spot_img
Homeຂ່າວ​ໄອ​ທີiPhone 7 Plus ເກີດລະເບີດທີ່ປະເທດຈີນ ສາເຫດຍ້ອນຕົກພື້ນ!!

iPhone 7 Plus ເກີດລະເບີດທີ່ປະເທດຈີນ ສາເຫດຍ້ອນຕົກພື້ນ!!

Published on

​ໃນຊ່ວງໄລຍະກ່ອນໜ້ານີ້ເຮົາຈະເຫັນຂ່າວໂທລະສັບມືຖືລະເບີດອອກມາຢູ່ເລື້ອຍໆ ແຕ່ແລ້ວກະແສກໍຄ່ອຍໆໝົດໄປຫຼັງຈາກທີ່ຜູ້ຜະລິດໄດ້ສັ່ງເກັບຄືນໄປແລ້ວ, ແຕ່ມາໃນມື້ນີ້ເບິ່ງຄືວ່າກະແສໂທລະສັບລະເບີດຈະມີມາອີກແລ້ວ. ເມື່ອມີລາຍງານຈາກປະເທດຈີນວ່າ: ມີຜູ້ໃຊ້ iPhone 7 Plus ຄົນໜຶ່ງເຮັດໂທລະສັບຕົກພື້ນ ຈົນເປັນສາເຫດໃຫ້ແບັດເຕີຣີເກີດອາການລຸກໄໝ້ຂຶ້ນ, ໂດຍໃນຊ່ວງທີ່ໂທລະສັບຕົກພື້ນນັ້ນໄດ້ເກີດມີຄວັນຂຶ້ນແລະເກີດອາການສັ່ນຢ່າງຮຸ່ນແຮງ, ຕໍ່ມາໜ້າຈໍກໍແຕກລະອຽດແລະຫຼຸດອອກຈາກໂຕເຄື່ອງ. ສຳລັບສະພາບໂທລະສັບແມ່ນຕາມຮູບດ້ານລຸ່ມນີ້: 

ນີ້ບໍ່ແມ່ນກໍລະນີທຳອິດທີ່ເຮົາຮູ້ກ່ຽວກັບ iPhone 7 ລະເບີດເພາະກ່ອນໜ້ານີ້ກໍມີ 3 ກໍລະນີທີ່ເກີດຂຶ້ນມາກ່ອນແລ້ວຄື: ກໍລະນີທີ 1 ລະເບີດໃນຂະນະທີ່ຂົນສົ່ງໂຕເຄື່ອງ, ກໍລະນີທີ 2 ລະເບີດໃນຂະນະທີ່ເຈົ້າຂອງເຄື່ອງກຳລັງຖ່າຍວີດີໂອ ແລະກໍລະນີທີ 3 ລະເບີດໃນຂະນະທີ່ຢູ່ໃນລົດ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...