ການພັດທະນາວັກຊີນຍາກຂຶ້ນກວ່າເກົ່າ “ໄວຣັດໂຄວິດ-19” ກາຍພັນແລ້ວ 33 ສາຍພັນ

ເວັບໄຊຂ່າວຕ່າງປະເທດຫຼາຍສຳນັກ ລາຍງານອ້າງອີງຜົນການສຶກສາຂອງສາດສະດາຈານຫຼີ່ ຫຼານຈ້ວງ ປະຈຳ ແລະ ທີມງານແຫ່ງມະຫາວິທະຍາໄລຫາງໂຈ ມົນທົນເຈີຈຽງ ປະເທດຈີນ ເປີດເຜີຍວ່າ ໄວຣັດໂຄວິດ-19 ໄດ້ກາຍພັນແລ້ວ 33 ສາຍພັນຕາມສະພາບການຕິດຕໍ່ໃນຫຼາຍພື້ນທີ່ທົ່ວໂລກ ອາດເຮັດໃຫ້ຂະບວນການຮັກສາຜູ້ປ່ວຍຕິດເຊື້ອໂຄວິດ-19 ຕ່າງສາຍພັນມີຄວາມຫຍຸ້ງຍາກຊັບຊ້ອນຂຶ້ນອີກ.

ທີມງານຂອງສາດສະດາຈານຫຼີ່ ຫຼານຈ້ວງ ໄດ້ເຮັດການສຶກສາວິເຄາະຕົວຢ່າງເຊື້ອໂຄວິດ-19 ຈາກຜູ້ຕິດເຊື້ອຫຼາຍກໍລະນີຈາກຫຼາຍພື້ນທີ່ ຈົນພົບວ່າເຊື້ອໄວຣັດໂຄວິດ-19 ໄດ້ກາຍພັນແລ້ວຢ່າງໜ້ອຍຫຼາຍກວ່າ 30 ສາຍພັນ ເຊິ່ງກ່ອນໜ້ານີ້ກວດພົບພຽງ 19ສາຍພັນ ຄວາມປ່ຽນແປງໃນລັກສະນະນີ້ສາມາດເກີດຂຶ້ນແກ່ເຊື້ອພະຍາດຊາຣ໌ ແລະ ໂຄໂຣນາໄວຣັດ-2 ນັ້ນຈຶ່ງເປັນເຫດຜົນໜຶ່ງທີ່ບອກໄດ້ວ່າເຊື້ອໄວຣັດໂຄວິດ-19 ຈຶ່ງມີຄວາມຮ້າຍແຮງຫຼາຍ ເຮັດຫ້ມີຜູ້ເາຍຊີວິດເປັນຈຳນວນຫຼາຍໃນບາງພື້ນທີ່ຂອງໂລກ ແລະ ອາດເຮັດໃຫ້ຄວາມພະຍາຍາມໃນການພັດທະນາວັກຊີນຍາກຂຶ້ນກວ່າເກົ່າ.

 

ຮຽບຮຽງຂ່າວ:​ ພຸດສະດີ

ແຫຼ່ງຂໍ້ມູນ: www.thairath.co.th