Homeຂ່າວທ້ອງຖິ່ນເມືອງໂພນໂຮງ ແຂວງວຽງຈັນ ແຈ້ງການລັອກດາວ

ເມືອງໂພນໂຮງ ແຂວງວຽງຈັນ ແຈ້ງການລັອກດາວ

Published on

ຄະນະກຳມະທິການປ້ອງກັນສະກັດກັ້ນໂຄວິ-19 ເມືອງໂພນໂຮງ ຂໍຖືເປັນກຽດແຈ້ງການ ມາຍັງທ່ານຊາບວ່າ ປັດຈຸບັນນີ້, ສະພາບການແຜ່ລະບາດ ຂອງພະຍາດໂຄວິກ-19 ຍັງສືບຕໍ່ແຜ່ລະບາດຢູ່ເມືອງໂພນໂຮງ ສະນັ້ນ, ເພື່ອເປັນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດດັ່ງກ່າວ ຈຶ່ງອອກແຈ້ງການມາຍັງທ່ານເພື່ອສືບຕໍ່ ຈັດຕັ້ງປະຕິບັດມາດຄະການດັ່ງນີ້:

1. ສຶບຕໍ່ເພີ່ມທະວີການໂຄສະນາ,ສຸຂະສຶກສາ ແລະ ເປັນເຈົ້າການປະຕິບັດມາດຕະການປ້ອງກັນເຊື້ອ ພະຍາດໂຄວິດ-19.

2. ສຶບຕໍ່ປິດກິດຈະການຮ້ານບັນເທິງ, ຮ້ານຄາລາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບຸບເຟ້ທຸກປະເພດ, ຮ້ານ ອີນເຕີເນັດຄ່າເຟ້, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ, ສັ່ງວຽນຕີໄກ່, ສູນກິລາ ໃນຮົ່ມ, ຫ້າມຈັດກິດຈະກໍາເຕະບານ, ຕີມວຍ ແລະ ອື່ນໆ.

3. ໃຫ້ກອງບັນຊາການ ປກສ ເມືອງ ປິດບໍລິການເອກະສານຊົ່ວຄາວ ຈົນກວ່າຈະມີຄໍາສັ່ງໃຫ້ສືບຕໍ່ຈື່ງຈັດຕັ້ງປະຕິບັດ.

4. ຫ້າມບໍ່ໃຫ້ບ້ານຮັບເອົາພົນລະເມືອງ ທີ່ໂຍກຍ້າຍມາແຕ່ຈຸດອື່ນ ທີ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຫຼື ມາຈາກຈຸດທີ່ມີຄວາມສ່ຽງ ຍົກເວັ້ນ ກໍລະນີເຈັບເປັນ ແລະ ຕ້ອງໄດ້ຮັບການສັກຢາຄົບສອງເຂັມ ມີໃບເດີນທາງ ຈາກຄະນະສະເພາະກິດບ່ອນທີ່ຜູ້ຈະມາອອກໃຫ້ຈື່ງອານຸຍາດໃຫ້ມາໄດ້.

5. ສືບຕໍ່ປິດບັນດາໂຮງຈັກ,ໂຮງງານ, ຫົວໜ່ວຍຫັດຖະກຳທີ່ຢູ່ໃນຂອບເຂດ ຫຼື ກຳນົດ ເປັນບ້ານແດງ ຍົກເວັ້ນ ໂຮງຈັກ, ໂຮງງານ ທີ່ມີຫໍພັກພະນັກງານປະຈຳ ແລະ ພະນັກງານໄດ້ສັກຢາວັກຊີນຄົບທັງສອງເຂັມແລ້ວ.

6. ສືບຕໍ່ຫ້າມປະຊາຊົນ ຫຼື ບຸກຄົນເດີນທາງເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອຢ່າງເດັດຂາດ

7. ຫ້າມຈັດງານລ້ຽງສ້າງສັນ, ມົ້ວສຸມ ( ເຫຼົ້າ-ເບຍ) ທຸກຮູບແບບໃນທຸກສະຖານທີ່

8. ກຳນົດບ້ານໃໝ່ ແລະ ເປັນບ້ານແດງ (ບ້ານທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19), ພ້ອມນີ້ໃຫ້ຢຸດເຊົາກິດຈະການຊົ່ວຄາວ ຂອງຫົວໜ່ວຍກິດຈະການທຸກໆກິດຈະການຢູ່ພາຍໃນບ້ານ. ຢູ່ບ້ານອື່ນໆໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຕິດຕາມຄົນເຂົ້າ-ອອກ ແລະປະຕິບັດມາດຕະການຕາມຄຳສັ່ງຂອງຂັ້ນເທີງຢ່າງເຂັ້ມງວດ. ມີການລາຍງານຢ່າງເປັນປົກກະຕິ.

9.ໃຫ້ຄະນະກຳມະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ເມືອງໂພນໂຮງ ປະສານສົມທົບກັບຄະນະຮັບຜິດຊອບກຸ່ມບ້ານ ປກສ ກຸ່ມບ້ານ ກວດກາຢ່າງເປັນປົກກະຕິ

10. ມອບໃຫ້ຄະນະສະເພາະກິດວຽກງານ ໂຄວິດເມືອງໂພນໂຮງ, ຂະແໜງການກ່ຽວຂ້ອງ, ກຸ່ມບ້ານ, ອົງການປົກຄອງບ້ານ ແລະ ພາກສ່ວນ ທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປ ຈົນເຖິງ ວັນທີ 4/7/2021.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...