Homeຂ່າວຕ່າງປະເທດລະລຶກ 4 ປີ MH370 ຈະຫມົດກຳນົດການຄົ້ນຫາ ມິນາ ນີ້

ລະລຶກ 4 ປີ MH370 ຈະຫມົດກຳນົດການຄົ້ນຫາ ມິນາ ນີ້

Published on

ທ້າວ ອັສຮາຣຸດດິນ ເຣາະຫມານ, ຜູ້ອຳນວຍການ ການບິນພົນລະເຮືອນຂອງມາເລເຊຍເຜີຍເມື່ອວັນທີ 3 ມີນາ ວ່າການຄົ້ນຫາເຮືອບິນໂດຍສານສາຍການບິນມາເລເຊຍ ແອລາຍ ຖ້ຽວບິນ MH370 ທີ່ສູນຫາຍໄປຢ່າງປິດສະຫນາບໍລິເວນຕອນເຫນືອຂອງມະຫາສະຫມຸດອິນເດຍ ໃນວັນທີ 8 ມີນາຄົມ 2014 ຂະນະທີ່ບິນຈາກເມືອງຫລວງກົວລາລຳເປີ, ມາເລເຊຍ ໄປຍັງເມືອງຫລວງປັກກິ່ງຂອງປະເທດຈີນ ພ້ອມຜູ້ໂດຍສານເທີງເຮືອບິນ 239 ຊີວິດ.

ທາງດ້ານຍາດພີ່ນ້ອງຂອງຜູ້ປະສົບເຄາະຮ້າຍນີ້ແມ່ນກະກຽມເຮັດພິທີຮ່ວມລະນຶກຄົບຮອບ 4 ປີ ແຫ່ງເຫດການໂສກອະນາດຕະກຳທີ່ເມືອງຫລວງກົວລາລຳເປີ ແລະບາງສະມາຊິກຄອບຄົວຍັງລໍຄອຍຜົນການຄົ້ນຫາແຫ່ງຄວາມຫວັງທີ່ຈະໄດ້ຮູ້ເຖີງຄວາມເປັນຈິງ.

ບໍລິສັດໂອຊຽນ ອິນຟິນີຕີ້ ໃນສະຫະລັດ ເຮັດຂໍ້ຕົກລົງກັບທາງການມາເລເຊຍແບບຖ້າບໍ່ພົບຮ່າງເຮືອບິນ ທາງການຂອງມາເລເຊຍແມ່ນຈະບໍ່ໄດ້ເສຍຄ່າຄົ້ນຫາໃຫ້ແກ່ບໍລິສັດດັ່ງກ່າວ. ການຄົ້ນຫາແມ່ນມີມາແຕ່ວັນທີ 22 ມັງກອນ ແລະມີເວລາ 90ວັນ ຫາກພົບຮ່າງເຮືອບິນ ຫລື ກ່ອງດຳ ລັດຖະບານມາເລເຊຍຈະຈ່າຍເງີນຕາມຂະຫນາດພື້ນທີ່ຄົ້ນຫາທີ່ໄດ້ຮ່ວມຕົກລົງກັນໃຫ້.

ທາງດ້ານລັດຖະບານມາເລເຊຍແມ່ນເຊື່ອວ່າໂອກາດໃນການພົບສິ້ນສ່ວນເຮືອບິນແມ່ນອາດຈະມີເຖີງ 85%.

 

 

ແຫລ່ງຂ່າວຕ່າງປະເທດTRN 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...