spot_img
Homeຂ່າວພາຍ​ໃນທ່ານນາຍົກເຊື້ອເຊີນນັກທຸລະກິດອົດສະຕາລີມາລົງທຶນຢູ່ລາວ

ທ່ານນາຍົກເຊື້ອເຊີນນັກທຸລະກິດອົດສະຕາລີມາລົງທຶນຢູ່ລາວ

Published on

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມອາຊຽນ-ອົດສະຕາລີສະໄໝພິເສດທີ່ນະຄອນຫຼວງຊີດນີ ຂອງທ່ານນາຍົກ ແລະຄະນະ ໄດ້ເຂົ້າຮ່ວມຫຼາຍກິດຈະກຳລວມທັງກອງປະຊຸມພົບປະກັບບັນດານັກທຸລະກິດ ໂດຍໃນວັນທີ 18 ມີນາ 2018, ສະພາການຄ້າ ແລະ ອຸດສາຫະກຳ ລາວ ແລະ ອົດສະຕຣາລີ ໄດ້ຮ່ວມກັນຈັດກອງປະຊຸມພາກທຸລະກິດ ລາວ-ອົດສະຕຣາລີຂຶ້ນເພື່ອສົ່ງເສີມການຄ້າ-ການລົງທຶນ ລະຫວ່າງສອງປະເທດ, ພ້ອມທັງເປັນການສ້າງໂອກາດອັນໃຫມ່ ໃຫ້ແກ່ນັກທຸລະກິດ ລາວ ແລະ ອົດສະຕຣາລີ ໄດ້ມີການພົບປະແລກປ່ຽນດ້ານທຸລະກິດເຊິ່ງກັນ ແລະ ກັນ, ຊຶ່ງໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ນາງ ຈູລີ ບິຊອບ (Julie Bishop), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ທີ່ກ່ຽວຂ້ອງ ແລະ ບັນດານັກທຸລະກິດຂອງທັງສອງຝ່າຍເຂົ້າຮ່ວມ ປະມານ 100 ທ່ານ.

ໃນກອງປະຊຸມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ກຽດຂຶ້ນກ່າວຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດພິເສດສະເພາະ ແລະ ທ່າແຮງດ້ານຕ່າງໆຂອງ ສປປ ລາວ, ວິໄສທັດ ປີ 2030, ຍຸດທະສາດການພັດທະນາ ປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2016-2020) ຂອງ ສປປ ລາວ ທີ່ກໍາລັງໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ, ພ້ອມທັງໄດ້ເນັ້ນບາງຈຸດສຳຄັນ ກ່ຽວກັບ ປັດໄຈທີ່ດຶງດູດການລົງທຶນຂອງ ສປປ ລາວ, ເປັນຕົ້ນແມ່ນ ທີ່ຕັ້ງຍຸດທະສາດຂອງປະເທດ ຊຶ່ງຢູ່ໃຈກາງຂອງພາກພື້ນ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບຮຽບຮ້ອຍຂອງສັງຄົມ ກໍຄືຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດຂອງ ສປປ ລາວ.

ນອກນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງສະພາບການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນປັດຈຸບັນ, ພ້ອມທັງໄດ້ຖືໂອກາດນີ້ ເຊື້ອເຊີນນັກທຸລະກິດຈາກອົດສະຕຣາລີ ເພື່ອມາຊອກຫາໂອກາດການລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ໃນໂອກາດປີທ່ອງທ່ຽວລາວ ໃນປີ 2018 ນີ້.
ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງຄຳເຫັນຂອງ ທ່ານ ຄຳລຽນ ພົນເສນາ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ທີ່ອະທິບາຍກ່ຽວກັບ ກາລະໂອກາດການລົງທຶນໃນ ສປປ ລາວ. ກອງປະຊຸມ ຍັງໄດ້ຈັດເວທີສົນທະນາ ໃນຫົວຂໍ້: “ກາລະໂອກາດໃຫມ່ ສຳລັບການລົງທຶນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ”.

ຂ່າວຈາກ: ກົມການຂ່າວ ແລະ ລາວອັບເດດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...