spot_img
Homeຂ່າວພາຍ​ໃນນາຍົກອອກຄຳສັ່ງໃຫ້ໜ່ວຍງານລັດກວດກາຄືນການຮັບລັດຖະກອນໃໝ່

ນາຍົກອອກຄຳສັ່ງໃຫ້ໜ່ວຍງານລັດກວດກາຄືນການຮັບລັດຖະກອນໃໝ່

Published on

ເມື່ອວັນທີ 9 ກຸມພາທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕ້ອງອອກຄຳສັ່ງເຖິງບັນດາໜ່ວຍງານຕ່າງໆຂອງລັດກ່ຽວກັບການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ໃນນັ້ນເນັ້ນເລື່ອງການບັນຈຸລັດຖະກອນໃໝ່ ເພື່ອແກ້ໄຂປັນຫາພະນັກງານເຫຼືອບໍ່ພໍ ແລະ ຮັບປະກັນການສອບເສັງຄັດເລືອກເອົາລັດຖະກອນ ເພື່ອໃຫ້ໄດ້ຜູ້ເກັ່ງ, ຜູ້ດີ ແລະ ຜູ້ມີຄວາມສາມາດແທ້ມາຮັບໃຊ້ວຽກງານຂອງລັດ.

ໃນຄຳສັ່ງດັ່ງກ່າວ ໄດ້ກຳນົດໃຫ້ບັນດາໜ່ວຍງານຕ່າງໆຂອງລັດຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ກວດກາຄືນການກຳນົດຕຳແໜ່ງງານ ແລ້ວປັບປຸງແກ້ໄຂຈຸດທີ່ຍັງບໍ່ທັນຖືກຕ້ອງໃຫ້ຂາດຕົວ ເນື່ອງຈາກວ່າການກຳນົດຕຳແໜ່ງງານໃນເມື່ອກ່ອນມີລັກສະນະຂອງການເພີ່ມຈຳນວນລັດຖະກອນໃນທຸກໆປີ.

ພ້ອມກັນນັ້ນ ໃນການກຳນົດຕຳແໜ່ງງານ ໜ່ວຍງານລັດຕ່າງໆຕ້ອງມີການວິເຄາະ ແລະ ດັດສົມວຽກໃຫ້ຖືກຕ້ອງ ໂດຍອີງໃສ່ພື້ນຖານຄົນຜູ້ໜຶ່ງຮັບຜິດຊອບຫຼາຍວຽກ ເພື່ອຫຼຸດຜ່ອນການຂໍລັດຖະກອນເພີ່ມຂຶ້ນເລື້ອຍໆ. ສ່ວນເລື່ອງທີ່ໜ່ວຍງານໃດຫາກມີຈຳນວນລັດຖະກອນຫຼາຍເກີນໜ້າວຽກ ກໍ່ໃຫ້ສັບຊ້ອນໄປຍັງໜ່ວຍງານທີ່ຈຳນວນພະນັກງານບໍ່ພໍ ແລະ ຕ້ອງຝຶກອົບຮົມພວກເຂົາໃຫ້ມີຄວາມໜັກແໜ້ນທາງດ້ານວິຊາສະເພາະ ແລະ ມາດຖານອື່ນໆທີ່ຈຳເປັນ.

ທັງນີ້ ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃນຄຳສັ່ງດັ່ງກ່າວອີກວ່າ ກະຊວງພາຍໃນຕ້ອງເປັນເຈົ້າການໃນການຕິດຕາມ ແລະ ແນະນຳທຸກໜ່ວຍງານຂອງລັດກ່ຽວກັບປັນຫາດັ່ງກ່າວ ແລະ ສັ່ງໂຈະທຸກໆການສ້າງຕັ້ງກົງຈັກລັດຂຶ້ນມາໃໝ່ ເພື່ອເປັນການປະຕິບັດນະໂຍບາຍປະຢັດງົບປະມານຂອງລັດ.

 

ແຫລ່ງຂ່າວ: ມ່ວນສະນຸກ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...