Homeຂ່າວຕ່າງປະເທດໂສມແດງລະເມີດຂວໍ້າບາດ

ໂສມແດງລະເມີດຂວໍ້າບາດ

Published on

ອ້າງອີງຈາກມະຕິກອງປະຊຸມວັນທີ 24 ທັນວາ 2017 ທີ່ຜ່ານມາກ່ຽວກັບການອອກມາດຕະການຂວໍ້າບາດຄັ້ງຫຼ້າສຸດຂອງ ສະຫະປະຊາຊາດ (UN) ຕໍ່ເກົາຫລີເຫນືອ ທີ່ທາງເກົາຫລີເຫນືອຖືວ່າເປັນພິຶດຕິການສົງຄາມ ພ້ອມຂູ່ສະຫະລັດກັບປະເທດອື່ນໆທີ່ສະໜັບສະຫນູນມາດຕະການທີ່ວ່າຈະຕ້ອງຊົດໃຊ້ຢ່າງຫນັກ.

ວັນທີ 15 ກຸມພາ ກະຊວງການຕ່າງປະເທດຍີ່ປຸ່ນໃຫ້ຖະແຫລງການວ່າ ກວດພົບຫລັກຖານທີ່ເກົາຫລີເຫນືອລະເມີດມາດຕະການຂວໍ້່າບາດຂອງສະຫະປະຊາຊາດ ຫລັງເຮືອບັນທຸກສິນຄ້າເບລີສ ຊາດອາເມລິກາກາງ ໂອນຖ່າຍສິນຄ້າກາງທະເລກັບເຮືອສິນຄ້າເກົາຫລີເຫນືອ ໃນທະເລຈີນຕາເວັນອອກ ຂະນະທີ່ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ທ່ານ ຊິນໂສະ ອາເບະ ຮັບປາກຕໍ່ ໂດນັລ ທຣໍ້າ ລະຫວ່າງການສົນທະນາທາງໂທລະສັບວ່າ ຈະໃຊ້ມາດຕະການກົດດັນລັດຖະບານເກົາຫລີເຫນືອຕໍ່ໄປຈົນກວ່າຈະລົ້ມເລີກໂຄງການພັດທະນານິວເຄຼຍ ແລະ ຂີປະນາວຸດ.

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...