spot_img
Homeຂ່າວພາຍ​ໃນMiss Grand Laos ຊີ້ແຈງກໍລະນີນາງງາມຂີ່ລົດຕຳກັບລົດຂອງແມ່ມານ

Miss Grand Laos ຊີ້ແຈງກໍລະນີນາງງາມຂີ່ລົດຕຳກັບລົດຂອງແມ່ມານ

Published on

ຈາກເຫດນາງງາມທ່ານໜຶ່ງຂັບຂີ່ລົດໃຫຍ່ມາຕຳກັບແມ່ມານທີ່ຂີ່ລົດຈັດອອກມາຈາກໄຟອຳນາດ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຮັດໃຫ້ເປັນປະເດັນໃນສັງຄົມອອນລາຍ ໂດຍສ່ວນໃຫຍ່ກໍສະແດງຄວາມຄິດເຫັນວ່າລົດໃຫຍ່ແມ່ນຜິດ.

ຫຼ້າສຸດ ທາງ Miss Grand Laos ໄດ້ອອກມາໂພສຜ່ານເພຈເຟສບຸກກ່ຽວກັບເຫດດັ່ງກ່າວແລ້ວວ່າ ຜ່ານຄຳເຫັນວິຊາການຄົ້ນຄວ້າຂອງ ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ລາຍງານວ່າ ຜູ້ທີ່ຂັບຂີ່ລົດຈັກແມ່ນມີຄວາມຜິດໃນທາງກົດຈາລະຈອນ ເຖິງ 6 ມາດຕາ ຄື ບໍ່ໃສ່ໝວກກັນກະທົບ, ແລ່ນຄວາມໄວເກີນກຳນົດ, ບໍ່ມີປະກັນໄພລົດ, ບໍ່ມີໃບຂັບຂີ່ຍານພະຫະນະ, ບໍ່ປະຕິບັດຕາມສັນຍານຈະລາຈອນ, ລະເມີດກົດລະບຽບຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດ.

ສ່ວນກໍລະນີຂັບລົດໃຫຍ່ແມ່ນມີຄວາມຜິດພຽງ 1 ມາດຕາຄື ແລ່ນລົດດ້ວຍຄວາມໄວເກີນກຳນົດ.

ທັ້ງນີ້ ແມ່ມານ ຫຼື ຜູ້ຂັບຂີ່ລົດຈັກ ໄດ້ອອກມາແກ້ຂ່າວວ່າ ໃນເບື້ອງຕົ້ນຕົນບໍ່ແນ່ໃຈວ່າ ຕົນເປັນຄົນຜິດ ຫຼື ຖືກ ແຕ່ພາຍຫຼັງຜົນການຕັດສິນຂອງເຈົ້າໜ້າທີ່ອອກມາ ຈຶ່ງຍອມຮັບວ່າເປັນຜູ້ລະເມີດກົດຈະລາຈອນ ແລະ ໃຫ້ຢຸດເຊົາການໂຈມຕີໃສ່ຮ້າຍຄູ່ກໍລະນີ.

ແມ່ມານ ຍັງບອກຕື່ມວ່າ ຄູ່ກໍລະນີໄດ້ພາຕົນໄປໂຮງໝໍ ກວດສຸຂະພາບ ຜ່ານການກວດຈາກໂຮງໝໍກໍພົບວ່າ ຕົນ ແລະ ລູກໃນທ້ອງແມ່ນປອດໄພ ບໍ່ໄດ້ຮັບຜົນກະທົບຫຍັງ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...