spot_img
Homeຂ່າວຕ່າງປະເທດICC ອອກໝາຍຈັບ ປູຕິນ ໂດຍກ່າວວ່າຫາວ່າປູຕິນກໍ່ອາຊະຍະກຳສົງຄາມ

ICC ອອກໝາຍຈັບ ປູຕິນ ໂດຍກ່າວວ່າຫາວ່າປູຕິນກໍ່ອາຊະຍະກຳສົງຄາມ

Published on

ວັນທີ 17 ມີນາ 2023​ ສານອາຍາລະຫວ່າງປະເທດ (ICC) ອອກໝາຍຈັບ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຖານກໍ່ສົງຄາມໃນຢູເຄຣນ ໂດຍກ່າວຫາວ່າ ກໍ່ອາຊະຍະກຳສົງຄາມ ແລະ ສົ່ງໂຕເດັກນ້ອຍຢູເຄຣນຈຳນວນຫຼາຍອອກນອກປະເທດຢ່າງຜິດກົດໝາຍ.

Putin: ICC issues war crimes arrest warrant for Russian president | CNN

ການເຄື່ອນໄຫວນີ້ມີຜົນເຮັດໃຫ້ລະບົບສານໃນ 123 ກຸ່ມສົນທິສັນຍາຂອງສານ ຈຳເປັນຕ້ອງຈັບກຸມ ປູຕິນ ຖ້າລາວຍັງເດີນທາງເຂົ້າໄປດິນແດນເຫຼົ່ານັ້ນ ແລະ ຈະຕ້ອງສົ່ງໂຕຜູ້ນຳຣັດເຊຍໄປຫາສານທີ່ກຸງເຮັກ ເພື່ອພິຈາລະນາຄວາມຜິດ.

ຣັດເຊຍຍັງຢືນຢັນການປະຕິເສດຂໍ້ກ່າວຫາທີ່ວ່າ ທະຫານຣັດເຊຍກໍ່ສົງຄາມ ແລະ ຄວາມຮຸນແຮງຕະຫຼອດໄລຍະເວລາ 1 ປີ ທີ່ເຮັດສົງຄາມໃນຢູເຄຣນ ຂະນະທີ່ທຳນຽບເຄຣມລິນ ກ່າວວ່າຄຳສັ່ງຂອງ ICC ນັ້ນ ເປັນໂມຄະ ແລະ ບໍ່ມີຜົນ.

ຣັດເຊຍ ແລະ ຢູເຄຣນ ຕ່າງກໍບໍ່ໄດ້ເປັນຄູ່ຮ່ວມສົນທິສັນຍາຂອງ ICC ແຕ່ວ່າລັດຖະບານຢູເຄຣນໄດ້ມອບອຳນາດໃຫ້ສານສາມາດພິຈາລະນາອາຊະຍະກຳສົງຄາມທີ່ເກີດຂຶ້ນໃນດິນແດນຢູເຄຣນ.

ສານອາຍາລະຫວ່າງປະເທດ (ICC) ບໍ່ມີໜ່ວຍງານຕຳຫຼວດເປັນຂອງຕົນເອງ ແລະ ຈຳເປັນຕ້ອງອາໄສຄວາມຮ່ວມມືຈາກຄູ່ຮ່ວມສົນທິສັນຍາ ໃນການຄວບຄຸມຜູ້ຖືກຫາຕາມໝາຍຈັບ.

ທັ້ງນີ້ ໝາຍຈັບຂອງສານຕັ້ງຂໍ້ສົງໄສວ່າ ປູຕິນ ຢູ່ພາຍໃຕ້ຄຳສັ່ງ ບັງຄັບໃຫ້ສົ່ງໂຕເດັກນ້ອຍ ແລະ ປະຊາຊົນອອກຈາກດິນແດນຢູເຄຣນຢ່າງຜິດກົດໝາຍ ນັບຕັ້ງແຕ່ ວັນທີ 24 ກຸມພາ 2022 ເປັນຕົ້ນ.

ຣັດຖະບານຢູເຄຣນອ້າງວ່າ ມີເດັກນ້ອຍ 16,000 ຄົນ ຖືກບັງຄັບໃຫ້ສົ່ງໂຕໄປຍັງຣັດເຊຍ ຫຼື ດິນແດນຂອງຢູເຄຣນທີ່ຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍຢ່າງຜິດກົດໝາຍ.

ປູຕິນ ຖືເປັນຜູ້ນຳປະເທດ ຄົນທີ 3 ຂອງໂລກທີ່ຖືກໝາຍຈັບຂອງສານ ICC ຖັດຈາກ ປະທານາທິບໍດີ ໂອມາອັນ ບາຊີ ແຫ່ງຊູດານ ແລະ ມູອັມມາ ກັດດາຟີ ອະດີດຜູ້ນຳລິເບຍ.

ແຫຼ່ງຂ່າວ Reuters

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...