spot_img
Homeຂ່າວພາຍ​ໃນ"ໄຊຊະນະ" ຫຼຸດຈາກປະຫານ ເຫຼືອຕິດຄຸກຕະຫຼອດຊີວິດ

“ໄຊຊະນະ” ຫຼຸດຈາກປະຫານ ເຫຼືອຕິດຄຸກຕະຫຼອດຊີວິດ

Published on

ມື້ນີ້, ວັນທີ 20 ມີນາ 2018 ສານ (ໄທ) ນັດພິພາກສາຄະດີໝາຍເລກດຳ ອຢ.1642/2560 ທີ່ພະນັກງານໄອຍະການຝ່າຍຄະດີຢາເສບຕິດ 10 ເປັນໂຈດຍື່ນຟ້ອງ ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 43 ປີ ສັນຊາດລາວ ເປັນຈຳເລີຍ ໃນຄວາມຜິດຖານຮ່ວມກັນຕັ້ງແຕ່ 2 ຄົນຂຶ້ນໄປເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະ ໄດ້ມີການກະທຳກ່ຽວກັບຢາເສບຕິດ, ຮ່ວມກັນນຳເຂົ້າ ຢາບ້າ ເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ຕາມບັນຍັດຢາເສບຕິດໃຫ້ໂທດ ພສ 2522 ມາດຕາ 4 ,7, 8 ,15, 65, 66 ແລະ 100/1 ແລະບັນຍັດມາຕະການໃນການປາບປາມຜູ້ກະທຳຜິດກ່ຽວກັບຢາເສບຕິດ ພສ 2534 ມາດຕາ 4-5 ,8,14.

ເຊິ່ງໄອຍະການຍື່ນຟ້ອງຄະດີເມື່ອວັນທີ 12 ເມສາ 2017 ທີ່ຜ່ານມາ ບັນຍາຍພຶດຕິການສະຫຼຸບວ່າ ເມື່ອວັນທີ 30 ກັນຍາ 2016 ຈຳເລີຍກັບພວກທີ່ຖືກຍື່ນຟ້ອງແລ້ວ ແລະ ອີກຫຼາຍຄົນທີ່ຫຼົບໜີຍັງບໍ່ໄດ້ນຳໂຕມາຟ້ອງ ໄດ້ຮ່ວມກັນເອົາຢາບ້າ 1.2 ລ້ານເມັດ ຈາກລາວ ຊຸກຊ່ອນໃນຊ່ອງລັບໃຕ້ຫຼັງຄາລົດຜ່ານດ່ານກວດຄົນເຂົ້າເມືອງຈັງຫວັດໜອງຄາຍເຂົ້າມາໃນໄທ ໂດຍເມື່ອວັນທີ 1 ຕຸລາ 2016 ຕຳຫຼວດສາມາດຈັບເຄືອຂ່າຍຈຳເລີຍພ້ອມຢຶດຢາບ້າຂອງກາງໄດ້ ຈົນຂະຫຍາຍຜົນການຈັບກຸມພວກຈຳເລີຍທີ່ໄອຍະການໄດ້ຍື່ນຟ້ອງເປັນຄະດີໄວ້ແລ້ວ ກ່ອນຈະຈັບກຸມຈຳເລີຍໄດ້ເມື່ອວັນທີ 19 ມັງກອນ 2017. ໂດຍ ທ້າວ ໄຊຊະນະ ຈຳເລີຍ ຖະແຫຼງຢືນຢັນໃຫ້ການປະຕິເສດຄຳຟ້ອງທຸກຂໍ້ຫາ

ທັງນີ້ ສຳລັບ ທ້າວ ໄຊຊະນະ ຫຼັງຖືກຈັບກາງສະໜາມບິນສຸວັນນະພູມ ເມື່ອເດືອນມັງກອນ 2017 ຈົນຮອດມື້ມີການຟ້ອງຄະດີບໍ່ເຄີຍໄດ້ຮັບການປະກັນໂຕ ເຊິ່ງມື້ນີ້ ສານເບີກໂຕ ທ້າວ ໄຊຊະນະ ມາຈາກສະຖານທີ່ກັກຂັງ ເພື່ອຟັງຄຳພິພາກສາ.

ໂດຍການວິເຄາະພະຍານຫຼັກຖານ ໂຈດ ແລະ ຈຳເລີຍແລ້ວເຫັນວ່າ ໂຈດມີພະຍານເປັນເຈົ້າໜ້າທີ່ຕຳຫຼວດ ເບີກຄວາມຕາມລຳດັບຈາກການປະຕິບັດໜ້າທີ່ ບໍ່ຮູ້ຈັກແລະບໍ່ມີເຫດຄຽດແຄ້ນກັບຈຳເລີຍມາກ່ອນ ເຊື່ອໄດ້ໄດ້ວ່າພະຍານໂຈດເບີກຄວາມຕາມຄວາມຈິງ ຈິ່ງພິພາກສາວ່າ ການກະທຳຂອງຈຳເລີຍເປັນຄວາມຜິດ ຕາມບັນຍັດຢາເສບຕິດໃຫ້ໂທດ ພສ 2522 ແລະ ບັນຍັດມາດຕະການໃນການປາບປາມຜູ້ກະທຳຜິດກ່ຽວກັບຢາເສບຕິດ ພສ 2534 ຖານສົມຮູ້ຮ່ວມຄິດກັນກະທຳຄວາມຜິດກ່ຽວກັບຢາເສບຕິດ ຈຳໜ່າຍຢາເສບຕິດ ແລະນຳເຂົ້າຢາເສບຕິດເຂົ້າມາໃນລາຊະອານາຈັກ ເປັນການກະທຳກຳດຽວຜິດກົດໝາຍຫຼາຍບົດ ໃຫ້ລົງໂທດບົດລົງໂທດສູງສຸດຖານນຳເອົາຢາເສບຕິດເຂົ້າມາໃນລາຊະອານາຈັກ ໃຫ້ປະຫານຊີວິດ. ແຕ່ຈຳເລີຍໃຫ້ການຮັບສາລະພາບໃນຊັ້ນສອບສວນ ເປັນປະໂຫຍດແກ່ການພິຈາລະນາຄະດີ ຈິ່ງຫຼຸດໂທດ 1 ໃນ 3 ຄົງເຫຼືອຕິດຄຸກຕະຫຼອດຊີວິດ.

ໃນຂະນະທີ່ນັກຂ່າວລາຍງານວ່າ ສຳລັບ ທ້າວ ໄຊຊະນະ ນັ້ນ ປັດຈຸບັນຍັງມີຄະດີຢາເສບຕິດອີກ 1 ສຳນວນທີ່ລໍຖ້າສືບພະຍານ ຄື ຄະດີໝາຍເລກດຳ ອຢ.2833/2560 ທີ່ພະນັກງານໄອຍະການຄະດີຢາເສບຕິດ 10 ເປັນໂຈດ ຍື່ນຟ້ອງທ້າວໄຊຊະນະ, ທ້າວ ຊຸມພອນ ພະນົມໄພ ອາຍຸ 43 ປີ ແລະ ທ້າວ ລັດຊະພົນ ຫຼື ກິມເລ້ງ ລັດຖະສະພົນພະກອນ ອາຍຸ 29 ປີ ທັງສອງເຊິ່ງເປັນຄົນ ຈັງຫວັດອຸດອນທານີ ເປັນຈຳເລີຍ 1-3 ໃນຄວາມຜິດຖານ ສົມຮູ້ຮ່ວມຄິດກັນຕັ້ງແຕ່ 2 ຄົນຂຶ້ນໄປເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ, ຮ່ວມກັນມີຢາບ້າ ເຊິ່ງເປັນຢາເສບຕິດປະເພດ 1 ໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ ກໍລະນີເມື່ອວັນທີ 23 ກໍລະກົດ 2015 – 30 ທັນວາ 2016 ຈຳເລີຍກັບພວກທີ່ຍັງບໍ່ໄດ້ນຳໂຕມາຟ້ອງ ຮ່ວມກັນມີຢາບ້າ 3,381,400 ເມັດ ໄວ້ໃນຄອບຄອງໂດຍຜິດກົດໝາຍ ພ້ອມເງິນອີກ 144 ລ້ານບາດ ເຊິ່ງໄອຍະການໄດ້ຍື່ນຟ້ອງເມື່ອວັນທີ 27 ກໍລະກົດ 2017 ພ້ອມລະບຸທ້າຍເອກະສານຟ້ອງໄວ້ວ່າ ຄັດຄ້ານການໃຫ້ປະກັນໂຕ ເນື່ອງຈາກຢາເສບຕິດຂອງງກາງມີຈຳນວນຫຼາຍ ຄະດີມີອັດຕາໂທດສູງ ຢ້ານວ່າ ຖ້າປ່ອຍໂຕຊົ່ວຄາວຈຳເລີຍຈະຫຼົບໜີ.

 

 

 

 

 

ແຫຼ່ງຂ່າວ: ຄົມຊັດລຶກ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...