spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ບຸກຈັບຜູ້ຄ້າເຮໂຣອິນ 3 ໂລກວ່າພ້ອມປືນຫຼາຍກະບອກ

ບຸກຈັບຜູ້ຄ້າເຮໂຣອິນ 3 ໂລກວ່າພ້ອມປືນຫຼາຍກະບອກ

Published on

ໃນວັນທີ 28 ມັງກອນ 2018, ເຈົ້າໜ້າທີ່ພະແນກຕໍາຫຼວດກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ຫາກໍ່ໄດ້ຈັບລາຍໜຶ່ງໝາດໆ ໂດຍສົມທົບກັບກໍາລັງວິຊາສະເພາະ ປກສ ເມືອງ ເຂົ້າກວດຄົ້ນເຮືອນຂອງ ທ້າວ ຈົງເຕັ່ງ ອາຍຸ 53 ປີ ບ້ານວຽງຮັງ ເມືອງສົບເບົາ ແຂວງຫົວພັນ ເຊິ່ງເປັນເປົ້າໝາຍຄ້າຂາຍຢາເສບຕິດ ພົບເຫັນເຮໂຣອິນ 10 ເແທ່ງ ພ້ອມອາວຸດປືນ ແລະ ລູກກະສຸນຫຼາຍຊະນິດ.

ເຈົ້າໜ້າທີ່ ປກສ ແຂວງຫົວພັນ ໃຫ້ຮູ້ວ່າ: ພາຍຫຼັງສືບຮູ້ວ່າ ທ້າວ ຈົງເຕັ່ງ ໄດ້ລັກລອບເອົາເຮໂຣອິນມາຊຸກເຊື່ອງໄວ້ຢູ່ເຮືອນຂອງຜູ້ກ່ຽວ ຈຶ່ງໄດ້ຈັດຕັ້ງກຳລັງລົງເກັບກຳຂໍ້ມູນຕາມແຫຼ່ງຂ່າວທີ່ໄດ້ມາເຫັນວ່າມີມູນຄວາມຈິງ. ຮອດວັນທີ 28 ມັງກອນ 2018 ຈຶ່ງໄດ້ປະສານສົມທົບກັບກອງບັນຊາການ ປກສ ເມືອງສົບເບົາ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງບ້ານ ດັ່ງກ່າວ ນຳກຳລັງເຈົ້າໜ້າທີ່ເຂົ້າປິດລ້ອມເຮືອນຂອງເປົ້າໝາຍເພື່ອກວດຄົ້ນຕົວຈິງ.

ຜ່ານການກວດຄົ້ນແມ່ນພົບເຮໂຣອິນ ຈຳນວນ 10 ແທ່ງ ໜັກ 3,8 ກຼາມ ພ້ອມດ້ວຍອາວຸດປືນຫຼາຍກະບອກເປັນຕົ້ນປືນ 59 ຈໍານວນ 1 ກະບອກ, ປືນວີແຢັດ 1 ກະບອກ, ປືນຍິງລູກອັດ 1 ກະບອກ ແລະ ປືນແວ່ງ 1 ກະບອກ ພ້ອມລູກກະສູນປືນອາກາ 10 ລູກ, ລູກ 59 10 ລູກ, ລູກຊອງ 4 ລູກ ແລະ ລູກປືນວີແຢັດ 14 ລູກ. ດັ່ງນັ້ນ, ຈຶ່ງໄດ້ຈັບຕົວທ້າວ ຈົງເຕັ່ງ ມາດຳເນີນການສືບສວນ-ສອບສວນຂະຫຍາຍຜົນ. ທ້າວ ຈົງເຕັ່ງ ສາລະພາບແລ້ວວ່າ: ເຮໂຣອິນ ແລະ ອາວຸດປືນຈໍານວນນັ້ນ ເປັນຂອງຜູ້ກ່ຽວແທ້.

 

ແຫລ່ງຂ່າວ: ໜັງສືພິມ ປກສ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...