spot_img
Homeຂ່າວທ້ອງຖິ່ນປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຖະແຫຼງຂ່າວຊີ້ແຈງ

ປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ຖະແຫຼງຂ່າວຊີ້ແຈງ

Published on

ໃນວັນທີ 4 ກຸມພາ 2018 ນີ້ ທ່ານ ຈ້າວ ເຫວີຍ ປະທານ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ປະທານກຸ່ມ ບໍລິສັດດອກງິ້ວຄໍາ ຈໍາກັດ ໄດ້ອອກມາ ຖະແຫລງຂ່າວ ຕໍ່ກັບຂໍ້ກ່າວຫາ ຂອງຫ້ອງ ການຄຸ້ມຄອງຊັບສິນ ຕ່າງປະເທດຂອງກະຊວງການເງິນ ສະຫະລັດອາເມລິກາ ເມື່ອວັນທີ 30 ມັງກອນ 2018 ຜ່ານມານີ້ ວ່າ: ເປັນຜູ້ຄ້າຂາຍ ຢາເສບຕິດ, ການຄ້າມະນຸດ, ການຟອກເງິນ, ການໃຫ້ສິນບົນ ແລະ ການຄ້າ ຂາຍສັດປ່າ, ໂດຍຖືວ່າ ແມ່ນກຸ່ມອາດສະຍາກອນຂ້າມຊາດ ທີ່ຈະດໍາເນີນ ມາດຕະການຂວ້ຳບາດ.

ທ່ານ ຈ້າວ ເຫວີຍ ໄດ້ກ່າວວ່າ: ຂໍ້ຫາທີ່ກ່າວມາ ຂ້າງເທິງນັ້ນ, ແມ່ນປັ້ງແຕ່ງເລື່ອງ ທີ່ບໍ່ມີມູນຄວາມຈິງ, ລັດຖະບານສະຫະລັດ ອາເມລິກາ ດໍາເນີນການ ຂວ້ຳບາດຝ່າຍດຽວ ຕໍ່ປະເທດອື່ນ ກໍ່ຄື ຂົງເຂດອື່ນ ແມ່ນພຶດຕິກໍາບໍ່ມີເຫດຜົນ ແລະ ໄຮ້ສາລະ, ແມ່ນມີ ຈຸດປະສົງອື່ນ. ພຶດຕິກໍານີ້, ແມ່ນກໍ່ໃຫ້ເກີດ ຄວາມເຂົ້າໃຈຜິດຢ່າງໜັກໜ່ວງ ຕໍ່ສາທາລະນະສັງຄົມ ໃນສາກົນ ອັນໄດ້ກໍ່ໃຫ້ເກີດ ມີຄວາມກັງວົນ ທີ່ບໍ່ຈໍາເປັນໃຫ້ແກ່ ນັກລົງທຶນ ແລະ ນັກທ່ອງທ່ຽວ ຈໍານວນຫລາຍ. ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແລະ ກຸ່ມ ບໍລິສັດດອກງິ້ວຄໍາ ຈໍາກັດ ແມ່ນສະແດງ ຄວາມຄັດຄ້ານຢ່າງເດັດຂາດ, ຂໍໃຫ້ທຸກທ່ານ ຢຶດຖືໃນຄວາມເປັນຈິງ, ບໍ່ຫລົງເຊື່ອ ຄໍາເວົ້າທີ່ເປັນການຊ່າລື.

         ໃນນາມ ນັກລົງທຶນສ່ວນຕົວ ຂອງຂ້າພະເຈົ້າ ແລະ ພະນັກງານ ທີ່ກ່ຽວຂ້ອງ ລວມທັງບໍລິສັດ ທີ່ໄດ້ດໍາເນີນ ທຸລະກິດຢູ່ທຸກໆ ປະເທດ ແລະ ຂົງເຂດ, ພວກເຮົາລ້ວນ ແຕ່ມີພຶດຕິກໍາ ແລະ ການດໍາເນີນທຸລະກິດ ທີ່ຖືກຕ້ອງ ແລະ ປົກກະຕິ, ໂດຍມີຂະແໜງການ ຕຸລາການ ກໍ່ຄື ຂະແໜງການ ກ່ຽວຂ້ອງ ຂອງປະເທດນັ້ນ ເປັນຜູ້ກວດກາຕິດຕາມ ບໍ່ເຄີຍ ໄດ້ສ້າງຜົນເສຍຫາຍ ຕໍ່ຜົນປະໂຫຍດຕໍ່ ຂອງປະເທດໃດ ແລະ ບຸກຄົນໃດ.

         ເຂດເສດຖະກິດ ພິເສດສາມຫລ່ຽມຄໍາ ແມ່ນ ເຂດເສດຖະກິດພິເສດ ທີ່ລັດຖະບານລາວອະນຸມັດສ້າງ ຕັ້ງຂຶ້ນ ໂດຍ ມີລັດຖະບານສູນກາງ ແລະ ອົງການ ປົກຄອງທ້ອງຖິ່ນ ຂອງ ສປປ ລາວ ເປັນຜູ້ຄຸ້ມຄອງ, ຕິດ ຕາມ ແລະ ກວດກາ ຢ່າງຮອບດ້ານ, ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ໄດ້ດໍາເນີນການ ພັດທະນາມາເປັນເວລາ 10 ປີ, ຄ່າ ດັດສະນີຕົວເລກທາງດ້ານ ເສດຖະກິດ ແມ່ນສູງຂຶ້ນ ທຸກປີ ອັນໄດ້ປະກອບສ່ວນ ອັນໃຫຍ່ຫລວງ ເຂົາໃນການພັດທະນາ ເສດຖະກິດ-ສັງຄົມ ທັງເປັນ ທີ່ຍອມຮັບຈາກ ລັດຖະບານ ຂອງ ສປປ ລາວ ກໍ່ຄືປະຊາຊົນ ໃນເຂດທ້ອງຖິ່ນ, ໄດ້ມີການນໍາ ຈໍານວນຫລາຍ ທັງພາຍໃນ ແລະ ຕ່າງປະເທດ ລວມທັງເອກອັກຄະລັດຖະທູດ ແລະ ກົງສູນ ຂອງຕ່າງປະເທດ ມາຢ້ຽມຢາມ ເຂດເສດຖະກິດພິເສດ ດ້ວຍຕົນເອງ ນັບແຕ່ນີ້ຕໍ່ໄປ ເຂດເສດຖະກິດພິເສດ ຍັງຈະສືບຕໍ່ ເຊື້ອເຊີນ ທ່ານເອກອັກຄະລັດຖະທູດ ຕ່າງປະເທດ ມາຢ້ຽມຢາມຊີ້ນໍາ.

       ກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ ໄດ້ດໍາເນີນການ ເຄື່ອນໄຫວລົງທຶນພັດທະນາ ພາຍໃຕ້ລະບຽບກົດໝາຍ ແລະ ສັນຍາ ຢ່າງເຂັ້ມງວດ, ບໍ່ມີເຫດຜົນ ແລະ ແຮງຈູງໃຈໃດໆ  ຍິ່ງເປັນໄປບໍ່ໄດ້ ທີ່ຈະເຄື່ອນໄຫວໃນທາງ ຜິດກົດໝາຍ, ກົງກັນຂ້າມ ພວກຂ້າພະເຈົ້າ ໄດ້ຮ່ວມມື ກັບລັດຖະບານລາວ ເພື່ອຕໍ່ຕ້ານ ແລະ ສະກັດກັ້ນ ພຶດຕິກໍາທີ່ຜິດຕໍ່ກົດໝາຍ ຢ່າງເຂັ້ມງວດ. ຢູ່ຈຸດນີ້  ອົງການຕຸລາການ ຂອງ ສ ປປ ລາວ ແມ່ນຜູ້ມີສິດ ອອກຄວາມເຫັນ. ລັດຖະບານ ສະຫະລັດອາເມລິກາ ໃນນາມ ເປັນລັດຖະບານ ປະເທດມະຫາອໍານາດໃຫຍ່ ຄວນຕ້ອງ ຊ່ວຍຊຸກຍູ້ສົ່ງເສີມການ ພັດທະນາປະເທດ ສປປ ລາວ ໂດຍສະເພາະ ແມ່ນເຂດທ້ອງຖິ່ນ ນັບຖືຄວາມເປັນຈິງ, ຖອນຄືນ ຂໍ້ກ່າວຫາ ກໍ່ຄື ການຂວ້ຳບາດ ທີ່ຜິດພາດດັ່ງກ່າວ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...