spot_img
HomeມູມໄອທີລາວSamsung ເປີດໂຕແທັບເລັດ Galaxy TabPro S Gold Edition ລຸ້ນອັບເກຣດສະເປັກໃໝ່ ເລີ່ມຕົ້ນ 8 ລ້ານກີບ

Samsung ເປີດໂຕແທັບເລັດ Galaxy TabPro S Gold Edition ລຸ້ນອັບເກຣດສະເປັກໃໝ່ ເລີ່ມຕົ້ນ 8 ລ້ານກີບ

Published on

ຫຼ້າສຸດນີ້ Samsung ໄດ້ເປີດໂຕແທັບເລັດ 2-in-1 ລຸ້ນອັບເກຣດສະເປັກໃໝ່ນັ້ນກໍຄື: Galaxy TabPro S Gold Edition ເຊິ່ງເປັນລຸ້ນທີ່ອັບເກຣດມາຈາກ Galaxy TabPro S ທີ່ເປີດໂຕໄປຕັ້ງແຕ່ຊ່ວງຕົ້ນປີນີ້ ໂດຍຮອບນີ້ໄດ້ມີການເພີ່ມ RAM ແລະ ROM ຂຶ້ນເຖິງ 2 ເທົ່າ.

ສຳລັບສະເປັກຂອງ Samsung Galaxy TabPro S ມີດັ່ງນີ້:

  • ສັດສ່ວນເຄື່ອງ: 11.43″ x 7.83″ x 0.25″ (ບໍ່ລວມຄີບອຣ໌ດ)
  • ນ້ຳໜັກ: 690 ກຣາມ (ບໍ່ລວມຄີບອຣ໌ດ)
  • ໜ້າຈໍ: Super AMOLED ຂະໜາດ 12 ນິ້ວ (2160×1440 ພິກເຊວ)
  • CPU: Intel Core M3 2.2 GHz
  • RAM: 8GB 
  • ROM: 256GB Solid State Drive
  • OS: Windows 10 Home
  • ກ້ອງຫຼັງ: 5 ລ້ານພິກເຊວ ພ້ອມລະບົບໂຟກັດອັດຕະໂນມັດ
  • ກ້ອງໜ້າ: 5 ລ້ານພິກເຊວ
  • ຄຸນສົມບັດກ້ອງ: 4× Digital Zoom, ບັນທຶກວີດີໂອລະດັບ FullHD (1920×1080 ພິກເຊວ) 
  • ການເຊື່ອມຕໍ່: Wi-Fi (802.11 a/b/g/n/ac 2.4G+5GHz, VHT80 MIMO), Bluetooth v4.1, 
  • Port: USB Type-C, USB 3.1, HDMI
  • ແບັດເຕີຣີ: 5200mAh ພ້ອມຮອງຮັບລະບົບສາກໄວຜ່ານຫົວ USB Type-C

ສຳລັບ Galaxy TabPro S Gold Edition ແມ່ນເປີດວາງຈຳໜ່າຍແລ້ວທີ່ສະຫະລັດອາເມຣິກາ ໃນລາຄາເລີ່ມຕົ້ນທີ່ $999.99 (8.100.000 ກີບ) ແລະນອກຈາກນີ້ກໍລວມໄປເຖິງຮ້ານຄ້າຍ່ອຍ ແລະເວັບ Samsung.com ນຳ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:fonearena

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...