Homeຂ່າວພາຍ​ໃນກົມໃຫຍ່ຕຳຫຼວດແຈ້ງ ໃຫ້ປ/ຊໄປແຈ້ງຄວາມ ກໍລະນີສົງໄສບໍລິສັດລາວຄຳຍັກຍອກຊັບ

ກົມໃຫຍ່ຕຳຫຼວດແຈ້ງ ໃຫ້ປ/ຊໄປແຈ້ງຄວາມ ກໍລະນີສົງໄສບໍລິສັດລາວຄຳຍັກຍອກຊັບ

Published on

ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການເລກທີ 269/302 ລົງວັນທີ 12 ກຸມພາ 2018.

– ເຖິງ: ໃຫ້ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ພະນັກງານ, ທະຫານ, ຕຳຫຼວດໃນທົ່ວປະເທດ ທີ່ໄດ້ເອົາເງິນໄປຝາກນຳບໍລິສັດ ລາວຄຳ ທີ່ປຶກສາການລົງທຶນ ຈຳກັດ.

– ເລື່ອງ: ໃຫ້ໄປສະໜອງຂໍ້ມູນ ຫຼື ໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ ຖ້າຫາກວ່າທ່ານເຫັນບໍລິສັດດັ່ງກ່າວມີພຶດຕິກຳຍັກຍອກ-ສໍ້ໂກງຊັບ ທີ່ໄດ້ສ້າງຜົນເສຍຫາຍ ຫຼື ບໍ່ໄດ້ຮັບຄວາມເປັນທຳ.

ລາຍລະອຽດຂໍໃຫ້ອ່ານຈາກໃບແຈ້ງການຂ້າງລຸ່ມນີ້:

 

ພໍ່ແມ່ປະຊາຊົນທີ່ບໍ່ເຂົ້າໃຈຫຼືຢາກຕິດຕໍ່ປະສານງານຕື່ມ ກະລຸນາໂທຕິດຕໍ່ພົວພັນຕາມລາຍຊື່ແລະເບີໂທດັ່ງນີ້:

1. ພັທ ປອ ສີສະຫວັດ ສັງສິນໄຊ 020 99393394
2. ພັຕ ຄຳໄພທູນ ລໍວັນຫງຽນ 020 56202555
3. ພັຕ ສົມຊາຍ ມິດດາວົງ 020 97892653
4. ພັຕ ວຽງທອງ ໄຊຍະຈັນ 020 97891453
5. ຮອ ສົມພັນ ບຸນທະວົງ 020 98089554

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...