Homeຂ່າວພາຍ​ໃນສິນຄ້າກະສິກໍາທີ່ສົ່ງອອກຫຼາຍທີ່ສຸດ ໃນໄລຍະ 6 ເດືອນຕົ້ນປີ 2022

ສິນຄ້າກະສິກໍາທີ່ສົ່ງອອກຫຼາຍທີ່ສຸດ ໃນໄລຍະ 6 ເດືອນຕົ້ນປີ 2022

Published on

ໃນໄລຍະ 6 ເດືອນ ຕົ້ນປີ 2022 ມີ 3 ປະເພດສີນຄ້າກະສິກໍາ ທີ່ ສປປ ລາວ ສົ່ງອອກຫຼາຍກວ່າໝູ່, ມີມູນຄ່າສູງເຖິງ 522 ລ້ານໂດລາສະຫະລັດ. ໃນນັ້ນ, ອັນດັບທີ 1 ແມ່ນ ມັນຕົ້ນ, ຮອງລົງມາແມ່ນ ໝາກກ້ວຍ ແລະ ຢາງພາລາ ຕາມລໍາດັບ.

ໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ, ສິນຄ້າກະສິກໍາຖືໄດ້ວ່າເປັນອີກໜຶ່ງສິນຄ້າສໍາຄັນ ທີ່ສ້າງລາຍຮັບຈາກການສົ່ງອອກຂອງ ສປປ ລາວ ກວມເອົາ 20% ຂອງຈໍານວນສິນຄ້າສົ່ງອອກທັງໝົດ ແລະ ຍັງຕິດອັນດັບຕົ້ນໆຂອງມູນຄ່າການສົ່ງອອກທັງໝົດ ເມື່ອທຽບໃສ່ການສົ່ງອອກສິນຄ້າ ປະເພດໄຟຟ້າ ແລະ ຄໍາ. ໃນນີ້, 3 ລາຍການສິນຄ້າກະສິກໍາທີ່ສົ່ງອອກຫຼາຍທີ່ສຸດແມ່ນ: ມັນຕົ້ນ, ໝາກກ້ວຍ ແລະ ຢາງພາລາ.

ມັນຕົ້ນ ຖືໄດ້ວ່າເປັນສິນຄ້າທີ່ສ້າງລາຍຮັບສູງທີ່ສຸດໃນໝວດສິນຄ້າກະສິກໍາ ຊຶ່ງມີມູນຄ່າ 249 ລ້ານໂດລາສະລັດ ແລະ ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ  ເມື່ອທຽບໃສ່ໃນໄລຍະດຽວກັນຂອງ 6 ເດືອນຕົ້ນປີ 2021 ທີ່ມີມູນຄ່າ 196 ລ້ານໂດລາສະລັດ ສະເລ່ຍເພີ່ມຂຶ້ນ 27% ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫລາຍທີ່ສຸດ  ແມ່ນ: ໄທ, ຫວຽດນາມແລະ ສປ ຈີນ…

ໝາກກ້ວຍ ມີມູນຄ່າສົ່ງອອກເປັນອັນດັບທີ 2 ມີມູນຄ່າ 141 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫລາຍທີ່ສຸດ ແມ່ນ: ສປ ຈີນ, ໄທ ແລະ ຫວຽດນາມ…

ຢາງພາລາ ມີມູນຄ່າສົ່ງອອກເປັນອັນດັບທີ 3 ມີມູນຄ່າ 132 ລ້ານໂດລາສະຫະລັດ ແລະ ປະເທດທີ່ ສປປ ລາວ ສົ່ງອອກໄປຫລາຍທີ່ສຸດ ແມ່ນ: ສປ ຈີນ, ຫວຽດນາມແລະ , ມາເລເຊຍ…

ປະເທດຄູ່ຄ້າທີ່ ສປປ ລາວ ສົ່ງອອກຫລາຍແມ່ນ ໄທ, ຫວຽດນາມ ແລະ ສປ ຈີນ, ຊຶ່ງປະເທດດັ່ງກ່າວແມ່ນປະເທດພາຄີຂອງ ສປປ ລາວ ທີ່ນອນໃນສັນຍາການຄ້າເສລີ ແລະ ສັນຍາການຄ້າສອງຝ່າຍ. ສະນັ້ນ, ການສົ່ງອອກສິນຄ້າດັ່ງກ່າວ ຈຶ່ງໄດ້ຮັບຜົນປະໂຫຍດຈາກສິດທິພິເສດທາງການຄ້າ ໃນການຫຼຸດຜ່ອນອັດຕາພາສີຂາເຂົ້າຂອງປະເທດຜູ້ນໍາເຂົ້າ.

ແຫຼ່ງຂ່າວຈາກ Lao Trade Portal

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...