spot_img
Homeຂ່າວຕ່າງປະເທດKFC ເປີດສາຂາທຳອິດໃນມຽນມາ ມີລູກຄ້າຢືນຕໍ່ຄິວຖ້າຊື້ ດົນເຖິງ 3 ຊົ່ວໂມງ!

KFC ເປີດສາຂາທຳອິດໃນມຽນມາ ມີລູກຄ້າຢືນຕໍ່ຄິວຖ້າຊື້ ດົນເຖິງ 3 ຊົ່ວໂມງ!

Published on

Customers line up to buy fried chicken at a KFC branch during its opening day in Yangon

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນມື້ວານນີ້ (30 ມິຖຸນາ) ຮ້ານຈືນໄກ່ເຄເອັບຊີ (KFC) ຊື່ດັງລະດັບໂລກ ໄດ້ເປີດສາຂາທຳອິດໃນປະເທດມຽນມາ ທີ່ນະຄອນຫລວງຢາງກຸ້ງ ໂດຍໃນມື້ດັ່ງກ່າວມີຊາວມຽນມາຈຳນວນຫລາຍ ຢືນເຂົ້າແຖວຕໍ່ຄິວເພື່ອລໍຖ້າຊື້ ດົນເຖິງ 3 ຊົ່ວໂມງ ເຊິ່ງຮ້ານ KFC ດັ່ງກ່າວນີ້ ແມ່ນມີບໍລິສັດຂອງມຽນມາ ເປັນຮຸ້ນສ່ວນກັບບໍລິສັດ KFC ເຊິ່ງເປັນບໍລິສັດແມ່ໃນສະຫະລັດອາເມຣິກາ ອັນເປັນຮ້ານອາຫານຕາເວັນຕົກອີກແຫ່ງໜຶ່ງ ທີ່ໄດ້ເຂົ້າມາບຸກເບີກຕະຫລາດໃນປະເທດດັ່ງກ່າວ.

ທ່ານ ຈໍ່ ໂມ ນັກທຸລະກິດອາຍຸ 50 ປີ ໄດ້ກ່າວວ່າ ເຂົາມາຢືນຕໍ່ຄິວລໍຖ້າດົນເຖິງ 3​ ຊົ່ວໂມງ ເພື່ອຊື້ຈືນໄກ່ໄປຕ້ອນສະມາຊິກໃນຄອບຄົວ 8 ຄົນ ໃນຂະນະທີ່ ທ້າວ ເຕັດ ເອ ນັກສຶກສາອາຍຸ 18 ປີ ໄດ້ກ່າວດ້ວຍຄວາມດີໃຈວ່າ ຄົນມຽນມາຮຸ່່ນໃໝ່ ແມ່ນໄດ້ກິນອາຫານທີ່ຄ້າຍຄືກັບປະເທດອື່ນໆແລ້ວ.

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...