Pfizer ​​ປະກາດແລ້ວ! ລາວເປັນໜຶ່ງໃນ 95 ປະເທດ ທີ່ຈະໄດ້ຮັບສູດຢາເມັດຕ້ານໂຄວິດ-19

0
1935

ວັນທີ 17 ຕຸລາ 2021 ສໍານັກຂ່າວ Reuters ລາຍງານວ່າ ວັນທີ 16 ພະຈິກ 2021, Pfizer ໄດ້ປະກາດບັນລຸຂໍ້ຕົກລົງກັບ Medicines Patent Pool (MPP) ອົງການສິດທິບັດຢາ ໄດ້ຮັບການສະໜັບສະໜຸນໂດຍອົງການສະຫະປະຊາຊາດ ເພື່ອເພີ່ມທະວີການເຂົ້າເຖິງຢາຕ້ານ ໂຄວິດ-19 ຂອງບໍລິສັດໃນ 95 ປະເທດຖານະ ປານກາງ-ທຸກຍາກ.

ໃນຂໍ້ຕົກລົງດັ່ງກ່າວ Pfizer ຈະໃຫ້ສິດທິ MPP ໃນການໃຊ້ສິດ (Sub-license) ເຮັດສັນຍາກັບຜູ້ຜະລິດຢາສາມັນ (Generic Drug) ໃນປະເທດທີ່ໄດ້ຮັບອະນຸຍາດ ເພືjvໃຫ້ສາມາດຜະລິດຢາເມັດຕ້ານ ໂຄວິດ-19 ຂອງ Pfizer ຫຼື ທີ່ມີຊື່ທາງການຄ້າວ່າ Paxlovid ໄດ້

ໂດຍ 95 ປະເທດທີ່ຢູ່ໃນລາຍຊື່ ກວມເອົາ 53% ຂອງປະຊາກອນໂລກ. ສ່ວນໃຫຍ່ເປັນປະເທດທີ່ມີລາຍໄດ້ຕໍ່າ ແລະ ປະເທດທີ່ມີລາຍໄດ້ປານກາງຂ້ອນຂ້າງຕໍ່າ. ລວມມີ 6 ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄື: ລາວ, ມຽນມາ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ ​ແລະ ​ຫວຽດນາມ.

Pfizer ຈະບໍ່ໄດ້ຮັບການຊົດເຊີຍຊັບສິນທາງປັນຍາ ຈາກການຂາຍຢາທົ່ວໄປເຫຼົ່ານີ້ ຕາບໃດທີ່ ໂຄວິດ-19 ຍັງຖືກຈັດເປັນພາວະສຸກເສີນດ້ານສາທາລະນະສຸກສາກົນ ໂດຍອົງການອະນາໄມໂລກ (WHO)