spot_img
Homeຂ່າວພາຍ​ໃນຊຽງຂວາງ ກຳນົດເອົາ 20 ແຫ່ງ ເປັນສະຖານທີ່ແຂ່ງຂັນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI

ຊຽງຂວາງ ກຳນົດເອົາ 20 ແຫ່ງ ເປັນສະຖານທີ່ແຂ່ງຂັນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI

Published on

ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ຈະ​ຈັດ​ຂຶ້ນ​ໃນທ້າຍປີນີ້ ຢູ່ແຂວງຊຽງຂວາງ, ຊຶ່ງກໍານົດສະຖານ ຫລື ສະໜາມ ໃນການແຂ່ງຂັນເຖິງ 20 ແຫ່ງ, ຮອງຮັບການແຂ່ງຂັນ ຈາກ 28 ປະເພດກີລາ ໃນງານດັ່ງກ່າວ, ​ເພື່ອ​ໃຫ້​ແຂກ​ບ້ານ​ແຂກ​ເມືອງ ໄດ້ຊົມການແຂ່ງຂັນ​ແລ້ວ ຍັງໄດ້ທ່ຽວຊົມທິວທັດທໍາມະຊາດ ໃນແຂວງຊຽງຂວາງ ຕື່ມອີກ.

ທ່ານ ທອງສີ ພັນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ທັງ​ເປັນຫົວໜ້າອະນຸກໍາມະການດ້ານເນື້ອໃນ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີXI ລາຍງານໃຫ້ຮູ້ວ່າ: ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນທ້າຍປີ 2018 ນີ້ ໄດ້ກໍານົດເອົາ 28 ປະເພດກີລາ ເຂົ້າຮ່ວມແຂ່ງຂັນເປັນທາງການ. ນອກນັ້ນ, ຍັງມີອີກ 2 ປະເພດກີລາ ເຊິ່ງເປັນກີລາສາທິດ ຄື: ກີລາຮ໊ອກກີ້ ແລະ ກີລາຣັກບີ້. ການທີ່ແຂວງຊຽງຂວາງ ໄດ້ກໍານົດເອົາແຕ່ລະປະເພດກີລາ ແຂ່ງຂັນເປັນທາງການ ແລະ ກໍານົດສະຖານ ທີ່ແຂ່ງຂັນ ແຕ່ລະປະເພດກີລາ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໄວ້ແຕ່ຫົວທີ ກໍ່ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ, ການເກັບຕົວ ແລະ ຝຶກຊ້ອມນັກກີລາ, ແຕ່ລະແຂວງ, ແຕ່ລະກະ ຊວງ, ພ້ອມທັງເປັນບ່ອນອີງ ໃຫ້ແກ່ການປັບປຸງ, ສ້ອມແປງ ແລະ ກໍ່ສ້າງ ແຕ່ລະສະໜາມແຂ່ງຂັນໃຫ້ທັນຕາມກໍານົດເວລາ.
ສໍາລັບກີລາແຕ່ລະປະເພດ ທີ່ຈະແຂ່ງຂັນໃນຄັ້ງນີ້, ໄດ້ກໍານົດເອົາສະຖານທີ່ແຂ່ງຂັນ ດັ່ງນີ້: ກີລາບານເຕະຍິງ ກໍານົດໃຫ້ແຂ່ງຂັນ ທີ່ສະໜາມກີລາຂອງແຂວງ ບ້ານໂພນມີໄຊ (ສະໜາມເກົ່າ), ບານເຕະຊາຍ ແລະ ກີລາແລ່ນ-ລານ ແຂ່ງຂັນທີ່ສະໜາມເປີດ-ປິດ (ຄັງໜອງຫລວງ), ບານບ້ວງ ແຂ່ງຂັນ ທີ່ຫໍພັກເກົ່າໂຮງຮຽນ ມສ ໂພນສະຫວັນ,ເທັນນິສ ແຂ່ງຂັນທີ່ສະໂມສອນໂຮງຮຽນ ມສ ໂພນສະຫວັນ, ດອກປີກໄກ່ ແຂ່ງຂັນທີ່ເດີ່ນສະໂມສອນ ດອກປີກໄກ່ຂອງແຂວງ, ກະຕໍ້ ແຂ່ງຂັນທີ່ເດີ່ນດອກປີກໄກ່ທະຫານແຂວງ, ປິ໋ງປ່ອງ ແຂ່ງຂັນທີ່ສະໂມສອນ ພະແນກແຜນການ ແລະ ການລົງທຶນແຂວງ, ເທຄວັນໂດ ແລະ ມວຍປໍ້າ ແຂ່ງຂັນທີ່ສະໂມສອນ ພະແນກໂຍທາທິການແຂວງ, ຢູໂດ, ປັ່ນຈັກສີລັກ, ວູຊູ ແລະ ໝາກແລ້ ແຂ່ງຂັນທີ່ເດີ່ນກີລາໃນຮົ່ມ ວິທະຍາໄລ ຄູຄັງໄຂ, ໝາກເສິກ ແຂ່ງຂັນທີ່ສະໂມສອນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເຮືອຊ່ວງ ແຂ່ງຂັນທີ່ໜອງສະເດັດ ສຸພານຸວົງ 02, ໝາກຂ່າງ, ໜ້າເກັກ ແລະ ຍິງທະນູ ແຂ່ງຂັນທີ່ ສະໜາມເປີດ-ປິດ (ຄັງໜອງຫລວງ), ລົດຖີບ ແຂ່ງຂັນທີ່ເສັ້ນທາງເລກ 7 ແຕ່ບ້ານປ້າງປາງ ຫາ ໂພນສະຫວັນ, ລອຍນໍ້າ ແຂ່ງຂັນທີ່ນະຄອນຫລວງວຽງຈັນ, ບານສົ່ງໃນຮົ່ມ ແລະ ເປຕັງ ແຂ່ງຂັນທີ່ສະໜາມ ສວນມອນ ບ້ານໂງຍ,ໂບລິ້ງ ແຂ່ງຂັນທີ່ສະໂມສອນໂບລິ້ງ ບ້ານໂພນມີໄຊ, ກ໊ອຟ ແຂ່ງຂັນທີ່ເດີ່ນກ໊ອຟ ບ້ານນາເທົາ, ຍິງປືນ ແຂ່ງຂັນທີ່ໂຮງຮຽນນາຍສິບ, ມວຍລາວ ແລະ ມວຍສາກົນ ແຂ່ງຂັນທີ່ຫາດຊາຍ ອ່າງນໍ້າຫງໍາ, ສະນຸກເກີ້ ແຂ່ງຂັນທີ່ເດີ່ນບານເຕະ ບ້ານຍວນ.

ທ່ານ ທອງສີ ພັນທະວົງ ກ່າວ​ຕື່​ມວ່າ: ສໍາລັບພື້ນຖານໂຄງລ່າງ ໃນການກະກຽມຄວາມພ້ອມດ້ານຕ່າງໆ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI ມາຮອດປັດຈຸບັນ ມີຄວາມຄືບໜ້າ ຫລາຍດ້ານ ເປັນຕົ້ນສະໜາມກີລາເປີດ-ປິດ ສໍາເລັດແລ້ວ 75% ຄາດວ່າຈະໃຫ້ສໍາເລັດ 100% ໃນເດືອນພຶດສະພານີ້, ສ່ວນສະໜາມ ກີລາໂບລິ້ງ ສໍາເລັດແລ້ວ 100%, ສະໜາມກ໊ອຟ ສໍາເລັດ 95%, ສະໜາມ ບານສົ່ງໃນຮົ່ມ ສໍາເລັດ 74%, ສະໜາມເປຕັງ ໃນຮົ່ມສໍາເລັດ 74%, ສະໜາມຍິງປືນ ສໍາເລັດ 45%, ສະໜາມ ກີລາມວຍລາຍລາວ–ມວຍສາກົນ ກໍາລັງຈະລົງ ມືກໍ່ສ້າງ ເພາະມີສະຖານທີ່ ຮອງຮັບໄວ້ແລ້ວ. ນອກນັ້ນ, ສະໜາມກີລາບາງປະເພດ ກໍກໍາລັງສໍາຫລວດອອກແບບ ແລະ ເລີ່ມລົງມືກໍ່ສ້າງ ເຊັ່ນດຽວກັນ ຄາດວ່າຈະໃຫ້ສໍາເລັດໃນໄວໆນີ້.

ແຫລ່ງຂ່າວ: ພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...