spot_img
Homeຂ່າວຕ່າງປະເທດຜູ້ນຳຈີນ ແລະ ອາເມຣິກາຫາລືຜ່ານອອນລາຍຮ່ວມກັນຄັ້ງທຳອິດ

ຜູ້ນຳຈີນ ແລະ ອາເມຣິກາຫາລືຜ່ານອອນລາຍຮ່ວມກັນຄັ້ງທຳອິດ

Published on

ອີງຕາມການລາຍງານຂອງສຳນັກຂ່າວ CRI: ທ່ານ ສີຈີ້ນຜິງ, ປະທານປະເທດຈີນ ໄດ້ພົບປະກັບທ່ານ ໂຈໄບເດັນ, ປະທານາທິບໍດີ ອາເມຣິກາ ດ້ວຍຮູບແບບຜ່ານທາງວິດີໂອ, ການພົບປະດັ່ງກ່າວຈັດຂຶ້ນໃນ ວັນທີ 16 ພະຈິກຜ່ານມາ ເຊິ່ງຜູ້ນຳສອງປະເທດໄດ້ມີການປຶກສາຫາລືກັນຫຼາຍປະເດັນ.

ທ່ານ ສີຈິ້ນຜິງ ກ່າວວ່າ: ການຊຸກຍູ້ສາຍພົວພັນຈີນ ແລະອາເມຣິກາ ທີ່ຕ່າງຝ່າຍຕ່າງໄດ້ຮັບການພັດທະນາ ແລະປົກປັກຮັກສາສະພາບແວດລ້ອມສາກົນ ທີ່ມີ ສັນຕິພາບ ແລະສະຖຽນລະພາບ ພ້ອມທັງ ການຮັບມືກັບສິ່ງທ້າທາຍຂອງທົ່ວໂລກ ເຊິ່ງລວມທັງການປ່ຽນແປງຂອງດິນຟ້າອາກາດ ແລະການແຜ່ລະບາດຂອງພະຍາດ ໂຄວິດ-19 ລ້ວນແຕ່ຕ້ອງການສາຍພົວພັນຈີນ-ອາເມຣິກາ ທີ່ປອດໃສ ແລະ ໝັ້ນທ່ຽງ, ຈີນ ແລະ ອາເມຣິກາ ຄວນເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ດຳເນີນການຮ່ວມມືເພື່ອຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຂ້າພະເຈົ້າຍິນດີຮ່ວມກັບທ່ານ ປະທານາທິບໍດີ ໂຈໄບເດັນ, ສ້າງຄວາມຮັບຮູ້ທີ່ຄ້າຍຄືກັນ ປະຕິບັດງານຢ່າງຕັ້ງໜ້າ. ນີ້ ແມ່ນຄວາມຕ້ອງການທີ່ສ້າງຄວາມສຸກໃຫ້ແກ່ ປະຊາຊົນສອງປະເທດ ທັງແມ່ນຄວາມຫວັງຂອງປະຊາຄົມໂລກ.

ຂະນະທີ່ທ່ານ ໂຈໄບເດັນ ກໍໄດ້ກ່າວວ່າ: ຂ້າພະເຈົ້າດີໃຈທີ່ໄດ້ມີໂອກາດພົບປະກັບທ່ານ. ຫວັງວ່າ ການສົນທະນາລະຫວ່າງພວກເຮົາຈະສາມາດດຳເນີນໄປແບບກົງໄປກົງມາ, ຂ້າພະເຈົ້າເຫັນວ່າ ໃນຖານະເປັນຜູ້ນຳຂອງປະເທດຈີນ ແລະ ອາເມຣິກາ, ພວກເຮົາມີຄວາມຮັບຜິດຊອບ ແລະຮັບປະກັນວ່າ ການແຂ່ງຂັນລະຫວ່າງສອງປະເທດຈະບໍ່ກ້າວໄປສູ່ການປະທະກັນ, ບໍ່ວ່າຈະເປັນການກະທຳທີ່ມີເຈຕະນາ ຫຼື ບໍ່ກໍຕາມ. ຂ້າພະເຈົ້າເຫັນວ່າ ພວກເຮົາຕ້ອງການສ້າງຄວາມຮັບຮູ້ທີ່ເປັນເອກະພາບກັນຄືນໃໝ່, ແກ້ໄຂຄວາມຂັດແຍ່ງກັນ ລະຫວ່າງພວກເຮົາຢ່າງກົງໄປກົງມາ, ສຸມຄວາມພະຍາຍາມຮ່ວມກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດຮ່ວມກັນ, ໂດຍສະເພາະໃນບັນຫາດ້ານການ ປ່ຽນແປງຂອງດິນຟ້າອາກາດຂອງໂລກ ກໍຄືບັນຫາທີ່ມີລັກສະນະທົ່ວໂລກ ແລະອື່ນໆ. ການພົວພັນລະຫວ່າງສອງປະເທດພວກເຮົາ, ບໍ່ພຽງແຕ່ມີຜົນສະທ້ອນທີ່ສຳຄັນຕໍ່ກັບສອງປະເທດພວກເຮົາເທົ່ານັ້ນ, ແຕ່ຍັງມີຜົນສະທ້ອນຕໍ່ທົ່ວໂລກນຳອີກ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...