spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລູກໃຈໂຫດໃຊ້ມີດແທງພໍ່ຕົນເອງຈົນເສຍຊີວິດ ຍ້ອນຂໍເງິນໄປຫຼິ້ນບຸນບໍ່ໄດ້

ລູກໃຈໂຫດໃຊ້ມີດແທງພໍ່ຕົນເອງຈົນເສຍຊີວິດ ຍ້ອນຂໍເງິນໄປຫຼິ້ນບຸນບໍ່ໄດ້

Published on

ອີງຕາມການລາຍງານຂອງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ວ່າ: ວັນທີ 09/03/2018 ເວລາ 09:45 ນາທີ ເກີດເຫດລູກຄາຕະກຳພໍ່ຢູ່ບ້ານ ໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໜ່ວຍກູ້ໄພ ມູນນິທິ 1623 ໄດ້ຮັບແຈ້ງເຫດຢູ່ໜ້າສູນ ເຊິ່ງແມ່ນພີ່ນ້ອງນຳສົ່ງເອງ ມີຜູ້ປະສົບເຫດ 1 ຄົນ ເປັນຊາຍ ໄດ້ຮັບບາດເຈັບສາຫັດ ມີບາດແຜຈີກໃຫຍ່ຢູ່ລຳຄໍ 2 ແຫ່ງ, ກ້ອງເອິກ 1 ແຫ່ງ ແລະ ກາງເອິກ 1 ແຫ່ງ. ອາສາສະໝັກໄດ້ຊ່ວຍເຫຼືອຢ່າງເຕັມທີ ແຕ່ກໍ່ບໍ່ອາດຊ່ວຍຊີວິດຜູ້ປະສົບເຫດໄດ້ ເນື່ອງຈາກຜູ້ປະສົບເຫດໄດ້ຮັບບາດເຈັບສາຫັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.

ຂໍ້ມູນເບື້ອງຕົ້ນຈາກໜ່ວຍກູ້ໄພບອກໃຫ້ຮູ້ວ່າ : ຜູ້ເຈັບເປັນເພດຊາຍ ອາຍຸ 52 ປີ , ອາຊີບຄ້າຂາຍ ບ້ານໂຄກສະອາດ ເມືອງໄຊທານີ ແຂວງ ນະຄອນຫຼວງວຽງຈັນ ໂດຍຖືກລູກໃຊ້ມີດແທງບໍລິເວນຫນ້າທ້ອງ 4 ບ່ອນ ເປັນບາດເປີດໃຫຍ່ ແລະ ໄດ້ປໍ້າຫົວໃຈ ເຊິ່ງໜ່ວຍກູ້ໄພໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ 150 ຕຽງ ແລະ ເສຍຊີວິດໃນເວລາຕໍ່ມາ.

ຈາກການບອກເລົ່າຈາກຜູ້ເຫັນເຫດການໄດ້ບອກວ່າ ຜູ້ເປັນລູກຊາຍໄດ້ຂໍລົດ ແລະ ຂໍເງິນນຳພໍ່ເພື່ອໄປຫຼິ້ນບຸນ ແຕ່ພໍ່ບໍ່ມີໃຫ້ ແລະ ບໍ່ເອົາລົດໃຫ້ໄປ ຈຶ່ງເກີດມີປາກສຽງກັນເກີດຂຶ້ນໂດຍການຖຽງກັນເຖິງຂັ້ນຮຸນແຮງ ແລ້ວລູກກໍ່ໃຊ້ມີດແທງພໍ່ຢູ່ລຳຄໍ 2 ແຫ່ງ ແລະ ບໍລິເວນເອິກ 2 ແຫ່ງ ເຮັດໃຫ້ພໍ່ລົ້ມຟຸບລົງກັບທີ. ຈາກນັ້ນ ລູກທໍລະພີຈຶ່ງໄດ້ຍາດເອົາກະແຈລົດຈັກ ແລະ ຂັບລົດອອກໄປຢ່າງໜ້າຕາເສີຍ.

 

ຂໍ້ມູນ : ນາທີຊີວິດ
ຮູບພາບ : ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...