Homeຂ່າວທ້ອງຖິ່ນດາກຈຶງ ຖືກະສິກໍາ ເປັນທ່າແຮງຊ່ວຍຂັບເຄື່ອນ ເສດຖະກິດ

ດາກຈຶງ ຖືກະສິກໍາ ເປັນທ່າແຮງຊ່ວຍຂັບເຄື່ອນ ເສດຖະກິດ

Published on

     ປະ­ຈຸ​ບັນ ການ​ນຳ​ເມືອງດາກ​ຈຶງ ແຂວງ​ເຊ​ກອງ​ ໄດ້​ສຸມ​ໃສ່ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ປະ­ຊາ­ຊົນ​ຜະ­ລິດກະ­ສິ­ກຳ​ເປັນ​ສິນ­ຄ້າ​ຕາມ​ທ່າ­ແຮງຂອງ​ຕົນ, ໂດຍ​ສະ­ເພາະ​ແມ່ນ​ການປູກ​ກາ­ເຟ ແລະ​ພືດ​ເສດ­ຖະ­ກິດອື່ນໆ ທີ່​ຕະ­ຫຼາດ​ຕ້ອງ­ການເພື່ອເປັນ​ທ່າ­ແຮງ​ຊ່ວຍ​ຂັບ​ເຄື່ອນ​ການພັດທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຂອງ​ເມືອງ​ໃຫ້​ນັບ​ມື້​ຂະ­ຫຍາຍ­ຕົວເພີ່ມ​ຂຶ້ນ.

     ອີງ​ຕາມ​ຂໍ້​ມູນ​ລາຍ​ງານ​ຈາກຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ດາກຈຶງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ນີ້​ຮອດ​ປີ 2019 ການ​ນຳ​ທຸກ​ຂັ້ນ​ຂອງ​ເມືອງຈະ​ຊຸກ­ຍູ້​ສົ່ງ­ເສີມ​ປະ­ຊາ­ຊົນ​ສຸມ​ໃສ່ຜະ­ລິດ​ກະ­ສິ­ກຳ​ເປັນ​ສິນ­ຄ້າ ແລະສະ­ບຽງ​ອາ­ຫານ​ຕາມ​ທ່າ­ແຮງຂອງ​ຕົນ, ໂດຍ​ສະ­ເພາະ​ແມ່ນ​ກາເຟ, ໝາກ­ແໜ່ງ, ໝາກ​ນັດ, ສາ­ລີ, ຖົ່ວ­ດິນ, ຜັກ​ກະ​ລ່ຳ​ປີ ແລະ​ພືດ​ເສດຖະ​ກິດ​ອື່ນໆ​ທີ່​ຕະ­ຫຼາດ​ຕ້ອງ­ການ ເພື່ອ​ເປັນ​ທ່າ­ແຮງ​ຊ່ວຍ​ຂັບ​ເຄື່ອນ ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ​ຂອງ​ເມືອງໃຫ້​ນັບມື້​ຂະ­ຫຍາຍຕົວ​ເພີ່ມ​ຂຶ້ນ. ນອກ​ນັ້ນ​ຍັງ​ຈຸດ​ສຸມໃສ່​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ຂອງ ສັງ­ຄົມ​ໃຫ້​ມີ​ການ​ຫັນ­ປ່ຽນ​ຢ່າງຕັ້ງ­ໜ້າ, ຫັນ​ລົງ​ກໍ​ສ້າງ​ຮາກ​ຖານການ­ເມືອງ, ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ລຶ­ບລ້າງ​ຄວາມ­ທຸກຍາກ ຂອງ ປະ­ຊາ­ຊົນ​ຕາມ 4 ເນື້ອ​ໃນ 4 ຄາດ­ໝາຍ ແລະ​ມະ­ຕິ​ຄຳ​ສັ່ງຕ່າງໆ​ຂອງ​ພັກ-ລັດ​ວາງ​ອອກ​ໃຫ້ເປັນ​ປົກ­ກະ­ຕິ​ຕໍ່​ເນື່ອງ ແລະ​ເປັນປະຈຳ.

ຮອດ​ປີ 2019 ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ເມືອງເພີ່ມ​ຂຶ້ນ ໃນ​ລະ­ດັບ 17% ຕໍ່​ປີ, ໃນ​ນີ້: ຂະແໜງ​ກະ­ສິ­ກຳ​ເພີ່ມ​ຂຶ້ນ 9-10% ກວມ​ເອົາ​ອັດ­ຕາ​ສ່ວນ 47%;  ຂະແໜງ​ອຸດ­ສາ­ຫະ­ກຳ 19-20% ກວມ​ເອົາ 36% ແລະ​ບໍ­ລິ­ການເພີ່ມ​ຂຶ້ນ 17-18% ກວມ​ເອົາ 17% ຂອງ​ຈີ​ດີ​ພີ, ສະ­ເລ່ຍ​ລາຍຮັບ​ຕໍ່​ຫົວ​ຄົນ​ໃຫ້​ໄດ້ 15,2 ລ້ານກີບ​ຕໍ່​ຄົນ​ຕໍ່​ປີ.

ຂໍ້​ມູນ​ໃຫ້​ຕື່ມ​ວ່າ: ເພື່ອ​ບັນ­ລຸ​ໄດ້ຕາມ​ເປົ້າ​ໝາຍ​ການ​ຂະ­ຫຍາຍຕົວ​ຂອງ​ເສດ­ຖະ­ກິດ, ການ­ເມືອງຕ້ອງ​ໄດ້​ເພີ່ມ​ທະ­ວີ​ໃນ​ການ­ຈັດ­ຕັ້ງ ປະ­ຕິ­ບັດ​ບັນ­ດາ​ແຜນ​ງານ, ໂຄງການ​ບຸ­ລິ­ມະ­ສິດ​ຂອງ​ຂະ­ແໜງ​ກະສິ​ກຳ ແລະ​ປາ​ໄມ້​ທີ່​ວາງ​ໄວ້​ໃຫ້​ບັນລຸ​ຜົນ, ພ້ອມ​ທັງ​ຕັ້ງ­ໜ້າ​ຫັນ​ລົງ​ຊຸກ ຍູ້​ສົ່ງ­ເສີມ​ການ​ຜະ­ລິດ​ສະ­ບຽງ​ອາຫານ​ແລະ​ຜະ­ລິດ​ສິນ­ຄ້າ​ໃຫ້​ຫຼາຍຂຶ້ນ, ໂດຍ​ມີ​ການ​ປະ­ສານ​ສົມ­ທົບກັບ​ທະ­ນາ­ຄານ ແລະ​ສະ​ຖາ​ບັນ​ການ​ເງິນ​ຕ່າງໆ​ພາຍ​ໃນ​ແຂວງ, ເມືອງ​ເອົາ­ໃຈ­ໃສ່​ສະ­ໜອງ​ທຶນ ແລະ​ສ້າງ​ເງື່ອນ­ໄຂ​ອຳ­ນວຍຄວາມ​ສະ­ດວກ​ຕ່າງໆ​ແກ່​ການ​ຜະລິດ​ຂອງ​ປະ­ຊາຊົນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...