spot_img
Homeຂ່າວພາຍ​ໃນເຈົ້າຫນ້າທີ່ເລັ່ງສືບສວນ ຄະດີບໍລິສັດ ລາວຄຳ ຈຳກັດ ຖານສໍ້ໂກງ ແລະ ດຳເນີນທຸລະກິດຜິດກົດຫມາຍ

ເຈົ້າຫນ້າທີ່ເລັ່ງສືບສວນ ຄະດີບໍລິສັດ ລາວຄຳ ຈຳກັດ ຖານສໍ້ໂກງ ແລະ ດຳເນີນທຸລະກິດຜິດກົດຫມາຍ

Published on

ຜູ້ອຳນວຍການບໍລິສັດ ທີ່ປຶກສາດ້ານການລົງທຶນ ລາວຄຳ ຈຳກັດ( Laokham Consultation Investment) ທີ່ບໍລິຫານໂດຍຄົນສັນຊາດຫວຽດນາມ ຊື່(ຟຸ ເມີງ ເກື່ອງ) Vu Manh Coung ອາຍຸ 48 ປີ ແລະຫົວຫນ້າພະແນກບັນຊີ ຖືກຈັບກຸມເມື່ອວັນທີ 16 ມັງກອນ ຫລັງຈາກທີ່ສະມາຊິກຂອງບໍລິສັດໄດ້ແຈ້ງຄວາມຕໍ່ກົມຕຳຫລວດ ຕໍ່ກັບການສໍ້ໂກງຂອງບໍລິສັດ ເມື່ອຫົກເດືອນກ່ອນຈາກທີ່ບໍລິສັດ ລາຍງານວ່າກຳລັງດຳເນີນໂຄງການ ແລະ ບໍ່ສາມາດຄືນເງີນໃຫ້ກັບນັກລົງທຶນ ຫລື ຜູ້ທີ່ນຳເງີນມາຝາກໄດ້ ຄາດການມີມູນຄ່າກວ່າ 1ລ້ານໂດລາສະຫະລັດ.

ຕາມການຖະແຫລງການຂອງຕຳຫລວດກ່າວວ່າ ບໍລິສັດກໍ່ຕັ້ງຂື້ນປີ 2013 ພາຍໃຕ້ການໃຫ້ຄຳປຶກສາດ້ານການລົງທຶນແກ່ລູກຄ້າ ແລະ ເປົ້າຫມາຍແມ່ນເນັ້ນໄປທີ່ປະຊາຊົນລາວ ແລະ ຫວຽດນາມດ້ວຍກົນລະຍຸດການດືງດູດໃຫ້ປະຊາຊົນນຳເງີນມາລະດົມເພື່ອທີ່ຈະໄດ້ຮັບອັດຕາດອກເບ້ຍເງີນຝາກທີ່ສູງເຖີງ 5% ຕໍ່ເດືອນພາຍໃຕ້ການຈັດເກັບເງີນມັດຈຳທີ່ຜິດກົດຫມາຍ. ເຈົ້າຫນ້າທີ່ຕຳຫລວດເລີ່ມສອບສວນຄະດີນີ້ປະມານ 6 ເດືອນ. ຫລັງຈາກທີ່ໄດ້ຮັບການລາຍງານຕໍ່ເຫດການດັ່ງກ່າວທາງ ບໍລິສັດແມ່ນຈະຄືນເງີນໃຫ້ແກ່ລູກຄ້າ ແຕ່ທາງບໍລິສັດແມ່ນບໍ່ສາມາດເຮັດຕາມທີ່ຕົກລົງກັນໄດ້,ຈື່ງເຮັດໃຫ້ທາງເຈົ້າຫນ້າທີ່ຕ້ອງເຂົ້າຈັບກຸມຖານສໍ້ ແລະ ຍັກຍອບຊັບສິນ ອັນເປັນເຫດໃຫ້ເກີດຄວາມເສຍຫາຍແກ່ບຸກຄົນອື່ນ ຈຳນວນຜູ້ເສຍຫາຍແມ່ນມີປະມານ 80 ຄົນ, ມູນຄ່າຄວາມເສຍຫາຍແມ່ນນັບໄດ້ກວ່າ 8,2 ພັນລ້ານກີບ.

ບໍລິສັດດັ່ງກ່າວແມ່ນມີສາຂາທັງຫມົດຢູ່ 2 ສາຂາ ຄື ແຂວງສະຫວັນນະເຂດ ແລະ ຈຳປາສັກ ທາງດ້ານພັນເອກ ຄຳແກ້ວ ກ່າວວ່າ ຈະມີການຟ້ອງຮ້ອງບໍລິສັດເງີນທຶນ ແລະ ຄະດີຟອກເງີນຂອງທ້າວ(ຟຸ ເມີງ ເກື່ອງ) Vu Manh Coung ເປັນຊາວຕ່າງຊາດຄົນທີ່ 2ທີ່ໄດ້ຮັບລາຍງານວ່າມີການດຳເນີນທຸລະກິດທີ່ກ່ຽວຂ້ອວກັບການລະດົມເງີນຝາກທີ່ບໍ່ຖືກຕ້ອງໃນ ສປປ ລາວ.

 

 

ແຫລ່ງຂ່າວວຽງຈັນທາມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...