spot_img
Homeຂ່າວພາຍ​ໃນລາວໂຕໂຢຕ້າ ເປີດບ້ານເສຍໃຫ້ ບຶກເກັດ ອັງກໍ ທີມຈາກກໍາປູເຈຍໝົດສິດໄປຕໍ່

ລາວໂຕໂຢຕ້າ ເປີດບ້ານເສຍໃຫ້ ບຶກເກັດ ອັງກໍ ທີມຈາກກໍາປູເຈຍໝົດສິດໄປຕໍ່

Published on

ລາວໂຕໂຢຕ້າ ເອັຟຊີ ຕ້ອງພົບກັບຝັນຮ້າຍອີກຄັ້ງ ເມື່ອເປີດບ້ານເສຍໃຫ້ກັບ ບຶກເກັດ ອັງກໍ ທີມຈາກກໍາປູເຈຍ 0-1 ໃນການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2018 ຮອບເພລອ໊ອຟ ນັດຕັດສິນ ໃນວັນທີ 2 ມັງກອນນີ້ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນວັນທີ 4 ກຸມພາ ທີ່ຜ່ານມາ ຫຼັງນັດທໍາອິດເພາະບຸກໄປສະເໝີ 3-3 ລວມ 2 ນັດເສຍໄປ 3-4 ໝົດສິດເຂົາຮອບຕໍ່ໄປ

ຈາກຜົນນັດທໍາອິດ ລາວໂຕໂຢຕ້າ ເອັຟຊີ ເກັບຄວາມໄດ້ປຽບ ເພາະຈະໄດ້ກັບມາຫຼິ້ນໃນບ້ານຂອງຕົວເອງຕ້ອນຮັບການມາຢາມຂອງ ບຶກເກັດ ອັງກໍ ໃນວັນທີ 2 ກຸມພາ 2018 ເວລາ 18:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ຂໍພຽງສະເໝີດ້ວຍການບໍ່ເສຍປະຕູເກີນ 2 ໜ່ວຍ ກໍ່ຈະເຂົ້າຮອບແບ່ງກຸ່ມ ດ້ວຍກົດປະຕູທີມຢາມທັນທີ.

ແຕ່ປະຫວັດສາດກໍ່ຊໍ້າຮອຍຈົນໄດ້ ເມື່ອ ລາວໂຕໂຢຕ້າ ກັບມາແຂ່ງຂັນໃນບ້ານກັບເສຍໃຫ້ກັບທີມດັ່ງກ່າວ 0-1 ເຮັດໃຫ້ລວມຜົນ 2 ນັດເສຍໄປ 3-4 ບໍ່ໄດ້ໄປຫຼິ້ນຮອບແບ່ງກຸ່ມອີກຄັ້ງ ເພາະກ່ອນໜ້າ ການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2017 ຮອບເພລອ໊ອຟ ລາວໂຕໂຢຕ້າ ກໍ່ບຸກໄປສະເໝີກັບ ບຶກເກັດ ອັງກໍ 1-1, ແຕ່ນັດທີ 2 ກັບມາແຂ່ງຂັນໃນບ້ານຂອງຕົວເອງກັບເສຍໃຫ້ກັບທີມດັ່ງກ່າວ 0-1 ເຮັດໃຫ້ຜົນລວມ 2 ນັດເສຍໄປ 1-2 ໝົດສິດຜ່ານເຂົ້າໄປຫຼິ້ນຮອບແບ່ງກຸ່ມທັນທີ.

https://youtu.be/JNAFleJIkLI

 

ແຫລ່ງຂ່າວ: news.laosupdate.com

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...