spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລັດຖະບານເອົາແທ້ ແກ້ໄຂບັນຫາ ຄລີນິກເຖື່ອນ!

ລັດຖະບານເອົາແທ້ ແກ້ໄຂບັນຫາ ຄລີນິກເຖື່ອນ!

Published on

ໃນກາງເດືອນ ກຸມພາທີ່ຜ່ານມາ ກະຊວງສາທາລະນະສຸກໄດ້ອອກແຈ້ງການ ສະບັບເລກທີ 0201​/ສທ ລົງວັນທີ 15 ກຸມພາ 2018 ວ່າດ້ວຍ “ການກວດກາບັນດາ ຫ້ອງກວດພະຍາດເອກະຊົນ, ໂຮງໝໍເອກະຊົນ, ໂຮງງານຜະລິດຢາ ແລະ ຮ້ານຂາຍຢາ ອຸປະກອນການແພດທຸກແຫ່ງທົ່ວປະເທດ! ສິ່ງດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ຮີບຮ້ອນທີ່ສຸດທີ່ປະຊາຊົນລາວ ລໍຄອຍ ເພື່ອການປົກປ້ອງ ຊີວິດ ແລະ ການເອົາລັດເອົາປຽບ ຂອງຄລີນິກເຖື່ອນເຫຼົ່ານັ້ນ.

ສິ່ງທີ່ໜ້າສົນໃຈໃນໃບແຈ້ງການນີ້ ກໍ່ແມ່ນຂໍ້ທີ 1 ແລະ 2 ເຊິ່ງມີເນື້ອໃນໃຈຄວາມວ່າ “ສຳລັບຜູ້ທີ່ບໍ່ມີໃບອະນຸຍາດຈາກກະຊວງສາທາລະນະສຸກ… ໃຫ້ປິດການບໍລິການກ່ອນ” ແລະ “ສຳລັບ ຜູ້ທີ່ໄດ້ຮັບໃບອະນຸຍາດຈາກກະຊວງສາທາລະນະສຸກ, ໃຫ້ກວດຄືນການເຄື່ອນໄຫວບໍລິການວ່າຖືກຕ້ອງຕາມ ໃບອະນຸຍາດ ແລະ ວິຊາຊີບທີ່ໄດ້ຮັບອະນຸຍາດຫຼືບໍ່” ນັ້ນກໍສະແດງວ່າ ຜ່ານມາ ມີທັງຜູ້ທີ່ບໍ່ມີໃບອະນຸຍາດ ແຕ່ດຳເນີນການທຸລະກິດ ແລະເກັບຄ່າບໍລິການ (ແບບແພງໆ) ແຕ່ຄຸນນະພາບບໍ່ຮັບປະກັນ ແລະ ອີກດ້ານນຶ່ງຍັງມີບັນຫາ ການກະທຳທີ່ຜິດຈາກຂອບເຂດ ການອະນຸຍາດ, ອະນຸຍາດແບບນຶ່ງ ຟາດໄປໃຫ້ບໍລິການແບບອື່ນທີ່ມີກຳໄລດີກວ່າ ເຊິ່ງເປັນອັນຕະລາຍເຖິງຊີວິດຂອງປະຊາຊົນ ຢ່າງຍິ່ງ.

ເມື່ອເປັນເຊັ່ນນັ້ນ, ປະຊາຊົນເຮົາຜູ້ໄປໃຊ້ບໍລິການ ກໍຕ້ອງສຶກສາໃຫ້ດີວ່າ ຄລີນິກ ຫຼື ຫ້ອງກວດກາພະຍາດ ທີ່ເຮົາ ໃຊ້ບໍລິການນັ້ນ ໄດ້ຮັບການລົງທະບຽນຖືກຕ້ອງຕາມກົດໝາຍຂອງລາວເຮົາບໍ່ ຮວມທັງການບໍລິການອື່ນໆ ເຊິ່ງຖ້າເຫັນ ແນວບໍ່ຖືກຕ້ອງ ແລະຍຸດຕິທຳແລ້ວ ກໍຈົ່ງຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢ່າງຮີບດ່ວນ. ຕາມໃບແຈ້ງການນີ້, ການກວດກາ ມີຮອດວັນທີ 15 ມີນາ 2018 ນັບແຕ່ມື້ລົງລາຍເຊັນ ແລະ ຜູ້ຂຽນຄິດວ່າ ຖ້າເຮົາສາມາດກວດກາເປັນປະຈຳ ແລະນຳເອົາຜົນການກວດກາດັ່ງກ່າວເຜີຍແຜ່ສູ່ສັງຄົມຮັບຮູ້ ຈະສາມາດຊ່ວຍ ສະກັດກັ້ນປະກົດການທີ່ໜ້າຢ້ານເຫຼົ່ານີ້ໄດ້ຫຼາຍ.

ການຈັດຕັ້ງປະຕິບັດດັ່ງກ່າວ ແມ່ນສອດຄ່ອງກັບການໂອ້ລົມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດເຮົາ ເນື່ອງໃນໂອກາດ ກອງປະຊຸມລະດັບຊາດຂອງຂະແໜງສາທາລະນະສຸກເມື່ອ ອາທິດທຳອິດ ຂອງ ເດືອນກຸມພາທີ່ຜ່ານມາ ໂດຍເພິ່ນ ເນັ້ນໜັກວ່າ “ຂໍໃຫ້ກະຊວງສາທາລະນະສຸກ ກວດກາເບິ່ງວ່າ ເປັນຫຍັງ ປະຊາຊົນຈຳນວນຫຼາຍຈຶ່ງໄປໃຊ້ບໍລິການການກວດກາ ແລະປິ່ນປົວພະຍາດຢູປະເທດໃກ້ຄຽງຫຼາຍແທ້?” ເຊິ່ງ ມັນເປັນການກະຕຸ້ນໃຫ້ພວກເຮົາ ຕ້ອງພ້ອມກັນເຮັກວຽກໜັກຂຶ້ນຕຶ່ມ ເພື່ອພ້ອມກັນປັບປຸງ ຂະແໜງສາທາລະນະສຸກ ຈາກການກວດລ້າງຄລີນິກເຖື່ອນ ສູ່ການບໍລິການທີ່ດີ ມີຄຸນນະພາບ ແລະເຊື່ອຖືໄດ້, ເຮັດໃຫ້ປະຊາຊົນຍອມຮັບ ກັບມາໃຊ້ບໍລິການບ້ານເຮົາ ແລະເຊົາຂ້າມຊາຍແດນໄປບ້ານເພິ່ນອີກ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...