spot_img
Homeຂ່າວພາຍ​ໃນການຊ່ວຍເຫຼືອການຜ່າຕັດຫົວໃຈສໍາລັບເດັກນ້ອຍລາວ

ການຊ່ວຍເຫຼືອການຜ່າຕັດຫົວໃຈສໍາລັບເດັກນ້ອຍລາວ

Published on

ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນ​ທາງ​ໄປຜ່າຕັດຫົວໃຈສໍາລັບເດັກນ້ອຍລາວ ຢູ່ທີ່ໂຮງໝໍ Severance ຊຶ່ງເປັນໂຮງໝໍທີ່ມີຊື່ສຽງງຂອງ ສ ເກົາຫຼີ ໄດ້ຮັບການຊ່ວຍເຫຼືອຈາກ ທ່ານ ເຈວອນ ລີ ຜູ້ອໍານວຍການບໍລິສັດ ເດິກຣີນ (The Green) ທີ່ດໍາເນີນທຸລະກິດກ່ຽວກັບສັດປີກຢູ່ໃນ ສປປ ລາວ ໄດ້ຊ່ວຍເຫຼືອ ແລະ ໄດ້ປະສົບຜົນສໍາເລັດການຜ່າຕັດຫົວໃຈ ແລະ ເດັກນ້ອຍທີ່ເຂົ້າຜ່າຕັດນັ້ນໄດ້ອອກໂຮງໝໍໃນວັນທີ 14 ເມສາ 2023.

ທ້າວ ພົນພິບູນ ສູນທະລີ ອາຍຸ 2 ປີ ເກີດຢູ່ແຂວງຫຼວງພະບາງ ໄດ້ຮັບການວິນິດໄສວ່າ ເປັນໂຣກຫົວໃຈມາແຕ່ກໍາເນີດ ແລະ ຈໍາເປັນຕ້ອງໄດ້ຮັບການຜ່າຕັດຢ່າງຮີບດ່ວນ ແຕ່ເນື່ອງຈາກຫຼາຍໂຮງໝໍຢູ່ ສປປ ລາວ ຍັງບໍ່ມີເຄື່ອງມີທີ່ພ້ອມກັບການຜ່າຕັດດັ່ງກ່າວ  ເນື່ອງຈາກອາການຂ້ອນຂ້າງຮຸນແຮງ ແລະ ໝໍໄດ້ວິນິດໄສວ່າຈໍາເປັນຕ້ອງຜ່າຕັດຢ່າງຮີບດ່ວນ, ທ່ານ ເຈວອນ ລີ ຈຶ່ງໄດ້ຕິດຕໍ່ກັບທາງໂຮງໝໍ Severance ຂອງ ສ ເກົາຫຼີ ເພື່ອຊອກຫາຫົນທາງໃນການຊ່ວຍເຫຼືອ ແລະ ຜ່ານພົ້ນວິກິດໄປໄດ້.

ທີມ​ແພດຜ່າຕັດຂອງ ສ ເກົາຫຼີ ໄດ້ວິນິດໄສໃນເບື້ອງຕົ້ນວ່າ ເປັນການຜ່າຕັດທີ່ມີຄວາມສ່ຽງສູງ ເພາະອາຍຸຂອງ​ເດັກຍັງນ້ອຍ ແຕ່ກໍຕັດສິນໃຈດໍາເນີນການຜ່າຕັດຕາມຄວາມຕ້ອງການຂອງຜູ້ປົກຄອງ ແລະ ຜູ້ຊ່ວຍເຫຼືອ, ນອກຈາກນີ້ ທາງໂຮງໝໍ Severance ຍັງຊ່ວຍເຫຼືອຄ່າຜ່າຕັດ ແລະ ຄ່າໃຊ້ຈ່າຍທັງໝົດຢູ່ໃນໂຮງໝໍ ແລະ ທາງບໍລິສັດ The Green ໄດ້ເປັນຜູ້ຊ່ວຍເຫຼືອຄ່າໃຊ້ຈ່າຍທັງໝົດຂອງ ທ້າວ ພົນພິບູນ ແລະ ຜູ້ປົກຄອງ.

ທ້າວ ແສງອາລຸນ ສູນທະລີ ອາຍຸ 35 ປີ ຜູ້ປົກຄອງຂອງເດັກໄດ້ກ່າວຂອບໃຈຕໍ່ທາງໂຮງໝໍ Severance ຂອງ ສ ເກົາຫຼີ ແລະ ທາງບໍລິສັດ The Green ທີ່ໃຫ້ການຊ່ວຍເຫຼືອ.

ສາເຫດທີ່ຜູ້ອໍານວຍການບໍລິສັດ ເດິກຣີນໄດ້ເຂົ້າຊ່ວຍເຫຼືອຍ້ອນວ່າ ລາວກໍມີ​ພະ​ຍາດຫົວໃຈເຊັ່ນດຽວກັນກັບ​ເດັກ​ນ້ອຍ​ຄົນ​ນີ້ ພ້ອມຍັງໄດ້ຮັບການຜ່າຕັດ ແລະ ຊ່ວຍເຫຼືອຈາກສັງຄົມໃນຕອນນັ້ນເຊັ່ນດຽວກັນ, ດັ່ງນັ້ນ ຈຶ່ງຢາກຈະຊ່ວຍເຫຼືອເດັກນ້ອຍລາວໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

ທີ່ມາ ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...