spot_img
Homeລວມກົດຫມາຍລາວການຮັບສິນບົນ ແລະ ການໃຫ້ສິນບົນມີຄວາມຜິດຄືແນວໃດ ແລະ ມີມາດຕະການຕໍ່ຜູ້ກະທຳຜິດຄືແນວໃດ?

ການຮັບສິນບົນ ແລະ ການໃຫ້ສິນບົນມີຄວາມຜິດຄືແນວໃດ ແລະ ມີມາດຕະການຕໍ່ຜູ້ກະທຳຜິດຄືແນວໃດ?

Published on

ໃນຄໍລຳ ຄວາມຮູ້ກ່ຽວກັບກົດໝາຍລາວ ວັນນີ້ ເຮົາຈະມາເວົ້າກ່ຽວກັບ “ການຮັບສິນບົນ ແລະ ການໃຫ້ສິນບົນມີຄວາມຜິດຄືແນວໃດ ແລະ ມີມາດຕະການຕໍ່ຜູ້ກະທຳຜິດຄືແນວໃດ?” ເຊິ່ງແອັດມິນໄດ້ໄປອ່ານພົບຢູ່ທີ່ ໜັງສືພິມເສດຖະກິດ-ການຄ້າ ໃນຄໍລຳຕອບໂຈດກົດໝາຍ ສະບັບວັນທີ 21 ກັນຍາ 2016 ແອັດມິນເຫັນວ່າຫົວບົດນີ້ມັນມີປະໂຫຍດຫຼາຍ ແລະ ຄິດວ່າມັນຈະເສີມສ້າງຄວາມຮູ້ດ້ານກົດໝາຍໃຫ້ກັບຄົນທີ່ໄດ້ອ່ານ ຈິ່ງນຳເອົາຫົວບົດດັ່ງກ່າວມາເຜີຍແຜ່ໃຫ້ແຟນຂ່າວ ລາວໂພສຕ໌ ໄດ້ອ່ານນຳກັນ

ອີງຕາມມາດຕາ 157 ຂອງກົດໝາຍອາຍາ ສະບັບປັງປຸງ 2005 ກຳນົດໄວ້ວ່າ ພະນັກງານຜູ້ໃດຫາກໄດ້ທວງເອົາ, ຂໍເອົາ, ຮັບເອົາ ຫຼື ຕົກລົງຮັບເອົາສິນບົນຈາກຜູ່ອື່ນດ້ວຍການໃຊ້ໜ້າທີ່ຕຳແໜ່ງຂອງຕົນ ເພື່ອປະໂຫຍດຂອງຜູ່ໃຫ້ສິນປົນ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝເທົ່າກັບຈຳນວນເງິນ ຫຼື ມູນຄ່າຂອງສິນບົນ

ຜູ້ໃຫ້ສິນບົນ ຫຼື ຜູ້ຕົກລົງໃຫ້ສິນບົນແກ່ພະນັກງານ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝເທົ່າກັບຈຳນວນເງິນ ຫຼື ມູນຄ່າຂອງສິນບົນ

ໃນກໍລະນີສິນບົນນັ້ນຫາກເປັນຈຳນວນຫຼາຍ ຜູ້ຮັບ ແລະ ຜູ້ໃຫ້ສິນບົນຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ສາມປີ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າຂອງຈຳນວນເງິນ ຫຼື ມູນຄ່າຂອງສິນບົນ

ຜູ້ເປັນສື່ກາງໃນການຮັບສິນບົນ ແລະ ໃນການໃຫ້ສິນບົນຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝເທົ່າກັບຈຳນວນເງິນ ຫຼື ມູນຄ່າສິນບົນ

ຜູ້ທີ່ໃຫ້ສິນບົນຍ້ອນຖືກບັງຄັບ, ຂົ່ມຂູ່ ແລະ ພາຍຫຼັງທີ່ໄດ້ໃຫ້ສິນບົນແລ້ວຈິງໃຈໄປລາຍງານຕໍ່ເຈົ້າໜ້າທີ່ ຈະບໍ່ຖືວ່າເປັນຜູ້ກະທຳຜິດໃນສະຖານໃຫ້ສິນບົນ

ອີງຕາມປື້ມກົດໝາຍພາກທົ່ວໄປ ແລະ ພາກສະເພາະສະບັບເລກທີ 142/ສປປ

ອີງຕາມມະຕິຕົກລົງຂອງສະພາແຫ່ງຊາດ ແລະ ລັດຖະດຳລັດຂອງປະທານປະເທດ ກ່ຽວກັບການຕົກລົງຮັບຮອງເອົາກົດໝາຍວ່າດ້ວຍອາຍາ ສະບັບປັບປຸງ ວັນທີ 9 ພະຈິກ 2005 ທີ່ນະຄອນຫຼວງວຽງຈັນ.

ແຫຼ່ງທີ່ມາຈາກ: http://laoedaily.com.la/

 
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...