Homeຂ່າວຕ່າງປະເທດແຮງງານທີ່ລັກລອບເຂົ້າໄທຜິດກົດໝາຍຈະຖືກປັບໃໝພ້ອມສົ່ງກັບຄືນປະເທດ

ແຮງງານທີ່ລັກລອບເຂົ້າໄທຜິດກົດໝາຍຈະຖືກປັບໃໝພ້ອມສົ່ງກັບຄືນປະເທດ

Published on

ບັນດາແຮງງານທີ່ລັກລອບເຂົ້າໄທຜິດກົດໝາຍຈະຖືກປັບໃໝພ້ອມສົ່ງກັບຄືນປະເທດ ເຖິງແມ່ນລັດຖະບານໄທ ຈະເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ເຮັດວຽກຢູ່ໃນປະເທດໄທ ເປັນກໍລະນີພິເສດຕາມມະຕິຂອງ ຄຣມ ກໍຕາມ.

ອີງຕາມການລາຍງານຂອງ ຂ່າວສານ ຮສສ ຮູ້ວ່າ: ເນື່ອງຈາກເລີ່ມແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ, ລັດຖະບານໄທ ໄດ້ປະກາດເປີດປະເທດຮັບເອົານັກທ່ອງທ່ຽວຈາກ 63 ປະເທດໃຫ້ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ, ຈາກການປະກາດດັ່ງກ່າວ ໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ກັບບາງກຸ່ມຄົນ ເປັນຕົ້ນ ບັນດາຜູ້ອອກແຮງງານຈາກປະເທດໃກ້ຄຽງເຂົ້າໃຈຜິດວ່າ ສາມາດເດີນທາງກັບເຂົ້າມາເຮັດວຽກຢູ່ໄທໄດ້ແລ້ວ, ເຊິ່ງໃນສອງອາທິດຜ່ານມາ ໄດ້ມີແຮງງານຈາກປະເທດມຽນມາ 342 ຄົນ ພາກັນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະຖືກເຈົ້າໜ້າທີ່ຂອງຝ່າຍໄທຈັບກຸມ, ປັບໄໜ ແລະສົ່ງຄືນປະເທດ, ກ່ອນການເດີນທາງແຮງງານກຸ່ມນີ້ຕ້ອງໄດ້ຈ່າຍເງິນປະມານ 25,000 ບາດ/ຄົນ ໃຫ້ກັບຂະບວນການນາຍໜ້າ ເພື່ອແລກກັບການອໍານວຍຄວາມສະດວກໃນການເດີນທາງ, ຕໍ່ກັບເຫດການແບບນີ້ຍັງບໍ່ທັນປະກົດເຫັນເກີດຂື້ນກັບແຮງງານລາວເຮົາເທື່ອ, ແຕ່ໃນອະນາຄົດອັນໃກ້ນີ້ ຄາດວ່າອາດຈະມີແຮງງານລາວຈຳນວນໜຶ່ງທີ່ຈະລັກລອບເຂົ້າໄທແບບບໍ່ຖືກຕ້ອງ.

ການເປິດປະເທດຍັງເຮັດໃຫ້ຄວາມຕ້ອງການນຳໃຊ້ແຮງງານເພີ່ມຂື້ນ ແລະຈະສົ່ງຜົນໃຫ້ບັນຫາການຂາດແຄນແຮງງານເພີ່ມທະວີຄວາມຮຸນແຮງຂື້ນ ໃນເມື່ອຕະຫຼາດແຮງງານຂອງໄທ ມີຄວາມຕ້ອງການນຳເຂົ້າແຮງງານຕ່າງປະເທດຈຳນວນຫຼາຍ, ແນ່ນອນວ່າກຸ່ມຄົນບໍ່ຫວັງດີ, ນາຍໜ້າ ແລະຂະບວນການຕົວະຍົວະຫຼອກລວງເອົາແຮງງານຈາກປະເທດໃກ້ຄຽງເຂົ້າມາສະໜອງໃຫ້ຕະຫຼາດພາຍໃນປະເທດ ຈະນັບມື້ນັບມີຫຼາຍ ແລະຍາກທີ່ຈະສະກັດກັ້ນໄດ້.

ດັ່ງນັ້ນ, ສະຖານເອກອັກຄະລັດຖະທູດ ສປປ ລາວ-ບາງກອກ, ໄດ້ແຈ້ງເຖິງ ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ໃນວັນທີ 12 ພະຈິກ 2021 ຜ່ານມາ ກ່ຽວກັບລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິເສດ ພ້ອມສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວ ເພື່ອຮ່ວມກັນວາງແຜນ ແລະແກ້ໄຂບັນຫາການລັກລອບຂ້າມແດນຂອງແຮງງານລາວທີ່ອາດຈະເກີດຂື້ນໃນອະນາຄົດອັນໃກ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...