Homeຂ່າວພາຍ​ໃນການແຂ່ງຂັນລາວພຣີເມຍລີກ 2016 ທີ່ຈະເລີ່ມເປີດສາກຄວາມມັນໃນວັນທີ 26/03/2016

ການແຂ່ງຂັນລາວພຣີເມຍລີກ 2016 ທີ່ຈະເລີ່ມເປີດສາກຄວາມມັນໃນວັນທີ 26/03/2016

Published on

ນັບເວລາຖອຍຫຼັງພຽງອີກ 6 ວັນ ເທົ່ານັ້ນ ເສິກແຫ່ງສັກສີ ລະດູການແຫ່ງຄວາມຕື່ນເຕັ້ນລາວພຣີເມຍລີກ 2016 ຈະເລີ່ມເປີດສາກຄວາມມັນໃນວັນທີ 26 ມີນາ 2016 ສຳລັບປີນີ້ມີ 14 ສະໂມສອນຊື່ດັງເຂົ້າຮ່ວມ ມາຮ່ວມຊົມຮ່ວມເຊຍວ່າປີນີ້ທີມໃດຈະສາມາດຄ້ວາເງິນລາວັນສູງສຸດເຖິງ 150,000,000 ກີບ ທາງໂທລະພາບທີວີລາວຖ່າຍທອດສົດຕະຫຼອດລະດູການນີ້. ຫ້າມພາດ!

ລາຍຊື່ທີມສະໂມສອນເຂົ້າຮ່ວມການແຂ່ງຂັນ
1. ລາວໂຕໂຢຕ້າ ແຊ໋ມເກົ່າ
2. ລ້ານຊ້າງ ຢູໄນເຕັດ
3. ຊ້າງນ້ອຍ
4. ກະຊວງ ປ້ອງກັນຄວາມສະຫງົບ ຫລື ປກສ
5. ໄອດີຊີ ຈໍາປາສັກ ຢູໄນເຕັດ
6. ອິສເຕີນສະຕຣາ
7. ກະຊວງ ປ້ອງກັນປະເທດ ຫລື ກອງທັບ
8. ມະຫາວິທະຍາໄລແຫ່ງຊາດ ຫລື ມຊ
9. ໄຟຟ້າລາວ
10.ເອສຣາ
11. ສະຫວັນ ຢູໄນເຕັດ
12.CSC ຈໍາປາ
13. VSV ຢູໄນເຕັດ
14. ໄຊທານີ ຊິດຕີ້

7 ສະຫນາມນຳໃຊ້ເຂົ້າໃນການແຂ່ງຂັນ :
1. ລາວໂຕໂຢຕ້າ ໃຊ້ສະຫນາມກິລາເຈົ້າອານຸວົງ .
2. ລ້ານຊ້າງ ຢູໄນເຕັດ ໃຊ້ສະຫນາມກິລາລ້ານຊ້າງ , ບ້ານຫນອງໄຮ ເມືອງ ຫາດຊາຍຟອງ , ນະຄອນຫລວງ.
3.ປກສ ໃຊ້ສະຫນາມກິລາແຫ່ງຊາດຫລັກ 16.
4. ໄຟຟ້າລາວ ໃຊ້ສະຫນາມກິລາລ້ານຊ້າງ , ບ້ານຫນອງໄຮ ເມືອງ ຫາດຊາຍຟອງ , ນະຄອນຫລວງ.
5. ໄອດີຊີ ຈໍາປາສັກ ຢູໄນເຕັດ ໃຊ້ສະຫນາມກິລາກາງແຂວງຈໍາປາສັກ.
6. ສະຫວັນ ຢູໄນເຕັດ ໃຊ້ສະຫນາມກິລາແຂວງສະຫວັນນະເຂດ.
7.ກອງທັບ ໃຊ້ສະຫນາມກິລາກອງທັບ ຫລັກ5.
8.ຊ້າງນ້ອຍ ໃຊ້ສະຫນາມກິລາແຫ່ງຊາດຫລັກ 16.
9.ມຊ ໃຊ້ສະຫນາມກິລາມະຫາວິທະຍາໄລແຫ່ງຊາດ.
10. ເອສຣາ ໃຊ້ສະຫນາມກິລາແຫ່ງຊາດຫລັກ 16.
11.ອິສເຕີນສະຕຣາ ໃຊ້ສະຫນາມກິລາແຫ່ງຊາດຫລັກ 16.
12.ໄຊທານີ ຊິດຕີ້ ໃຊ້ສະຫນາມກິລາແຫ່ງຊາດຫລັກ 16.
13. VSV ຢູໄນເຕັດ ໃຊ້ສະຫນາມກິລາລ້ານຊ້າງ , ບ້ານຫນອງໄຮ ເມືອງ ຫາດຊາຍຟອງ , ນະຄອນຫລວງ.
14.CSC ຈໍາປາ ໃຊ້ສະຫນາມກິລາກາງແຂວງຈໍາປາສັກ.

ສຳລັບຕາຕະລາງການແຂ່ງຂັນໃນອາທິດ 1
+ ວັນທີ 26 /03 /2016 ເວລາ16:00 ສະໂມສອນ ອີສເຕີນສະຕຣາ ພົບ ສະໂມສອນ ໄອດີຊີ ຈໍາປາສັກ ຢູໄນເຕັດ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 .
– ເວລາ 16:00 ສະໂມສອນ ກອງທັບ ພົບ ສະໂມສອນ ມະຫາວິທະຍາໄລແຫ່ງຊາດ ເວລາ 16:00 ແຂ່ງຂັນຢູ່ສະຫນາມກິລາກອງທັບ.
– ເວລາ 18:00 ສະໂມສອນ ລ້ານຊ້າງ ຢູໄນເຕັດ ພົບ ສະໂມສອນ ປກສ ແຂ່ງຂັນຢູ່ທີ່ສະຫນາມກິລາລ້ານຊ້າງ , ບ້ານຫນອງໄຮ ເມືອງ ຫາດຊາຍຟອງ , ນະຄອນຫລວງ.
+ ວັນທີ 27/03/2016 ເວລາ 17:00 ສະໂມສອນ ລາວໂຕໂຢຕ້າ ພົບ ສະໂມສອນ CSC ຈໍາປາ ແຂ່ງຂັນຢູ່ທີ່ສະຫນາມກິລາເຈົ້າອານຸວົງ .
– ເວລາ 15:30 ສະໂມສອນຊ້າງນ້ອຍ ພົບ ສະໂມສອນໄຊທານີ ຊິດຕີ້ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 .
– ເວລາ 18:00 ສະໂມສອນ ເອສຣາ ພົບ ສະໂມສອນ VSV ຢູໄນເຕັດ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫລັກ 16 .
– ເວລາ 18:00 ສະໂມສອນ ໄຟຟ້າລາວ ພົບ ສະໂມສອນ ສະຫວັນ ຢູໄນເຕັດ .

ສາມາດຕິດຕາມການຖ່າຍທອດສົດ ລາວພຣີເມຍລີກ 2016 ທຸກໆວັນອາທິດ ທາງສະຖານີໂທລະພາບ TVLAO HD

ແຫລ່ງຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...