spot_img
Homeຂ່າວຕ່າງປະເທດກອງປະຊຸມ ຈີ20 ເຮັດຂໍ້ຕົກລົງຫຼຸດຂີ້ເຫຍື້ອພລາສຕິກໃນທ້ອງທະເລ

ກອງປະຊຸມ ຈີ20 ເຮັດຂໍ້ຕົກລົງຫຼຸດຂີ້ເຫຍື້ອພລາສຕິກໃນທ້ອງທະເລ

Published on

ທີ່ປະຊຸມລັດຖະມົນຕີສິ່ງແວດລ້ອມ ແລະ ພະລັງງານ ກຸ່ມປະເທດ ຈີ20 (G20) ຊຶ່ງຈັດຂຶ້ນທີ່ເມືອງຄາຣູອິຊາວາ ປະເທດຍີ່ປຸ່ນເມື່ອວັນທີ 16 ມິຖຸນາຜ່ານມາ ຊຶ່ງໄດ້ມີການເຮັດຂໍ້ຕົກລົງທີ່ຈະຫຼຸດປະລິມານຂີ້ເຫຍື້ອພລາສຕິກໃນທ້ອງທະເລ.

ໂດຍທ່ານ ໂຢຊິອາກິ ຮາຣາດະ ລັດຖະມົນຕີສິ່ງແວດລ້ອມຂອງຍີ່ປຸ່ນໄດ້ເປີດເຜີຍວ່າ ຍີ່ປຸ່ນເປັນຜູ້ສະເໜີກອບການເຮັດວຽກກ່ຽວ ກັບເລື່ອງຂີ້ເຫຍື້ອພລາສຕິກໃນທ້ອງທະເລທີ່ກ່ຽວຂ້ອງກັບບັນດາປະເທດເກີດໃໝ່ ແລະ ປະເທດທີ່ຍັງບໍ່ທັນໄດ້ພັດທະນາ ຊຶ່ງໄດ້ຮັບການຕອບຮັບເປັນຢ່າງດີຈາກກຸ່ມປະເທດສະມາຊິກ.

ລາຍງານຂ່າວດຽວກັນລະບຸອີກວ່າ ຂີ້ເຫຍື້ອພລາສຕິກກາຍເປັນຄວາມກັງວົນໃນລະດັບນາໆຊາດ ໂດຍສະເພາະຫຼັງຈາກທີ່ ສປ ຈີນ ແລະ ອີກຫຼາຍປະເທດຍົກເລີກການນຳເຂົ້າຂີ້ເຫຍື້ອພລາສຕິກຈາກຕ່າງປະເທດ ຊຶ່ງສົ່ງຜົນໃຫ້ຫຼາຍປະເທດລວມທັງຍີ່ປຸ່ນມີຂີ້ເຫຍື້ອ ພລາສຕິກເພີ່ມຂຶ້ນຈຳນວນຫຼາຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: matichon.co.th

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...