spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕັດສິນປະຫານຊີວິດ ສະຖານຄ້າຂາຍຢາເຮໂຣອິນ

ຕັດສິນປະຫານຊີວິດ ສະຖານຄ້າຂາຍຢາເຮໂຣອິນ

Published on

ຄະດີຢາເສບຕິດເຮໂຣອິນ 20 ແທ່ງ ທີ່ທາງເຈົ້າໜ້າທີ່ ປກສ ແຂວງຫົວພັນ ມ້າງໄດ້ໃນທ້າຍ ເດືອນມີນາ 2016; ຜ່ານການດຳເນີນຄະດີເປັນເວລາເກືອບ 2 ປີ, ໄອຍະການປະຊາຊົນແຂວງຫົວພັນ ໄດ້ສັ່ງຟ້ອງຕໍ່ສານໃຫ້ລົງໂທດ ຕາມກົດໝາຍ. ຜ່ານຄົ້ນຄວ້າຂອງຄະນະສານ, ໄດ້ພິຈາລະນາເຫັນຄວນຕັດສິນປະຫານຊີວິດຈຳເລີຍ ຊື່ ທ້າວ ເລັງຢາງ ໃນສະຖານຄ້າຂາຍຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງໃນທ້າຍເດືອນກຸມພາຜ່ານມາ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໄດ້ເປີດເຜີຍໃຫ້ຮູ້ວ່າ: ທ້າວ ເລັງຢາງ ອາຍຸ 46 ປີ ຢູ່ບ້ານໂພນຄຳ ເມືອງຊຳເໜືອ ແຂວງຫົວພັັນ ໄດ້ສ້າງຄອບຄົວກັບ ນາງ ກ່າວ່າງ ອາຍຸ 45 ມີລູກນຳກັນ 1 ຄົນ ຊື່ ທ້າວ ຕົວຢາງ ອາຍຸ 25 ປີ, ຖືກເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ປກສ ເເຂວງ ກັກຕົວໃນວັນທີ 24 ມີນາ 2016 ຍ້ອນທ້າວ ເລັ່ງຢາງ ເປັນເປົ້າໝາຍຄ້າຂາຍຢາເສບຕິດ ທີ່ຜູ້ກ່ຽວໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດປະເພດເຮໂຣອິນ ໃນປີ 2014, ໂດຍຊື້ນຳ ທ້າວ ລີມົວ ອາຍຸ 60 ຢູ່ບ້ານໂພນໝີ ເມືອງໂພນໂຮງ ແຂວງວຽງຈັນ ຈຳນວນ 4 ແທ່ງ ແລ້ວເອົາໄປ ຂາຍໃຫ້ ຄົນຫວຽດນາມ. ກ່ອນມື້ມ້າງລາຍຄະດີດັ່ງກ່າວ ນີ້, ໃນວັນທີ 23 ມີນາ 2016 ເມຍຂອງ ທ້າວ ເລັງຢາງ ໄດ້ໂທລະສັບຫາຜູ້ກ່ຽວທີ່ໄປຊື້ນໍ້າມັນຢູ່ປໍ້າແຫ່ງໜຶ່ງເຂດບ້ານນາທອງ ເມືອງຊຳເໜືອ ວ່າ: ມີຄົນມາລໍຖ້າຢູ່ສົ້ນຂົວ ນໍ້າສວນ (ຂົວໃໝ່), ຜູ້ກ່ຽວຈຶ່ງບອກໃຫ້ເມຍໄປຮັບເຂົາເຈົ້າມາຢູ່ເຮືອນຖ້າ; ພາຍຫຼັງເມຍໄປຮອດຂົວ, ພົບລົດວີໂກ້ ສີປອນ-ເງິນ ບໍ່ຈື່ປ້າຍທະບຽນ ຈຶ່ງໄດ້ໃຫ້ສັນຍານຕາມມາເຮືອນ, ເມື່ອ ທ້າວ ເລັງຢາງ ມາຮອດພວກກ່ຽວໄດ້ລົມກັນ ເລື່ອງຄ້າຂາຍຢາເສບຕິດ ໂດຍຊາຍ 2 ຄົນ ທີ່ຂີ່ລົດສີປອນ-ເງິນ ໄດ້ຖາມ ທ້າວ ເລັງຢາງ ວ່າ: ມີຢາເສບຕິດປະເພດ ຢາເຮໂຣອິນຂາຍບໍ? ຕ້ອງການຈຳນວນ 20 ແທ່ງ. ພາຍຫຼັງຊາຍທັງສອງອອກຈາກເຮືອນໄປ, ທ້າວ ເລັງຢາງ ໄດ້ ໂທລະສັບຫາ ທ້າວ ລີມົວ ບອກ ໃຫ້ເອົາເຮໂຣອິນ ຈຳນວນ 20 ແທ່ງ ສົ່ງມາໃຫ້ ແຕ່ທ້າວ ລີມົວ ໄດ້ຕອບວ່າ: ຢາ ເສບຕິດມີ, ແຕ່ບໍ່ທັນເອົາໄປສົ່ງໃຫ້ ຈຶ່ງໄດ້ບອກລູກຊາຍຊື່ ທ້າວ ຕົວຢາງ ທີ່ມາຊື້ເຄື່ອງໃຊ້ຢູ່ນະຄອນຫຼວງວຽງຈັນ ແລະ ກຳລັງກັບໄປຊຳເໜືອ ໃນວັນທີ 24 ມີນາ 2016 ໄປຮັບເອົາຢາເສບຕິດນຳ ທ້າວ ລີມົວ, ເມື່ອ ທ້າວ ຕົວຢາງ ເດີນທາງມາຮອດເຮືອນ ໄດ້ບອກກັບຜູ້ເປັນພໍ່ວ່າ ເຄື່ອງທີ່ໄປເອົານຳ ທ້າວ ລີ ມົວ ຢູ່ຫຼັງກະບະໝາຍເລກທະບຽນ ນຂ 4999 ກຳແພງນະຄອນ; ຈາກນັ້ນ, ປະມານ 20 ນາທີ ຊາຍທີ່ເຄີຍມາສັ່ງຊື້ຢາເສບຕິດນັ້ນ ໄດ້ເຂົ້າມາເຮືອນ ທ້າວ ຕົວຢາງ ໄດ້ພາລູກຊາຍອາຍຸ 1 ປີກວ່າ ໄປ ເບິ່ງຕີໄກ່ຢູ່ໃນບ້ານ ແຕ່ລູກຊາຍໄຫ້ ຈຶ່ງໄດ້ພາ ກັບມາເຮືອນ, ພົບເຫັນ ຢາເສບຕິດຈຳນວນດັ່ງ ທາງເຈົ້າໜ້າທີ່ ຈຶ່ງເຂົ້າຈັບຕົວ ທ້າວ ເລັງຢາງ ແລະ ທ້າວ ຕົວຢາງ ສ່ວນຊາຍທີ່ມາຊື້ຢາເສບ ຕິດນັ້ນ ໄດ້ພາກັນແລ່ນຫຼົບໜີ ຜ່ານການກວດຄົ້ນເຮືອນພົບປືນກາບິນ 1 ກະບອກ ພ້ອມລູກ 18 ລູກ ເງິນກີບ 5.000.000 ກີບ ເງິນໂດລາ 1.000 ໂດລາ ມາດຳເນີນຄະດີຕາມກົດໝາຍ, ຜ່ານການ ດຳເນີນຄະດີ ເຈົ້າໜ້າທີ່ ຈຶ່ງສະຫຼຸບສຳນວນຄະ ດີສົ່ງໃຫ້ອົງການໄອຍະການປະຊາຊົນ ເພື່ອຄົ້ນຄວ້າສຳນວນຄະດີ ແລະ ຄົ້ນຄວ້າຂໍ້ກ່າວຫາກ່ຽວ ກັບພຶດຕິກຳຂອງ ທ້າວ ເລັງຢາງ ຕາມກົດໝາຍ ເພື່ອສັ່ງຟອງຕໍ່ສານປະຊາຊົນພິຈາລະນາຕາມຂະບວນຍຸຕິທຳ.

ທ້າວ ເລັງຢາງ ສາລະພາບວ່າ: ກ່ອນຈະເລີ່ມພົວພັນຄ້າຂາຍຢາເສບຕິດ, ຕົນໄດ້ເຮັດອາຊີບເປັນຊາວໄຮ່ຊາວສວນ ຈົນໄດ້ມາຮູ້ຈັກ ທ້າວ ລີມົວ ໄລຍະໜຶ່ງ ທ້າວ ລີມົວ ໄດ້ຊັກຊວນໃຫ້ຂາຍຢາເສບຕິດ ແຕ່ຕົນໄດ້ປະຕິເສດ ເພາະຢ້ານ ກົວຕໍ່ກົດໝາຍຫຼາຍຄັ້ງທີ່ ທ້າວ ລີມົວ ໄດ້ຊັກຊວນ ແລະ ວ່າຫຼາຍສິ່ງຫຼາຍຢ່າງ ຈົນຕົນເອງໄດ້ ຮັບຂາຍ ໂດຍທ້າວ ລີມົວ ເອົາເຮໂຣອິນມາໃຫ້ຂາຍກ່ອນຈຳນວນ 4 ແທ່ງ ໂດຍບອກວ່າ ຈະ ມີຄົນມາຊື້ຢູ່ເຮືອນເລີຍ ເປັນຄົນຫວຽດ ນາມ, ວິທີການຂາຍແມ່ນຊາຍຄົນຫວຽດນາມ ຈະໂທລະສັບມາຫາກ່ອນ ແລ້ວບອກວ່າຈະມາເອົາຢາເສບຕິດທີ່ທ້າວ ລີມົວ ຝາກຂາຍ ແຕ່ບໍ່ໄດ້ລະບຸວ່າຈະມາມື້ໃດ ມີແຕ່ໃຫ້ກຽມຢາເສບຕິດໄວ້ໃຫ້ຮຽບຮ້ອຍ; ພາຍຫຼັງທີ່ຊາຍຄົນຫວຽດ ນາມ ຮັບເອົາຢາບ້າໄປແລ້ວ, ທ້າວ ລີມົວ ຍັງບອກວ່າ ຖ້າມີຄົນຕ້ອງການຢາກຊື້ຢາເສບຕິດປະເພດເຮໂຣອິນ ກໍໃຫ້ ໂທບອກ, ວັນທີ 23 ມີນາ 2016 ມີຊາຍ 2 ຄົນ ມາຖາມຊື້ຢາເຮໂຣອິນ ຈຳນວນ 10 ຄູ່ ເທົ່າກັບ 20 ແທ່ງ ຕົນຈຶ່ງ ໂທສັ່ງຊື້ເຮໂຣ ອິນນຳທ້າວ ລີມົວ ແຕ່ ທ້າວ ລີມົວ ບໍ່ທັນມາສົ່ງ ຈຶ່ງໄດ້ບອກລູກຊາຍທີ່ກຳລັງກັບຈາກນະຄອນຫຼວງ ວຽງຈັນ ແວ່ຮັບເອົາຢູ່ບ້ານໂພນໝີ ເມືອງໂພນໂຮງ ແຂວງວຽງຈັນ ເມື່ອມາຮອດຊາຍສອງຄົນໄດ້ເຂົ້າມາເອົາຢາ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ.

ເຫດການດັ່ງກ່າວນີ້, ເປັນອີກເຫດການໜຶ່ງທີ່ຂະບວນການຍຸຕິທຳໄດ້ລົງໂທດຄົນທີ່ກະທຳຜິດຕາມນິຕິກຳແຫ່ງ ສປປ ລາວ ກໍຄືກົດໝາຍອາຍາ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງທີ່ລະບຸພຶດຕິກຳຂອງຄົນທີ່ສ້າງຄວາມບໍ່ສະຫງົບໃຫ້ ກັບສັງຄົມ ແລະ ປະເທດຊາດ ຕ້ອງໄດ້ຮັບໂທດ ຕາມກົດໝາຍ ເພື່ອເຮັດໃຫ້ກົດໝາຍ ແລະ ຄວາມຍຸຕິທຳໃນສັງ ຄົມມີຜົນສັກສິດ, ດ້ວຍເຫດນີ້, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນແຂວງຫົວພັນ ເປີດປະຊຸມສານໃນທ້າຍ ເດືອນກຸມພາ ຜ່ານມາ ເພື່ອພິຈາລະນາຕັດສິນປະຫານຊີວິດ ທ້າວ ເລັງຢາງ ໃນສະຖານຂາຍຢາເສບຕິດປະເພດເຮ ໂຣອິນ ຈຳນວນ 20 ແທ່ງ ແລະ ມີອາວຸດເສິກໄວ້ໃນຄອບຄອງ.

 

ແຫລ່ງຂ່າວ: ໜັງສືພິມ ປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...