spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ກວດກາປ່າໄມ້ຢຶດນົກ​ຫວງ​ຫ້າມເກືອບ 120 ໂຕ

ເຈົ້າໜ້າທີ່ກວດກາປ່າໄມ້ຢຶດນົກ​ຫວງ​ຫ້າມເກືອບ 120 ໂຕ

Published on

ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ກອງ​ກວດກາ​ປ່າ​ໄມ້ພະແນກກະສິກໍາ-ປ່າໄມ້ນະຄອນຫລວງ​ວຽງ​ຈັນ ໄດ້ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງຕ່າງໆລົງ​ກວດກາ​ຮ້ານ​ຂາຍ​ສັດປີກໃນຮ້ານ​ນາງ ວິນະ​ສາ, ຮ້ານທ້າວ ​ແສງ​ປະຊາ, ຮ້ານນາງ ນິລັນ ​ແລະ ຮ້ານນາງ ຂັນ​ທະ​ລີ ຢູ່​ເສັ້ນທາງຄູ​ວຽງ​ເຂດ​ບ້ານ ​ສີ​ເມືອງ​ ເມືອງ​ສີ​ສັດຕະ​ນາກ ນະຄອນຫລວງວຽງຈັນ ໄດ້ພົບ​ເຫັນມີ​ສັດປ່າຫ່ວງຫ້າມປະ​ເພດ​ນົກຄື: ນົກ​ຫາງ​ຍາວ, ນົກອ້ຽງ, ນົກ​ຫອນ, ນົກ​ແກ້ວ​ສົບ​ແດງ, ນົກ​ອ້ຽງ​ປາກ​ເຫລືອງ, ນົກ​ເຂົາ ​ແລະ ນົກ​ຫອນ​ຈຸກ ລວມມີທັງໝົດ 117 ​ໂຕທີ່ເຈົ້າຂອງຮ້ານ​ບໍ່​ມີ​ເອກະສານ​ຢັ້ງຢືນ​ທີ່​ມາ​ຂອງນົກ​ຈຳນວນ​ດັ່ງກ່າວ, ພ້ອມທັງ​ເຮັດ​ບົດ​ບັນທຶກ​ກ່າວເຕືອນຕໍ່​ເຈົ້າຂອງ​ຮ້ານດັ່ງກ່າວ, ຖ້າກະທໍາ​ຜິດອີກ​ຈະ​ຖືກດຳ​ເນີນ​ຄະດີ​ຕາມ​ລະບຽບກົດໝາຍ, ພ້ອມທັງໄດ້ຢຶດນົກ​ທັງ​ໝົດ​ໄປມອບໃຫ້​ສູນ​ຊ່ວຍ​ເຫລືອ​ສັດປ່າ​ລາວ (ສວນສັດ​ບ້ານ​ເກີນ) ເພື່ອ​ເບິ່ງແຍ່ງໃຫ້​ແຂງ​ແຮງ ແລະ ​ປ່ອຍ​ຄືນສູ່​ທຳ​ມະ​ຊາດ.

ທ່ານ​ຫົວໜ້າ​ກອງ​ປ່າ​ໄມ້ ​ໃຫ້​ຮູ້​ຕື່ມ​ວ່າ: ການ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ຄ້າຂາຍ​ສັດປ່າ​ຢູ່​ນະຄອນຫລວງ​ວຽງ​ຈັນ​ນີ້, ແມ່ນໄດ້ເຮັດເປັນປົກກະຕິ ໂດຍສະເພາະລົງ​ກວດກາ​ຕາມ​ຕະຫລາດ ​ແລະ ຈຸດ​ເປົ້າໝາຍຕ່າງໆອາທິດ​ລະ 2 ຄັ້ງ ​ແລະ ລົງ​ກວດ​ຕາມ​ການແຈ້ງຂອງພົນລະ​ເມືອງ​ທີ່ພົບເຫັນການລັກລອບຂາຍສັດປ່າແບບຊະຊາຍ ແລະ ສາມາດຢຶດສັດ​ຫວງ​ຫ້າມ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ, ພ້ອມ​ທັງໄດ້ມີການ​ສຶກສາ​ອົບຮົມ ​ແລະ ດຳ​ເນີນ​ຄະດີ​ຕໍ່​ຜູ້​ກະທໍາຜິດຕາມລະບຽບກົດໝາຍຕາມສະຖານໜັກ ແລະ ເບົາ. ຈາກສະພາບດັ່ງກ່າວຈຶ່ງເຫັນວ່າປາກົດການ​ຄ້າຂາຍ​ສັດປ່າ​ຫວ່ງຫ້າມຢູ່​ນະຄອນ ຫລວງ​ວຽງ​ຈັນມີທ່າອ່ຽງ​ຫລຸດ​ລົງເທື່ອລະກ້າວ.

 

ແຫລ່ງຂ່າວ : ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...