Homeຂ່າວພາຍ​ໃນຮູບແບບການແຂ່ງຂັນ Toyota Mekong Club Championship 2016

ຮູບແບບການແຂ່ງຂັນ Toyota Mekong Club Championship 2016

Published on

ການແຂ່ງຂັນບານເຕະ Toyota Mekong Club Championship 2016 ເປັນການຈັດການແຂ່ງຂັນ ລາຍການນີ້ປີທີ 3 ຕິດຕໍ່ກັນແລ້ວ ແລະ ມີ 5 ສະໂມສອນຕົວແທນ ຈາກ 5 ປະເທດຄື ບອງເກດບັງກໍ ເອັບຊີ  (ກຳປູເຈຍ), ລ້ານຊ້າງ ຢູໄນເຕັດ (ລາວ), ຍາດານາບອນ ເອັບຊີ (ມຽນມາ), ບູຣີລຳ ຢູໄນເຕັດ (ໄທ) ແລະ SHB ດານັງ ເອັບຊີ (ຫວຽດນາມ) ໂດຍທີ່ສະໂມສອນຕົວແທນຈາກ ປະເທດໄທ ແລະ ກຳປູເຈຍ ໄດ້ຮັບສິດເຂົ້າໄປ ລໍຖ້າໃນຮອບ ຊີງຊະນະເລີດ ແລະ ຮອງຊະນະເລີດ (ຕາມລຳດັບ) ເພາະພວກເຂົາເປັນແຊ້ມ ແລະ ຮອງແຊ້ມ (ຕາມລຳດັບ) ໃນການແຂ່ງຂັນ ລາຍການນີ້ໃນປີ 2015 ເຊິ່ງການແຂ່ງຂັນ ຈະມີຂຶ້ນລະຫວ່າງ ວັນທີ 05 ພະຈິກ 2016 ເຖິງວັນທີ 08 ມັງກອນ 2017 ໂດຍຈະຈັດການແຂ່ງຂັນຢູ່ ທຸກປະເທດທີ່ສົ່ງຕົວແທນ ເຂົ້າຮ່ວມການແຂ່ງຂັນ.

ການແຂ່ງຂັນຈະແບ່ງອອກເປັນ 3 ຮອບຄື: ຮອບທຳອິດ(ຄັດເລືອກ), ຮອບຮອງຊະນະເລີດ ແລະ ຮອບຊິງຊະນະເລີດ ດັ່ງນີ້:

ຮອບທຳອິດ
ຈະເປັນການແຂ່ງຂັນ ລະຫວ່າງ 3 ທີມຄື ສະໂມສອນຕົວແທນຈາກ ປະເທດລາວ, ມຽນມາ ແລະ ຫວຽດນາມ ໂດຍຈັດການແຂ່ງຂັນ ແບບພົບກັນໝົດ ແລ້ວຄັດເອົາທີມທີ່ມີ ຄະແນນຫຼາຍທີ່ສຸດ ເຂົ້າຮອບຕໍ່ໄປ.

ຮອບຮອງຊະນະເລີດ
ສະໂມສອນຕົວແທນຈາກ ປະເທດກຳປູເຈຍ ພົບກັບ ສະໂມສອນ ທີ່ມີຄະແນນຫຼາຍທີ່ສຸດ ໃນການແຂ່ງຂັນ ຮອບທຳອິດ.

ຮອບຊີງຊະນະເລີດ
ແຂ່ງແບບຂາໄປ ແລະ ຂາກັບ ລະຫວ່າງ
ສະໂມສອນຕົວແທນຈາກ ປະເທດໄທ ພົບກັບ ສະໂມສອນ ທີ່ຊະນະໃນ ຮອບຮອງຊະນະເລີດ

ທີມງານ ຂໍເຊີນແຟນກິລາລາວ ໂດຍສະເພາະ ແຟນບານລາວ ໃຫ້ເອົາໃຈຊ່ວຍ ຮ່ວມເຊຍ ຮ່ວມໃຫ້ກຳລັງໃຈ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີ່ເປັນຕົວແທນຈາກ ປະເທດລາວ ຂອງພວກເຮົາ ໃຫ້ສາມາດເອົາຊະນະຄູແຂ່ງ ແລະ ຄວ້າແຊ້ມ Toyota Mekong Club Championship 2016 ມາຄອງໃຫ້ໄດ້.

ຂອບໃຈພາບຈາກ Toyota Mekong Club, ລ້ານຊ້າງ ຢູໄນເຕັດ
ຂອບໃຈຂໍ້ມູນຈາກ Toyota Mekong Club

ທີ່ມາຂ່າວ 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...