spot_img
Homeຂ່າວຕ່າງປະເທດກອງທັບສະຫະລັດອາເມຣິກາສົ່ງເຮືອບັນທຸກເຮືອບິນລຸ້ນໃໝ່ອອກປະຕິບັດການ

ກອງທັບສະຫະລັດອາເມຣິກາສົ່ງເຮືອບັນທຸກເຮືອບິນລຸ້ນໃໝ່ອອກປະຕິບັດການ

Published on

ກອງທັບສະຫະລັດອາເມຣິກາ ສົ່ງເຮືອບັນທຸກເຮືອບິນລຸ້ນໃໝ່ລ່າສຸດ ເຊິ່ງມີຊື່ວ່າ ຢູເອສເອສ ເຈີຣັລ ຟອດ ອອກປະຕິບັດການເປັນຄັ້ງທຳອິດ ແລະ ກຽມຊ້ອມຮົບຮ່ວມກັບ 9 ປະເທດ.

ລາຍງານຈາກສຳນັກຂ່າວ CNN ຂອງສະຫະລັດອາເມຣິກາ ໄດ້ລາຍງານວ່າ: ວັນອັງຄານ ທີ 4 ຕຸລາ 2022 ທີ່ຜ່ານມາ ເຮືອຮົບບັນທຸກເຮືອບິນ ຢູເອສເອສ ເຈີຣັລ ຟອດ ເຊິ່ງເປັນເຮືອລຸ້ນໃໝ່ລ່າສຸດຂອງອາເມຣິກາ ອອກຈາກຖານທັບເຮືອທີ່ເມືອງນໍຟອລ ລັດເວີຈິເນຍ ໄປປະຕິບັດການຄັ້ງທຳອິດ ໂດຍມີແຜນຈະໃຊ້ເພື່ອເຝິກຊ້ອມຮົບທາງທະຫານກັບປະເທດພັນທະມິດໃນອາເມຣິກາເໜືອ ແລະ ເອີຣົບ.

ຕາມການເປີດເຜີຍຂອງກອງທັບເຮືອສະຫະລັດ ຢູເອສເອສ ເຈີຣັລ ຟອດ ເປັນເຮືອບັນທຸກເຮືອບິນອອກແບບໃໝ່ຄັ້ງທຳອິດໃນຮອບ 40 ປີ ໂດຍເລີ່ມກໍ່ສ້າງຢ່າງເປັນທາງການໃນເດືອນພະຈິກ ປີ 2009 ແລະ ໄດ້ຮັບການບັນຈຸເຂົ້າສູ່ກອງທັບເຮືອໂດຍປະທານາທິບໍດີ ໂດນັລ ທຣັມ ໃນປີ 2017 ແຕ່ຍັງບໍ່ເຄີຍອອກໄປປະຈຳການຈົນເຖິງມື້ນີ້ທີ່ໄດ້ອອກໄປປະຈຳການຄັ້ງທຳອິດ.

ການເຝິກຊ້ອມທາງທະຫານທີ່ຈະເກີດຂຶ້ນ ຈະປະກອບດ້ວຍເຈົ້າໜ້າທີ່ກອງທັບຫຼາຍກວ່າ 9.000 ຄົນ ຈາກ 9 ປະເທດຄື ອາເມຣິກາ, ການາດາ ເດນມາກ ຟິນແລນ ຝຣັ່ງ ເຢຍລະມັນ ເນເທີແລນ ແອັດສະປາຍ ແລະ ສະວີເດນ ໂດຍມີເຮືອຮົບເຂົ້າຮ່ວມ 20 ລຳ ແລະ ເຮືອບິນຮົບອີກ 60 ລຳ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...