spot_img
Homeຂ່າວການພັດທະນາສະມາຄົມການທ່ອງທ່ຽວຂອງລາວ ແລະ ຫວຽດນາມ ລົງນາມຮ່ວມມື ຂະຫຍາຍຕະຫຼາດການທ່ອງທ່ຽວ

ສະມາຄົມການທ່ອງທ່ຽວຂອງລາວ ແລະ ຫວຽດນາມ ລົງນາມຮ່ວມມື ຂະຫຍາຍຕະຫຼາດການທ່ອງທ່ຽວ

Published on

SPS_0041-1-650x434

ສະມາຄົມການທ່ອງທ່ຽວ ແຂວງລາວກາຍ ແຫ່ງ ສສ.ຫວຽດນາມ ແລະ ສະມາຄົມການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ລົງນາມຈັບມືກັນ ຂະຫຽາຍຕະຫຼາດການທ່ອງທ່ຽວ ຂຸດຄົ້ນ ແລະ ຊອກຫາຕະຫຼາດນັກທ່ອງທ່ຽວ ຈາກປະເທດທີ 3 ໃຫ້ໄດ້ມາທ່ຽວຊົມ ແລະ ຢ້ຽມຢາມ ຕາມແລວທາງທ່ອງທ່ຽວ ລະຫວ່າງ ໄທ-ຫຼວງພະບາງ-ອຸດົມໄຊ ສປປ.ລາວ ຫາ ດຽນບຽນ-ລາວກາຍ ສະປາ ສສ. ຫວຽດນາມ ແລະ ໄດ້ທ່ອງທ່ຽວໄປກັບ ສະມາຄົມການທ່ອງທ່ຽວ ແຂວງລາວກາຍ ສສ.ຫວຽດນາມ ແລະ ສະມາຄົມການທ່ອງທ່ຽວ ແຂວງຫຼວງພະບາງ ໃຫ້ເປັນເອກະພາບກັນ ໂດຍທັງສອງຝ່າຍໄດ້ພ້ອມກັນຈັດຕັ້ງປະຕິບັດ 4 ເນື້ອໃນຄື (1) ພ້ອມກັນຂຸດຄົ້ນ ແລະ ຊອກຕະຫຼາດນັກທ່ອງທ່ຽວ ຂອງປະເທດທີ 3 ແຕ່ ສະປາ ລາວກາຍ ສສ.ຫວຽດນາມ ຫາ ແຂວງອຸດົມໄຊ-ຫຼວງພະບາງ ແລະ ກັບຄືນຕາມຮູບແບບ ເຊິ່ງລາຍການທີ່ໄດ້ສັນຍາຕົກລົງກັນ ລະຫວ່າງ ບັນດາຫົວໜ່ວຍທຸລະກິດ ການທ່ອງທ່ຽວສອງຝ່າຍ ໂດຍໃຫ້ສອດຄ່ອງຕາມຂໍ້ກຳນົດ ກົດໝາຍຂອງແຕ່ລະປະເທດ (2) ມີຄວາມເປັນເອກະພາບກັນ ຜັນຂະຫຽາຍເນື້ອໃນ ໃຫ້ບັນດາຫົວໜ່ວຍທຸລະກິດ ໃນສະມາຄົມການທ່ອງທ່ຽວ ເພື່ອພ້ອມກັນສ້າງຜະລິດຕະພັນ ປະເພດຂອງທີ່ລະນຶກ ໃຫ້ມີຄວາມດຶງດູດແກ່ນັກທ່ອງທ່ຽວ ປະເທດທີ 3 ຮວມມີ ລາຍການ-ການທ່ອງທ່ຽວ ລາຄາ ແລະ ການບໍລິການເປັນເອກະພາບກັນ ສຳຫຼວດສຶກສາ ບັນດາແຫຼ່ງທ່ອງທ່ຽວ ໂດຍຜ່ານບັນດາຫົວໜ່ວຍທຸລະກິດ ໃນສະມາຄົມການທ່ອງທ່ຽວຝ່າຍລາວ ຊຸກຍູ້ສົ່ງເສີມຜະລິດຕະພັນ ທີ່ຈັບອົກຈັບໃຈໃຫ້ແກ່ນັກທ່ອງທ່ຽວ (3) ສອງຝ່າຍຈະໄດ້ພ້ອມກັນຄົ້ນຄວ້າ ລາຍງານໃຫ້ຂັ້ນເທິງພິຈາລະນາ ເພື່ອສ້າງເງື່ອນໄຂກ່ຽວກັບລະບຽບການ ຂັ້ນຕອນການນໍາເຂົ້ານັກທ່ອງທ່ຽວ ພາສີ ພາຫະນະຂົນສົ່ງນັກທ່ອງທ່ຽວ ພະນັກງານນໍາທ່ຽວ ບັນດາລະບຽບການ ແລະ ນິຕິກໍາ ທີ່ພົວພັນເຖິງການກະຕຸກຊຸກຍູ້ ຕະຫຼາດການທ່ອງທ່ຽວປະເທດທີສາມ ແລະ ເນື້ອໃນທີ (4) ສອງຝ່າຍຈະໄດ້ຜັນຂະຫຽາຍ ໃຫ້ຫົວໜ່ວຍທຸລະກິດທີ່ຂື້ນກັບ ສະມາຄົມການທ່ອງທ່ຽວ ຈັດຕັ້ງປະຕິບັດກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວ ແນໃສ່ເພີ່ມທະວີການຂຸດຄົ້ນ ແລະ ຊອກຫາຕະຫຼາດການທ່ອງທ່ຽວ ປະເທດທີສາມຄື ຕ້ອງໄດ້ສໍາຫຼວດ ບັນດາການຊຸກຍູ້ສົ່ງເສີມ ໃຫ້ຫົວໜ່ວຍທຸລະກິດ ໃນສະມາຄົມການທ່ອງທ່ຽວ ເພື່ອພ້ອມກັນຜະລິດແຫຼ່ງທ່ອງທ່ຽວ ໃຫ້ຫົວໜ່ວຍທຸລະກິດ ມີສ່ວນຮ່ວມໃນການໂຄສະນາປະຊາສໍາພັນ ກະຕຸກຊຸກຍູ້ຕະຫຼາດການທ່ອງທ່ຽວ ແລະ ບັນດາແຫຼ່ງທ່ອງທ່ຽວ ເພື່ອສ້າງຄວາມຮັບຮູ້ກ່ຽວກັບຕະຫຼາດ ແລະ ຜະລິດຕະພັນ ເພື່ອດຶງດູດແຂກ ໃຫ້ມີຄວາມສົນໃຈການຕະຫຼາດ ແລະ ຜະລິດຕະພັນໃໝ່ ໂດຍໃຫ້ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ຈັດຕັ້ງປະຕິບັດການສົ່ງເສີມ ການພົວພັນການທ່ອງທ່ຽວ ໃຫ້ມີປະສິດທິຜົນ.

ພິທີລົງນາມ ແມ່ນໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2015 ຜ່ານມານີ້ ທີ່ໂຮງແຮມໂຊກພັນຄໍາ ຕາງໜ້າທາງອໍານາດປົກຄອງ ແຂວງຫຼວງພະບາງ ລົງນາມໂດຍທ່ານ ບຸນທ່ຽງ ສຸລິວັນ  ປະທານສະມາຄົມການທ່ອງທ່ຽວແຂວງຫຼວງພະບາງ ກັບ ທ່ານ ຮ່າວັນຖັງ ຫົວໜ້າພະແນກວັດທະນະທໍາ-ກິລາ ແລະ ທ່ອງທ່ຽວ ແຂວງລາວກາຍ ສສ.ຫວຽດນາມ ມີທ່ານ ສຸລິທິບ ໜໍ່ຄູນຜົນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ມີຮອງຫົວໜ້າພະແນກ ບັນດາຂະແຫນງການທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະສະມາຄົມ ການທ່ອງທ່ຽວຂອງ 2 ແຂວງເຂົ້າຮ່ວມ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...