Homeຂ່າວພາຍ​ໃນຊຽງຂວາງມີໄມ້ເຖື່ອນເກືອບແສນແມັດກ້ອນ

ຊຽງຂວາງມີໄມ້ເຖື່ອນເກືອບແສນແມັດກ້ອນ

Published on

ຫຼາຍສຳນັກຂ່າວໃນລາວ ໄດ້ລາຍງານວ່າ ໃນຕອນ ເຊົ້າວັນທີ 1 ກຸມພາ 2018 ຢູ່ທີ່ຫ້ອງວ່າການປົກຄອງແຂວງ ແຂວງຊຽງຂວາງໄດ້ຈັດກອງປະຊຸມແກ້ໄຂບັນຫາເລື່ອງໄມ້ບໍ່ຖືກຕ້ອງ ໂດຍແມ່ນ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ເປັນປະທານ, ມີຄະນະປະຈຳພັກ ແຂວງ, ເຈົ້າເມືອງ, ຫົວໜ້າຮອງຫົວໜ້າພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມປຶກສາຫາລືເພື່ອແກ້ໄຂໄມ້ທີ່ບໍ່ຖືກຕ້ອງ. ຮູບ: ບຸນມີ

ຕາມຂໍ້ມູນລາຍງານວ່າທົ່ວແຂວງຊຽງຂວາງມີໄມ້ບໍ່ຖືກຕ້ອງຈຳນວນທັງໝົດ 97.488,885 ແມັດກ້ອນ ການທວງຄ່າປັບໄໝຈາກການ ຕັດໄມ້ເກີນອະນຸຍາດຂອງ 9 ບໍລິສັດ (ໂຮງງານ) ເປັນເງິນມູນຄ່າ14.808.458.860 ກີບ ກຳໜົດໃຫ້ຈ່າຍເປັນງວດ ໃຫ້ສຳເລັດໃນປີ 2019 ຊ້າສຸດບໍ່ໃຫ້ກາຍງວດ 1 ປີ 2020.
ໃນຂະນະທີ່ທົ່ວແຂວງ ມີພາຫະນະລາກແກ່(ລົດສະແລວ) 71 ຄັນ ແຂວງໄດ້ອອກຂໍ້ຕົກລົງໃຫ້ມ້າງຕັດແປງເພື່ອ ຮັບໃຊ້ວຽກງານແນວອື່ນ ມີຈັກຕັດໄມ້ 444 ເຄື່ອງ ເຊິ່ງໄດ້ຖືກທຳລາຍຖິ້ມຈຳນວນໜຶ່ງແລ້ວ. ພາຍຫຼັງຄຳສັ່ງເລກທີ15/ນຍ ແລະ ບັ້ນດຳເນີນຊີວິດການ ເມືອງ ເຫັນວ່າຍັງມີການລັກລອບຂົນສົ່ງ ຕັດໄມ້ບາງບໍລິສັດ ແລະ ປະຊາຊົນ.
ປັດຈຸບັນໄມ້ຈຳນວນດັ່ງກ່າວ ໄດ້ມີຫຼາຍບໍລິສັດໄດ້ປະມູນ ແຂວງ, ເມືອງ ແລະ ສູນກາງ ໄດ້ສົມທົບກັນໃນການປະມູນ ແລະ ກຽມເຄື່ອນຍ້າຍໄມ້ຈາກສະໜາມ 2 ເຂົ້າຫາໂຮງງານພາຍໃນໄວໆນີ້. ພ້ອມທັງຍຸບ-ຍົກຍ້າຍບັນດາໂຮງເລື່ອຍ ທີ່ບໍ່ຖືກຕ້ອງ ລາຍງານການເຄື່ອນຍ້າຍໄມ້ໃຫ້ຂັ້ນເທິງຮັບຮູ້ເປັນໄລຍະ ແລະກຽມດຳເນີນປະຕິບັດກົດໝາຍຕໍ່ພະນັກງານ-ປະຊາຊົນຜູ້ມີສ່ວນຮ່ວມໃນການລັກລອບຕັດໄມ້.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...