Homeຂ່າວການພັດທະນາລາວ-ຫວຽດນາມ-ກຳປູເຈຍ ເປີດກອງປະຊຸມວຽກງານກວດສອບຮ່ວມກັນ ຢູ່ຮ່າໂນ້ຍ

ລາວ-ຫວຽດນາມ-ກຳປູເຈຍ ເປີດກອງປະຊຸມວຽກງານກວດສອບຮ່ວມກັນ ຢູ່ຮ່າໂນ້ຍ

Published on

ຄະນະ​ຜູ້​ແທນອົງການ​ກວດ​ສອບ​ແຫ່ງ​ລັດ ສປປ ລາວ ​ນຳ​ໂດຍ ​ທ່ານ ປະດັບ​ເພັດ ​ໄຊ​ຍະ​ໂຄດ ຮອງປະທານ​ອົງການ​ກວດ​ສອບ​ ​ແຫ່ງ​ລັດ ສປປ ລາວ ​ເປັນ​ຫົວໜ້າ​ຄະນະ​ ເດີນທາງ​ໄປ​ເຂົ້ ຮ່ວມ​ກອງ​ປະຊຸມ ​ວຽກ​ງານ​ກວດ​ສອບ​ລະຫວ່າງ​ ລາວ- ຫວຽດນາມ-ກຳປູ​ເຈຍ ຄັ້ງທີ 7 ຈັດ​ຂຶ້ນ​ແຕ່​ວັນ​ທີ 7-11 ພະຈິກ ຜ່ານ​ມານີ້ ທີ່​ນະຄອນຫຼວງ​ຮ່າໂນ້ຍ ສສ ຫວຽດນາມ ຕາມການ​ເຊື້ອ​​ເຊີນ​ຂອງ ທ່ານ ​ໂຮ່ດຶກ​ເຟິກ ປະທານ​ອົງການ​ກວດສອບ​ແຫ່ງ​ລັດ ສສ ຫວຽດນາມ.

​​ເມື່ອ​ບໍ່​ດົນ​ມານີ້, ທ່ານ ປະດັບ​ເພັດ ​ໄຊ​ຍະ​ໂຄດ ພ້ອມຄະນະ ​ໄດ້​ພົບ​ປະ ​ແລະ ປຶກສາ​ຫາລືກັບ ​ທ່ານ ​ໂຮ່ດຶກ​ເຟິກ ປະທານອົງການ​ກວດ​ສອບ​ແຫ່ງ​ລັດ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ແລະ ທ່ານ ຊວນ​ ສິດທິ ຮອງ​ປະທານອົງການ​ກວດສອບ​ ແຫ່ງ ຣາຊະ ​ອານາຈັກ​ກຳປູ​ເຈຍ, ທັງ​ສາມ​ຝ່າຍໄດ້​ຕີລາຄາ​ສູ​ງ ຜົນສຳ​ເລັດ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢັ້ງຢືນວ່າ ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສາມ​ອົງການ​ແມ່ນ​ມີບົດບາດ​ສຳຄັນ, ມີ​ລັກສະນະຍຸດ​ທະ​ສາດ​ໃນ​ຂະ​ບວນການປັບປຸງ, ​ເພີ່ມ​ທະວີ​ຄວາມ​ອາດສາມາດ​ດ້ານ​ນິຕິ​ກຳ, ການຈັດຕັ້ງ ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ​ອົງ ການກວດ​ສອບ. ທັງ​ສາມ​ຝ່າຍ​ໄດ້​ເຫັນ​ດີ​ຕໍ່​ເນື້ອ​ໃນ​ການ​ພົບປະ ​ແລະ ​ເປັນ​ເອກະ​ພາບ​ກັນ​ ສືບຕໍ່​ເພີ່ມ​ທະວີ​ສາຍ​ພົວພັນຮ່ວມ​ມື​ທາງ​ດ້ານ​ການກວດສອບ.

ນອກ​ນັ້ນ, ທັງ​ສາມ​ຝ່າຍ ຍັງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບຮ່ວມ​ກັນ​ ໃນ​ການ​ສ້າງ​ຄະນະ​ວິຊາ​ການ​ຮ່ວມ​ເຮັດ​ວຽກ​ຂຶ້ນ ​ເພື່ອ​ສ້າງ​ແຜນການ ​ແລະ ​ແຜນ​ກິດຈະກຳ​ຮ່ວມ​ມື​ສາມຝ່າຍ​ຢ່າງ​ລະອຽດ ​ເພື່ອ​ໃຫ້ ​ເກີດ​ມີ​ການ​ແລກປ່ຽນ ​ແລະ ປຶກສາ​ຫາລື​ລະຫວ່າງ​ກັນ​ໃນ​ສອງ​ປີ​ຕໍ່ໜ້າ ຊຶ່ງ​ອົງການ​ກວດສອບ ​ແຫ່ງ ຣາຊະ​ອານາຈັກກຳປູ​ເຈຍ ຈະ​ເປັນ​ເຈົ້າ​ພາບ​ໃນການ​ຈັດ​ກອງ​ປະຊຸມ ​ວຽກ​ງານກວດ​ສອບ​ລະຫວ່າງ​ລາວ- ຫວຽດນາມ-ກຳປູ​ເຈຍ ຄັ້ງທີ 8.

ນອກຈາກ​ນັ້ນ, ​ໃນ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ໃນ​ຄັ້ງນີ້ ຍັງ​ໄດ້​ປຶກສາ​ຫາລື​ລົງ​ເລິກ ​ໃນ​ຫົວ​ຂໍ້​ການກວດ​ສອບ​ທີ່​ເນັ້ນ​ໃສ່​ຄວາມ​ສ່ຽງ ຊຶ່ງ​ເປັນ​ຫົວ​ຂໍ້​ທີ່​ບັນດາ​ປະ​ເທດ​ທີ່​ກ້າວໜ້າ ກຳລັງ​ນຳ​ໃຊ້​ເພື່ອ​ຍົກ​ຂຶ້ນມາປຶກສາ​ຫາລື, ​ແລກປ່ຽນ ​ແລະ ຊອກ​ຫາ​ວິທີ​ການ​ນຳ​ໃຊ້​ ໃຫ້​ແທດ​ເໝາະ​ກັບ​ແຕ່ລະ​ປະ​ເທດ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...