spot_img
Homeຂ່າວທ້ອງຖິ່ນລາວກຳລັງປະເຊີນໜ້າກັບອາຊະຍາກຳ ທີ່ກ່ຽວຂ້ອງກັບ ຢາເສບຕິດ ເພີ່ມຂຶ້ນ

ລາວກຳລັງປະເຊີນໜ້າກັບອາຊະຍາກຳ ທີ່ກ່ຽວຂ້ອງກັບ ຢາເສບຕິດ ເພີ່ມຂຶ້ນ

Published on

ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານລາວ ຍອມຮັບວ່າ ລາວ ກຳລັງປະເຊີນໜ້າກັບອາຊະຍາກຳທີ່ກ່ຽວຂ້ອງກັບຢາເສບຕິດ ແລະ ມີຄົນຕິດຢາເພີ່ມຂຶ້ນ ເຮັດໃຫ້ຕ້ອງການຄວາມຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ.

ທ່ານ ກຸ ຈັນສີນາ ປະທານຄະນະກຳມະການຄວບຄຸມ ແລະ ກວດກາຢາເສບຕິດແຫ່ງຊາດ ໃຫ້ການຢືນຢັນວ່າໃນຮອບປີທີ່ຜ່ານມາ ທາງການ ລາວ ຈັບກຸມແກັງຄ້າຢາເສບຕິດໄດ້ 2,508 ກໍລະນີ ຈັບກຸມຜູ້ຕ້ອງຫາໄດ້ 3,740 ຄົນ ໃນນີ້ເປັນຜູ້ຕ້ອງຫາເພດຍິງ 558 ຄົນ, ຊາວຕ່າງຊາດ 74 ຄົນ, ຍຶດຢາບ້າໄດ້ເຖິງ 1,869 ກິໂລກຣາມ, ເຮໂຣອິນ 188 ກິໂລກຣາມ, ກັນຊາແຫ້ງ 425 ກິໂລກຣາມ, ຢາໄອສ 144 ກິໂລກຣາມ, ຝິ່ນດິບ 106 ກິໂລກຣາມ, ສານເຄມີ 6,830 ກິໂລກຣາມ, ລົດໃຫຍ່ 97 ຄັນ,
ລົດຈັກ 335 ຄັນ ແລະ ອາວຸດຫຼາຍກວ່າ 180 ລາຍການ ໂດຍພື້ນທີ່ໆຈັບກຸມຜູ້ຕ້ອງຫາໄດ້ຫຼາຍທີ່ສຸດກໍຄືນະຄອນຫຼວງວຽງຈັນ.

ຫາກແຕ່ເປັນທີ່ໜ້າສັງເກດວ່າ ທາງການລາວ ສາມາດຍຶດຢາເສບຕິດຂອງກາງໄດ້ໜ້ອຍລົງເມື່ອທຽບໃສ່ໄລຍະດຽວກັນໃນປີກ່ອນໜ້າທີ່ທາງການລາວ ສາມາດຈັບກຸມນັກຄ້າຢາເສບຕິດໄດ້ 2,414 ກໍລະນີ ມີຜູ້ຕ້ອງຫາ 3,528 ຄົນລວມຜູ້ຕ້ອງຫາເພດຍິງ
534 ຄົນກັບຊາວຕ່າງຊາດ 77 ຄົນ ໂດຍຍຶດຢາບ້າໄດ້ເກີນກວ່າ 3,185 ກິໂລກຣາມ, ເຮໂຣອິນກວ່າ 231 ກິໂລກຣາມ, ກັນຊາແຫ້ງ 2,893 ກິໂລກຣາມ, ຢາໄອສ 150 ກິໂລກຣາມ, ຝິ່ນດິບ 38,95 ກິໂລກຣາມ ແລະ ສານເຄມີຫຼາຍກວ່າ 8,242 ກິໂລກຣາມ.

ທັງນີ້ໂດຍຕາມລາຍງານຂອງຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດໄທ ລະບຸວ່າ ການຮ່ວມມືລະຫວ່າງທາງການຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ, ຫວຽດນາມ ພາຍໃຕ້ປະຕິບັດການແມ່ນໍ້າຂອງປອດໄພຈາກບັນຫາຢາເສບ
ຕິດ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນໃນໄລຍະປີ 2013-2017 ຜ່ານມານັ້ນສາມາດປາບປາມການຄ້າຢາເສບຕິດໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ຫຼາຍກວ່າ 160,000ຄົນ, ຍຶດຢາບ້າໄດ້ຫຼາຍກວ່າ 363 ລ້ານເມັດ, ສານເຄມີຫຼາຍກວ່າ 270 ໂຕນ, ຢາ
ໄອສ 13,310 ກິໂລກຣາມ, ເຮໂຣອິນ ກວ່າ 7,553 ກິໂລກຣາມ, ຝິ່ນດິບ 14,400 ກິໂລກຣາມ, ກັນຊາແຫ້ງ 20 ໂຕນ, ທັງຍັງຍຶດອາວຸດສົງຄາມ ແລະ ອຸປະກອນສື່ສານທີ່ທັນສະໄໝໄດ້ຫຼາຍກວ່າ 10,000 ລາຍການ.

 

ແຫລ່ງຂ່າວ: ວີໂອເອລາວ

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...