Homeຂ່າວການພັດທະນາສປປ ລາວ ກະກຽມນຳສະເໜີ ທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ!

ສປປ ລາວ ກະກຽມນຳສະເໜີ ທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ!

Published on

ไหีน

ຂປລ. ​​ ວັນ​ທີ 11 ສິງຫາ 2015 ນີ້ ກອງ​ປະຊຸມ ປຶກສາ​ຫາລື​ຂັ້ນ​ແຂວງ ​ເພື່ອ​ກະກຽມ​ສະ​ເໜີ​ທົ່ງ​ໄຫ​ຫີນ ​ເຂົ້າເປັນ​ມໍລະດົກ​ໂລກ ​ໄດ້​ຈັດຂຶ້ນຢ່າງ​ເປັນ​ທາງ​ການ​ ທີ່​ຫ້ອງ​ປະຊຸມ​​ໃຫຍ່​ ພະແນ​ກຖະ​ແຫລງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຂວງ​ຊຽງ​ຂວາງ ໂດຍໃຫ້ກຽດເຂົ້າ​ຮ່ວມ​ ມີ​ທ່ານ ດຣ. ບົວ​ສອນ ສີນ​ວັນທອງ ​ຮອງ​ເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆຊຽງ​ຂວາງ, ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ພ້ອມບັນດາຫົວໜ້າ-ຮອງ​ຫົວໜ້າ​ກົມ​ ມໍລະດົກ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ.

ທ່ານ ສຳລານ ຫລວງ​ອາ​ໄພ ຮອງ​ຫົວໜ້າ​ກົມມໍລະດົກ ໄດ້ສະ​ເໜີ​ຄວາມ​ເປັນ​ມາ ​ແລະ ຈຸດປະສົງ​ ຂອງ​ກອງ​ປະຊຸມ ​ປັບປຸງ​ຮ່າງ​ເອກະສານ​ແຜນ​ແມ່​ບົດ ​ຄຸ້ມ​ຄອງ​ທົ່ງ​ໄຫ​ຫີນ, ຄຸນຄ່າ​ຂອງ​ຈັກກະວານ​ ຂອງ​ທົ່ງ​ໄຫ​ຫີນ ​ແລະ ຂອບ​ເຂດ​ສະຖານ​ທີ່​ໄຫ​ຫີນ (​ແຜນ​ທີ່) ພ້ອມ​ນີ້ ທ່ານ ວຽງ​ແກ້ວ ສຸກ​ສະຫວັດດີ ຮອງ​ຫົວໜ້າ​ກົມ​ມໍລະດົກ ​​ໄດ້​ເປີດ​​ເຜີຍ​ວ່າ: ຂະ​ບວນການ ​ແລະ ການ​ຂຽນ​ຄຳ​ຮ້ອງ​ສະ​ເໜີ ​ເປັນ​ມໍລະດົກ​ໂລກ ຕໍ່​ກັບ​ການ​ກຳນົດ​ຂອບ​ເຂດ, ແຜນການ​ຄຸ້ມຄອງ ​ແລະ ມາດຖານ​ເງື່ອນ​ໄຂ​ ​ແລະ ຍັງ​ໄດ້​ປະກອບ​ຄຳ​ຄິດຄຳ​ເຫັນ​ໃສ່​ ແຜນ​ແມ່​ບົດ​ຄຸ້ມ​ຄອງ​ ແຫລ່ງ​ມໍລະດົກ​ທົ່ງ​ໄຫ​ຫີນ ​ເປັນ​ຕົ້ນ​ແມ່ນ​ການ​ກຳນົດ​ ຂອບ​ເຂດ​ພື້ນ​ທີ່​ອະນຸລັກ, ​ແຜນ​ທີ່, ​ແຜນການ​ຄຸ້ມ​ຄອງ, ການ​ກະກຽມ​ເ​ອກະສາ​ນ ຄຳ​ຮ້ອງ​ເຂົ້າ​ເປັນ​ມໍລະດົກ​ໂລກ​ ໃນ​ອະນາ​ຄົດ​.

ແນວ​ໃດ​ກໍ​ດີ ອະດີດ​ຜ່ານ​ມາ, ສປປ ລາວ​ມີ 2 ​ແຫ່ງ​ໄດ້​ຮັບຮອງ​ເປັນ​ແຫ​ລ່ງ ມໍລະ​ດົກ​ໂລກ​ຈາກ​ອົງ​ການ ອຸຍ​ເນັສ​ໂກ (UNESCO) ຄື: ​ແຫ​ລ່ງມໍລະດົກ​ໂລກ​ ແຂວງ​ຫລວງ​ພະ​ບາງ ​ແລະ ວັດ​ພູ​ຈໍາປາ​ສັກ, ​ເຊິ່ງທັງ​ສອງ​ແຫ​ລ່ງມໍລະດົກ​ນີ້​ ​ ໄດ້​ກາຍ​ເປັນ​ສ່ວນ​ສໍາ​ຄັນ ​ໃນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ເຂົ້າ​ມາ​ຢ້ຽມຢາມ ​ແລະ ທ່ອງ​ທ່ຽວ ສປປ ລາວ ​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ຄາດ​ວ່າ​ພາຍ​ໃນ​ປີ 2016 ນີ້​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ຈະ ​ເຂົ້າ​ມາ​ຢ້ຽມລາວ​ເພີ່ມ​ຂຶ້ນ​ເຖິງ 4 ລ້ານ​ກວ່າ​ຄົນ ​ເຊິ່ງຈະ​ເປັນ​ການ​ປະກອບສ່ວນ​ສໍາຄັນ ​ເຂົ້າ​ໃນ​ການ​ພັດທະນາ ​ເສດຖະກິດ-ສັງຄົມ, ສ້າງ​ວຽກ​ເຮັດ​ງານ​ທໍາ ​ໃຫ້​ຄົນ​ລາວ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້, ສປປ ລາວ ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​​ ເປີດ​ສາຍ​ການບິນ​ ລະຫວ່າງ​ປະ​ເທດກັບ ສ ເກົາ ຫລີ ​ແລະ ຍີ່ປຸ່ນ ອັນ​​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ ​ເຂົ້າມາ​ທ່ອງ​ທ່ຽວ ສປປ ລາວ ຫລາຍ​ເພີ່ມ​ຂຶ້ນ​ກວ່າ 1 ​ແສນ​ຄົນ.

ຂອບໃຈຂ່າວຈາກ:
ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...