Home​ຂ່າວທ່ອງທ່ຽວນັກ​ທ່ອງ​ທ່ຽວ ​ຊາວ​ຕ່າງ​ຊາດ ​ເດີນທາງ​ເຂົ້າ​ມາ​ລາວ ​ຫຼຸດ​ລົງ

ນັກ​ທ່ອງ​ທ່ຽວ ​ຊາວ​ຕ່າງ​ຊາດ ​ເດີນທາງ​ເຂົ້າ​ມາ​ລາວ ​ຫຼຸດ​ລົງ

Published on

ນາຍົກລັດຖະມົນຕີລາວລະບຸ​ວ່າ ການ​ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ​ທີ່​ມີ​ຄຸນະພາບ​ຕ່ຳ​ທາງ​ດ້ານ​ບໍລິການ​ແລະ​ກາ​ນ​ເກັບຄ່າ​ທຳນຽ​ມ ຫຼາຍ​ຊ້ຳຫຼາຍ​ຊ້ອນ ຄື​ສາ​ເຫດ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເດີນທາງ​ເຂົ້າ​ມາລາ​ວຫຼຸດລົງ

ທ່ານ​ທອງ​ລຸນ ສີ​ສຸ​ລັດ ນາຍົກລັດຖະມົນຕີລາວ ​ໄດ້​ຢືນຢັນ​ຕໍ່​ກອງ​ປະຊຸມ​ວຽກ​ງານ​ຖະ​ແຫຼ​ງຂ່າວ-​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ ປະ​ຈຳ​ປີ 2018. ​

ເມື່ອ​ບໍ່​ນານ​ມາ​ນີ້ວ່າ ​ສ​າ​ເຫດ​ທີ່​ສຳຄັນ​ປະການ​ຫນຶ່ງ​ທີ່​ເຮັດ​ໃຫ້​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າ​ມາລາ​ວ ຫຼຸດ​ລົງ​ໃນ​ຕະຫຼອດ​ປີ 2017 ຜ່ານ​ມາ ກໍ​ຄື​ການ​ບໍລິຫານ ​ແລະ​ ຈັດການ​ທີ່​ດ້ອຍ​ປະສິດທິພາບ​ຂອງ​ພາກສ່ວນ​ຕ່າງໆ ທີ່​ກ່ຽວຂ້ອງ ​ໂດ​ຍສະ​ເພາະ​
ກໍ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ ພາກທຸລະ​ກິດ ບໍ​ລິ​ການ​ແລະ​ທ່ອງ​ທ່ຽວ ບໍ່​ໄດ້​ຕາມ​ມະຕິ-​ຄຳ​ສັ່ງ​ ຂອງ​ລັດຖະບານ ເຊິ່ງ​ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ ລຳ​ຄານ​ໃຈ​ ໃຫ້​ກັບ​ບັນດາ​ນັກ​ທ່ອງ​ທ່ຽວ​ຊາວຕ່າງ​ຊາດ ​ແລະ​ເຮັດ​ໃຫ້ພວກ​ເຂົາ​ເຈົ້າ​ບໍ່​ຢາກ​ຈະ​ເດີນທາງ​ກັບ​ມາລາ​ວອີກ ດັ່ງ​ທີ່​ທ່ານ ​ທອງ​ລຸນ​ໄດ້​ໃຫ້ການ​ເນັ້ນ​ຢ້ຳວ່າ…

“ມີ​ຄຳ​ສັ່ງ ມີ​ມະຕິ​ອອກ​ມາ​ແລ້ວ ​ແຕ່​ວ່າ​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ ພັດ​ຍັງ​ມີ​ລັກ​ສະ​ນະ​ທີ່​ຝືດ​ເຄື​ອງ​ໃນ​ການ​ອຳນວຍຄວາມ​ສະດວກ ຢາກ​ເກັບ​ຫັ້ນ ຢາກ​ເກັບນີ້ລັດ​ເອົາ​ບ່ອນ​ຫັ້ນ ລັດ​ເອົາ​ບ່ອນ​ນີ້ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ນີ້ ກໍ່ລຳບາກ ລຳ​ຄານ ​ເຂົາ​ກໍ່ບໍ່​ຢາກ​ມາ ​ເຂົາ​ມາ​ແຕ່​ເທື່ອ​ດຽວ ​ແລ້ວ​ເຂົາ​ກໍ່​ບໍ່​ຢາກ​ກັບ​ມາ​ອີກ ຫຼື​ວ່າບໍ່​ຢາກ​ຊວນ​ໝູ່​ຊວນ​ເພື່ອນ​ມາ ຈຳນວນ​ໜ້ອຍ​ຄົນ​ເຮັດ ​ແຕ່​ມັນ​ກັບ​ເປັນ​ຜົນ​ຕໍ່​ສ່ວນ​ລວ​ມ ປີ​ນີ້ ປີ​ທ່ອງ​ທ່ຽວ​ລາວ​ເດີ້ ​ແຕ່​ວ່າ​ ເຂົາ​ມາ​ແລ້ວ ​ເຂົາປະ​ທັບ​ໃຈ​ຊ່ຳ​ໃດ ອັນ​ນີ້​ຂໍໃຫ້​ເອົາ​ໄປ​ຄົ້ນຄວ້າ​ແກ້​ໄຂ.”

ທັງນີ້ ລັດຖະບານ​ໄດ້​ວາງ​ຄາດໝາຍ​ທີ່​ຈະ​ດຶງ​ດູດ​ເອົາ​ຊາວ​ຕ່າງ​ຊາດ​ໃຫ້​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ໃຫ້​ໄດ້​ຫຼາຍ​ກວ່າ 5 ລ້ານ ຄົນ ​ເພື່ອ​ເຮັດ​ໃຫ້​ພາກ​ບໍລິການ​ໃນ​ລາວມີລາຍຮັບ​ເກີນ​ກວ່າ 900 ລ້ານ​ໂດ​ລາ ​ໃນ​ຕະຫຼອດ​ປີ 2018 ດ້ວຍ​ການ​ຈັດ​ກິດຈະກຳ ​ແລະ​ງານ​
ບຸນ​ປະ​ເພນີ​ຕ່າງໆ ​ໃນ 18 ​ແຂວງ​ທົ່ວ​ປະ​ເທດ​ເຊັ່ນ ການຈັດ​ຄາ​ລາ​ວານລົດ​ທ່ອງ​ທ່ຽວ​ແຕ່​ເໜືອ​ຮອດ​ໃຕ້, ບຸນມະ​ໂຫລານ​ການສະ​ແດງ​ສິນລະປະ, ວັດທະນະທຳ​ພື້ນ​ເມືອງບັນດາ​ເຜົ່າ, ການ​ແຂ່ງ​ລົດ​ວິບາກ, ກິດຈະກຳ​ປີນ​ໜ້າຜາ, ການຈັດ​ງານ​ວັນ​ລາວ​ໃນ​ຕ່າງ
ປະ​ເທດ ​ເຊັ່ນ​: ໄທ, ຫຼຽດນາມ, ຍີ່ປຸ່ນ, ​ເຢຍຣະມັນ, ຝຣັ່ງ, ອັງກິດ ທີ່​ທາງ​ການ​ລາວ​ເຊື່ອວ່າຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ໄດ້​ເປັນ​ຢ່າງ​ດີ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...