spot_img
Homeຂ່າວທ້ອງຖິ່ນເວັບໄຊສ໌ ທີ່ດີທີ່ສຸດຂອງລັດຖະບານລາວ ທີ່ທ່ານຕ້ອງຮູ້

ເວັບໄຊສ໌ ທີ່ດີທີ່ສຸດຂອງລັດຖະບານລາວ ທີ່ທ່ານຕ້ອງຮູ້

Published on

ມາເບີ່ງກັນເລີຍວ່າເວັບໄຊສ໌ຂອງລັດຖະບານທີ່ເປັນປະໂຫຍດແກ່ປະຊາຊົນແມ່ນມີເວັບໄຊສ໌ໃດແນ່?

ສ່ວນຫລາຍແລ້ວແມ່ນເຮົາຄຸ້ນເຄີຍກັບການເຂົ້າຫາແຫລ່ງຂໍ້ມຸນຕ່າງໆໂດຍຜ່ານສຳນັກງານຂອງລັດຖະບານ ຫລື ໂທຫາສາຍດ່ວນທາງລັດຖະການ ຕໍ່ກັບການເຂົ້າເຖີງການບໍລິການຕ່າງໆ ແຕ່ຕໍ່ໄປນີ້ທາງເວັບໄຊສ໌ ລາວໂພສ ເຮົາແມ່ນຂໍນຳສະເຫນີສື່ສັງຄົມອອນລາຍທີ່ເປັນປະໂຫຍດແກ່ບັນດາທ່ານໃນການຊອກຫາຂໍ້ມູນທີ່ເຊື່ອຖືໄດ້ ແລະ ຖືກຕ້ອງ.

ຈົດໝາຍເຫດທາງລັດຖະການ

ເປັນເວັບໄຊສ໌ທີ່ຂື້ນກັບ ກະຊວງຍຸຕິທຳ ກ່ຽວກັບຈົດໝາຍເຫດທາງລັດຖະການ​ເອ​ກະ​ສານ​ທາງ​ການ​ຂອງ​ລັດ ທີ່​ເປັນ​ຮູບ​ແບບ​ເອ​ເລັກ​ໂຕ​ຣ​ນິກ ໃນ​ລະ​ບົບ​ອິນ​ເຕີ​ເນັດ ​ເປັນ​ບ່ອນ​ລົງ​ບັນ​ດາ​ນິ​ຕິ​ກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້​ສາ​ທາ​ລະ​ນະ​ຊົນ​ຮັບ​ຮູ້ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ຫຼື ເພື່ອທາບທາມຄໍາເຫັນ.

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ

 

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຂື້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່­ນພາກສ່ວ­ນຄຸ້ມຄອງບໍລິຫານ­ໜຶ່ງໃນໂຄງປະກອບ ກົງຈັກຂອງກະຊວງອຸດສາຫະກຳ ແລະ ການ­ຄ້າ.  ມີພາລະບົດບາດໃນການເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ. ຄຸ້ມຄອງທະບຽນວິສາຫະກິດຂອງທຸກປະເພດວິສາຫະກິດ (ລັດ, ປະສົມ,ລວມໝູ່ ແລະ ເອກະຊົ­ນ).ບໍລິການຂຶ້ນທະບຽນວິສາຫະກິດໃຫ້ແກ່ຜູ້ລົງທຶນ,  ເກັບກຳ, ປົກປັກຮັກສາ ແລະ ບໍລິການສະໜອງຂໍ້ມູນວິສາຫະກິດແກ່ສາທາລະນະຊົນ, ສົ່ງເສີມບັນຍາກາດການປະກອບທຸລະກິດ ຫລື ການສ້າງຕັ້ງທຸລະກິດ ແກ່ຜູ້ລົງທຶນ ແລະ ຍັງມີໜ້າທີ່ໃນການບໍລິການໃຫ້ຄຳປຶກສາດ້ານກົດໝາຍທີ່ກ່ຽວຂ້ອງ ແກ່ຜູ້ໃຊ້ບໍລິການ ໂດຍສະເພາະຜູ້ລົງທຶນ.

ສຸນຂໍ້ມຸນຂ່າວສານທາງດ້ານການຄ້າຂື້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນເວັບ​ໄຊ​ທ໌ທີ່​ຈະ​ຊ່ວຍ​ໃຫ້​ຜູ້​ຄ້າຂາຍ ​ສາມາດ​ຊອກ​ຫາ​ຂໍ້​ມູນ​ທັງໝົດ​ທີ່​ກ່ຽວຂ້ອງ​ກັບ​ການ​ນໍາ​ເຂົ້າ​ສິນຄ້າ​ມາ ສປປ ລາວ ​ແລະ ການ​ສົ່ງ​ອອກ​ສິນຄ້າ​ຈາກ ສປປ ລາວ, ແລະ ຂໍ້ມູນ​ທີ່​ກ່ຽວກັບ ຂັ້ນຕອນ​ການ​ນຳ​ເຂົ້າ-ສົ່ງ​ອອກ, ​ລະບຽບ​ການສະເພາະ​​ ສໍາລັບແຕ່ລະປະເພດສິນຄ້າ​, ກົດໝາຍ​ທີ່​ກ່ຽວ​ຂ້ອງ ​ແລະ ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍ​ດ ອື່ນໆ.

ຕະຫລາດຫລັກຊັບລາວ

ເປັນທາງເລືອກໃໝ່ຂອງການລົງທຶນ ແລະ ລະດົມທຶນໄລຍະຍາວຢ່າງມີປະສິດທິພາບ.ເພື່ອກ້າວສູ່ການເຄື່ອນຍ້າຍເສລີຂອງສິນຄ້າ ແລະ ບໍລິການ, ການລົງທຶນ, ແຮງງານທີ່ມີທັກສະຄວາມສາມາດ.ຕະຫລາດຫລັກຊັບລາວ ຈະສະເຫນີລາຄາຮຸ້ນ ແລະ ນຳສະເຫນີຂໍ້ມູນຈາກທຸກໆບໍລິສັດທີ່ເຮັດທຸລະກຳການຊື້-ຂາຍໃນແຕ່ລະມື້.

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ

ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ເປັນເວັບໄຊສ໌ຜູ້ໃຫ້ບໍລິການນໍ້າມັນເຊື້ອໄຟທີ່ໃຫຍ່ທີ່ສຸດໃນ ສປປ ລາວ ທີ່ສະແດງໃຫ້ເຫັນເຖີງລາຄານໍ້າມັນເຊື້ອໄຟທີ່ໄດ້ມາດຕະຖານສຳລັບທຸກໆສະຖານີພາຍໃນປະເທດ.

ໂທລະພາບແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ

ເວັບໄຊສ໌ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ແມ່ນເຜີຍແຜ່ຂໍ້ມູນຂ່າວສານທີ່ສາມາດເຊື່ອຖືໄດ້ 100% ແລະ ສະຖານີວິທະຍຸແຫ່ງຊາດລາວທີ່ດີທີ່ສຸດສຳລັບສື່ກະຈາຍພາບ ແລະ ສຽງຂອງປະເທດລາວທີ່ໃຫ້ຄຳຕອບຕໍ່ທຸກຄຳຖາມ.

ທະນາຄານການຄ້າຕ່າງປະເທດລາວມະຫາຊົນ

ທະນາຄານ​​ທີ່​ເປັນ​ຜູ້ນຳ​ໃນ​ກາ​ນໃຫ້​ບໍລິການ​ທີ່​ທັນ​ສະ​ໄໝທາງ​ດ້ານ​ຕູ້​ເອທີ​ເອັມ ​ແລະ ຕູ້​ຝາກ​ເງິນ, ການ​ບໍລິການ​ທະນາຄານຜ່ານ​ໂທລະສັບມື​ຖື ​ແລະ ​ອິນ​ເຕີ​ເນັດທີ່​ໃຊ້​ງ່າຍ, ສະ​ດວກ​ທັນ​ໃຈ​ໃຫ້​ບັນດາ​ລູກ​ຄ້າ​ສາມາດບໍລິຫານ​ການ​ເງິນ​ຂອງ​ຕົນໄດ້​ ຕະຫຼອດ 24 ຊົ່ວ​ໂມງ.

ເວັບໄຊສ໌ ການທ່ອງທ່ຽວລາວ

ສະຫນອງຂໍ້ມຸນຢ່າງຫລວງຫລາຍກ່ຽວກັບການມາທ່ອງທ່ຽວໃນປະເທດລາວ ປະກອບໄປດ້ວຍຮູບພາບ, ກິດຈະກຳ, ສະຖານທີ່ທ່ອງທ່ຽວ ແລະ ຄຳແນະນຳສຳລັບນັກເດີນທາງ.

 

ສໍາລັບແຫຼ່ງຂໍ້ມູນທາງເລືອກອື່ນ, ສາມາດເຂົ້າເບີ່ງໄດ້ທີ່ເວັບໄຊສ໌ວາລະສານການບິນຂອງສາຍການບິນ Lao Airlines, Champa Meaunglao : https://champameuanglao.com/

 

 

 

 

 

ອ້າງອີງຈາກ The Laotian Times

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...