Homeຂ່າວຕ່າງປະເທດຈີນມອບເງິນສະໜັບສະໜູນໃຫ້ "WHO" 30 ລ້ານໂດລາ! ຫຼັງຈາກອາເມລິກາຢຸດຊ່ວຍເຫຼືອ

ຈີນມອບເງິນສະໜັບສະໜູນໃຫ້ “WHO” 30 ລ້ານໂດລາ! ຫຼັງຈາກອາເມລິກາຢຸດຊ່ວຍເຫຼືອ

Published on

ສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ ຈີນປະກາດມອບເງິນສະໜັບສະໜູນອົງການອະນາໄມໂລກ 30 ລ້ານໂດລາ ຫຼັງຈາກທີ່ປະທານາທິບໍດີ ໂດນັລ ທຣັມ ສັ່ງລັດຖະບານອາເມລິກາຢຸດຕິການສະໜັບສະໜູນອົງກອນດັ່ງກ່າວ.

ທ່ານ ເກິ້ງ ສ່ວງ ໂຄສົກກະຊວງການຕ່າງປະເທດຂອງຈີນລະບຸວ່າ ການບໍລິຈາກເງິນ 30 ລ້ານໂດລາ ເປັນສ່ວນເພີ່ມເຕີມຈາກເງິນສະໜັບສະໜູນ 20 ລ້ານໂດລາ ທີ່ລັດຖະບານຈີນສັນຍາວ່າຈະມອບໃຫ້ກັບອົງການອານາໄມໂລກ ໂດຍການມອບເງິນຊ່ວຍເຫຼືອນີ້ເປັນການສະທ້ອນເຖິງຄວາມເຊື່ອໝັ້ນທີ່ລັດຖະບານຈີນ ແລະ ປະຊາຊົນມີຕໍ່ອົງກອນນີ້ ພ້ອມເປັນການຊ່ວຍເພີ່ມສັກກະຍາພາບຂອງລະບົບສາທາລະນະສຸກໃນປະເທດຕ່າງໆ.

ການມອບເງິນຊ່ວຍເຫຼືອເພີ່ມເຕີມຈາກລັດຖະບານຈີນເກີດຂຶ້ນຫຼັງຈາກອາທິດທີ່ຜ່ານມາ ທີ່ປະທານາທິບໍດີ ໂດນັລ ທຣັມ ຜູ້ນຳອາເມລິກາປະກາດຢຸດຕິການມອບເງິນຊ່ວຍເຫຼືອໃຫ້ແກ່ອົງການອານາໄມໂລກ ເຊິ່ງທຣໍ້າໄດ້ກ່າວຫາວ່າ WHO ປົກປິດຄວາມຮຸນແຮງຂອງການແຜ່ລະບາດໄວຣັດໂຄວິດ-19 ໃນຈີນ ກ່ອນແຜ່ກະຈາຍໄປທົ່ວໂລກ.

ນອກຈາກນີ້, ທຣັມ ຍັງສະແດງຄວາມບໍ່ພໍໃຈທີ່ລັດຖະບານອາເມລິກາຕ້ອງຈັດສັນງົບປະມານປີລະ 400 – 500 ລ້ານໂດລາ ເພື່ອສະໜັບສະໜູນການເຮັດວຽກຂອງອົງການອານາໄມໂລກ ໃນຂະນະທີ່ຈີນຈ່າຍເງິນພຽງປີລະ 40 ລ້ານໂດລາເທົ່ານັ້ນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.pptvhd36.com

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...