spot_img
HomeມູມໄອທີລາວJelly ແອນດຣອຍສະມາດໂຟນຮອງຮັບ 4G ທີ່ນ້ອຍທີ່ສຸດໃນໂລກ

Jelly ແອນດຣອຍສະມາດໂຟນຮອງຮັບ 4G ທີ່ນ້ອຍທີ່ສຸດໃນໂລກ

Published on

Unihertz ບໍລິສັດ ສະຕາຣອັບທີ່ ຊຽງໄຮ້ ປະເທດຈີນ ແນະນຳສະມາດໂຟນຮອງຮັບເຄືອຂ່າຍ  4G LTE ທີ່ມີຂະໜາດທີ່ນ້ອຍທີ່ສຸດໃນໂລກ Jelly ແລະ Jelly Pro ໂດຍທັງຄູ່ໄດ້ຮັບການອອກແບບມາຄືກັນ ຮວມເຖິງສະເປັກເຄື່ອງ ແຕກຕ່າງການພຽໜ່ວຍຄວາມຈຳເທົ່ານັ້ນ ໂດຍມີຈຸດເດັ່ນທີ່ຂະໜາດຕົວເຄື່ອງນ້ອຍເທົ່າກັບໂທລະສັບມືຖືເມື່ອສິບປີກ່ອນ ເຮັດໃຫ້ຖືໄປທາງໃດກໍ່ສະດວກສະບາຍຂຶ້ນ

Jelly ມາກັບຈໍສະແດງຜົນຂະໜາດ 2.45 ນິ້ວເທົ່ານັ້ນ ທຽບເທົ່າຟີເຈີໂຟນທີ່ເນັ້ນໃຊ້ປຸ່ມກົດ ເຖິງຈະມີຂະໜາດນ້ອຍ ແຕ່ Jelly ແຕ່ກໍ່ສາມາດໃສ່ໄດ້ 2 ຊິມ ໃນຂະໜາດນາໂນ ແລະ ຍັງຮອງຮັບກາຣດ microSD ອີກດ້ວຍ

Jelly ມາພ້ອມລະບົບປະຕິບັດການ Android 7.0 Nougat ຊິບປະມວນຜົນ 1.1GHz Quad Core ຄວາມຈຳ RAM 1GB ຕັບຄູ່ກັບ ROM 8GB (Jelly Pro ຈະໃຊ້ງານ RAM 2GB ຈັບຄູ່ກັບ ROM 16GB) ຈໍສະແດງຜົນ 240 x 432 ພິກເຊລຂະໜາດ 2.45 ນິ້ວ ກ້ອງ 8 ລ້ານພິກເຊລ ກ້ອງເຊລຟີ 2 ລ້ານພິເຊລ, ແບັດເຕີຣີ 950mAh ຮອງຮັບເຄືອຂ່າຍ 2G / 3G / 4G ການເຊື່ອມຕໍ່ Wi-Fi 802.11 a/b/g/n, Bluetooth 4.0 ແລະ ມີລະບົບ GPS ໃນຕົວ,​ ເຄື່ອງນີ້ຂາຍໃນລາຄາ 79 ໂດລາ

ວິດີໂອຈາກ: MrMobile [Michael Fisher]

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...