Homeຂ່າວຕ່າງປະເທດຈີນເຜີຍກົດເຫລັກ 20 ຂໍ້ ຫ້າມສະມາຊິກພັກ ຈັດ ຫລື ເຂົ້າຮ່ວມງານລ້ຽງຫລູຫລາ ຕ້ານການສໍ້ລາດບັງຫລວງ!

ຈີນເຜີຍກົດເຫລັກ 20 ຂໍ້ ຫ້າມສະມາຊິກພັກ ຈັດ ຫລື ເຂົ້າຮ່ວມງານລ້ຽງຫລູຫລາ ຕ້ານການສໍ້ລາດບັງຫລວງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ສິງຫາຜ່ານມານີ້ວ່າ ໜັງສືພິມພີເພີລໄດລີ ກະບອກສຽງເອກຂອງ ພັກກອມມູນິດຈີນ ໄດ້ລາຍງານຜ່ານສື່ອອນລາຍ ເມື່ອວັນທີ 28 ສິງຫາ 2016 ຜ່ານມານີ້ ກ່ຽວກັບການປາບປາມການສໍ້ລາດບັງຫລວງຢູ່ແຂວງຊານຕົງ ໄດ້ມີການລົງວິໄນແກ່ສະມາຊິກພັກຢູ່ແຂວງດັ່ງກ່າວ ຈຳນວນ 2,725 ຄົນ ເນື່ອງຈາກລະເມີດກົດລະບຽບຂອງພັກ ຊຶ່ງໃນນັ້ນ ຈຳນວນ 212 ກໍລະນີ ໄດ້ມີການດຳເນີນຄະດີ ຍ້ອນການນຳໃຊ້ງົບປະມານລັດ ເພື່ອຮັບປະທານອາຫານ ເປັນການສ່ວນຕົວ.

ພ້ອມກັນນັ້ນ, ລາຍງານດັ່ງກ່າວນີ້ ຍັງໄດ້ເຜີຍກົດລະບຽບ 20 ຂໍ້ ວ່າດ້ວຍການເຂົ້າຮ່ວມງານລ້ຽງ ຂອງສະມາຊິກພັກກອມມູນິດຈີນ ດັ່ງຕໍ່ໄປນີ້:

  1. ຫ້າມສະມາຊິກພັກເຂົ້າຮ່ວມງານລ້ຽງຫລູຫລາ;
  2. ຫ້າມຈັດງານລ້ຽງທີ່ບໍ່ກ່ຽວຂ້ອງກັບການປະຕິບັດໜ້າທີ່;
  3. ຫ້າມໃຊ້ເງິນສ່ວນລວມ ໃນການຈັດງານລ້ຽງ ເພື່ອຕ້ອນຮັບເຈົ້າໜ້າທີ່ລັດ ຈາກໜ່ວຍງານອື່ນ ທີ່ຢູ່ພາຍໃນເມືອງ ຫລື ແຂວງດຽວກັນ;
  4. ຫ້າມຂໍໃຫ້ການຈັດຕັ້ງຂັ້ນລຸ່ມ ຈັດງານລ້ຽງຕ້ອນຮັບໃຫ້ແກ່ຕົນເອງ;
  5. ຫ້າມເຂົ້າຮ່ວມງານລ້ຽງໃນເມືອງອື່ນ ໂດຍບໍ່ກ່ຽວຂ້ອງກັບການປະຕິບັດໜ້າທີ່;
  6. ຫ້າມເຂົ້າຮ່ວມງານລ້ຽງພິທີຕ້ອນຮັບ ທີ່ຈັດຂຶ້ນໂດຍຮາກຖານບ້ານ;
  7. ຫ້າມເຂົ້າຮ່ວມງານລ້ຽງ ທີ່ຈັດຂຶ້ນໂດຍບໍລິສັດເອກະຊົນ ເວັ້ນແຕ່ໃນກໍລະນີຈຳເປັນ ທີ່ສະມາຊິກພັກຜູ້ນັ້ນ ຈະຕ້ອງຈ່າຍຄ່າອາຫານດ້ວຍຕົນເອງ;
  8. ຫ້າມຂໍໃຫ້ບໍລິສັດເອກະຊົນ ຈ່າຍຄ່າອາຫານໃຫ້ແກ່ຕົນເອງ;
  9. ຫ້າມຈ່າຍເງິນຄ່າອາຫານ ໃຫ້ແກ່ເຈົ້າໜ້າທີ່ລັດອື່ນໆ ໃນຂະນະອອກປະຕິບັດໜ້າທີ່ ນອກສະຖານທີ່;
  10. ຫ້າມໃຊ້ເງິນສ່ວນລວມ ຈ່າຍຄ່າອາຫານເພື່ອສັງສັນ ໃນເວລາຂ້ອນເດິກ;
  11. ຕ້ອງປະຕິເສດຄຳເຊື້ອເຊີນ ໃຫ້ເຂົ້າຮ່ວມງານລ້ຽງ ທີ່ຈັດຂຶ້ນໂດຍບຸກຄົນ ຊຶ່ງອາດມີຜົນປະໂຫຍດທັບຊ້ອນ ແລະ ຈົ່ງມີສະຕິເຖິງຈຸດມຸ່ງໝາຍ ໃນການຈັດງານລ້ຽງດັ່ງກ່າວ ໄວ້ສະເໝີ;
  12. ຫ້າມເຂົ້າຮ່ວມງານລ້ຽງ ທີ່ອາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່;
  13. ຫ້າມໃຊ້ເງິນສ່ວນລວມ ໃນການຈັດງານລ້ຽງຮັບຮອງແຂກສ່ວນຕົວ;
  14. ຫ້າມໃຊ້ສະຖານທີ່ລັດຖະການ ໃນການຈັດງານລ້ຽງຮັບຮອງແຂກສ່ວນຕົວ;
  15. ຫ້າມຈັດງານລ້ຽງຫລູຫລາ ໃນສະຖານທີ່ລັດຖະການ;
  16. ຫ້າມເຂົ້າສະຖານບັນເທີງສ່ວນບຸກຄົນ ຫລື ງານລ້ຽງຫລູຫລາ;
  17. ຫ້າມເຂົ້າຮ່ວມງານລ້ຽງສະມາຄົມຕ່າງໆ ທີ່ມີຈຸດປະສົງໃນການສ້າງກຸ່ມອິດທິພົນ;
  18. ຫ້າມເຂົ້າຮ່ວມມງານລ້ຽງແຕ່ງດອງ ຫລື ງານສົບ ທີ່ຈັດຂຶ້ນຢ່າງຟຸມເຟືອຍ;
  19. ຫ້າມເຂົ້າຮ່ວມງານລ້ຽງ ທີ່ມີຈຸດປະສົງເພື່ອແຈກເງິນ;
  20. ຫ້າມເຂົ້າຮ່ວມງານລ້ຽງ ທີ່ອາດສົ່ງຜົນກະທົບຕໍ່ພາບພົດອັນດີ ຂອງເຈົ້າໜ້າທີ່ລັດ.

ນອກຈາກນີ້ ສະມາຊິກພັກກອມມູນິດຈີນ ທີ່ເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງຖິ່ນ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍອາຫານເອງ ຫລື ໃນກໍລະນີທີ່ມີຄວາມຈຳເປັນ ຫາກຕ້ອງໄດ້ເຂົ້າຮ່ວມຮັບປະທານອາຫານ ກັບພະນັກງານຂັ້ນບ້ານຢູ່ທ້ອງຖິ່ນ ກໍຈະຕ້ອງຈ່າຍຄ່າອາຫານທີ່ຕົນເອງກິນ ເຊັ່ນດຽວກັນ.

ທັງນີ້ ນັບຕັ້ງແຕ່ປະທານາທິບໍດີ ສີຈິ້ນຜິງ ຂຶ້ນເປັນການນຳສູງສຸດຂອງພັກ ແລະ ລັດຖະບານຈີນ ໄດ້ດຳເນີນນະໂຍບາຍ ປາບປາມການສໍ້ລາດບັງຫລວງຢ່າງຈິງຈັງ ແລະ ເຂັ້ມງວດ ໂດຍຖືເປັນພາລະກິດສຳຄັນອັນດັບໜຶ່ງຂອງພັກ ເນື່ອງຈາກເຫັນວ່າ ການສໍ້ລາດບັງຫລວງ ເປັນບັນຫາໃຫຍ່ ທີ່ຄຸກຄາມຕໍ່ບົດບາດການນຳພາຂອງພັກກອມມູນິດ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...