີ້ ໃນຄວາມເລິກປະມານ 30 ກິໂລແມັດ ມີສູນກາງຫ່າງຈາກຊາຍຝັ່ງ ເມືອງກິສບອນ ປະເທດນິວຊີແລນ ໄປທາງຕາເວັນອອກສຽງເໜືອ ປະມານ 169 ກິໂລແມັດ ເຮັດໃຫ້ປະຊາຊົນພາກັນອົບພະຍົບຂຶ້ນສູ່ເຂດທີ່ສູງ ເນື່ອງຈາກຢ້ານເກີດຄື້ນຍັກສຶນາມິ ພັດເຂົ້າຖະຫລົ່ມຊາຍຝັ່ງ.  ແນວໃດກໍຕາມ ຫລັງຈາກຜ່ານໄປປະມານ 3 ຊົ່ວໂມງ ເຈົ້າໜ້າທີ່ກໍໄດ້ແນະນຳໃຫ້ ປະຊາຊົນກັບຄືນເຮືອນຊານໄດ້ຄືເກົ່າ ເນື່ອງຈາກກວດສອບແລ້ວ ຄື້ນສຶນາມິມີຄວາມສູງພຽງແຕ່ 30 ຊັງຕີແມັດເທົ່ານັ້ນ ຊຶ່ງໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ຫລື ເສຍຊີວິດ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...