spot_img
Homeຂ່າວຕ່າງປະເທດDisney ປະກາດປົດພະນັກງານທົ່ວໂລກ 7.000 ຄົນ

Disney ປະກາດປົດພະນັກງານທົ່ວໂລກ 7.000 ຄົນ

Published on

ວັນທີ 27 ມີນາ 2023 ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ: Walt Disney Company ບໍລິສັດຂະໜາດໃຫຍ່ທີ່ມີສື່ສຽງດ້ານຜະລິດໜັງກາຕູນຂອງໂລກ ຈະເລີ່ມປົດພະນັກງານຫຼາຍກວ່າ 7.000 ຄົນ ພາຍໃນອາທິດນີ້.

ບັອບ ໄອເກີ ຜູ້ບໍລິຫານລະດັບສູງຂອງ Disney ຢືນຢັນຜ່ານການບັນທຶກເຖິງພະນັກງານ ໃນຊ່ວງເຊົ້າຂອງວັນຈັນທີ 27 ມີນາ ທີ່ຜ່ານມາວ່າ ປະກາດປົດພະນັກງານ 7.000 ຄົນ ໂດຍຈະແບ່ງເປັນ 3 ຮອບຄື ຮອບທຳອິດແມ່ນອາທິດນີ້ ອາທິດທີ 2 ແມ່ນພາຍໃນເດືອນເມສາ ແລະ ຮອບທີ 3 ພາຍໃນຊ່ວງຕົ້ນລະດູຮ້ອນຂອງອາເມຣິກາ.

ເຊິ່ງ ບັອບ ໄອເກີ ກ່າວ່າ Disney ຕັດສິນໃຈຍາກຫຼາຍໃນການຫຼຸດພະນັກງານລົງ ເຊິ່ງເປັນສ່ວນໜຶ່ງຂອງມາດຕະການປະຢັດຄ່າໃຊ້ຈ່າຍທີ່ສຳຄັນຕໍ່ການສ້າງແນວທາງໃນການດຳເນີນທຸລະກິດທີ່ມີປະສິດທິພາບ.

ທັ້ງນີ້ Disney ໄດ້ປະກາດປົດພະນັກງານທົ່ວໂລກ ຈຳນວນ 7.000 ຄົນ ໃນວັນທີ 8 ກຸມພາ ທີ່ຜ່ານມາ ຈຳນວນດັ່ງກ່າວຄິດໄລ່ເປັນ 3,2% ຂອງພະນັກງານDisney ທົ່ວໂລກ ທັງໝົດ 220.000 ຄົນ.

ແຫຼ່ງຂ່າວ CNN

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...