Homeຂ່າວຕ່າງປະເທດຣັດເຊຍສົ່ງເຮືອບິນຮົບ Su-27 ຂຶ້ນສະກັດເຮືອບິນສອດແນມສະຫະລັດ

ຣັດເຊຍສົ່ງເຮືອບິນຮົບ Su-27 ຂຶ້ນສະກັດເຮືອບິນສອດແນມສະຫະລັດ

Published on

ເຮືອບິນຮົບຣັດເຊຍຂຶ້ນບິນສະກັດເຮືອບິນສອດແນມສະຫະລັດ ເໜືອນ່ານຟ้าທະເລດຳ
ເມື່ອວັນທີ 29 ມັງກອນ 2018 ທີ່ຜ່ານມາ ກະຊວງປ້ອງກັນປະເທດຂອງຣັດເຊຍກ່າວວ່າ ເຮືອບິນຮົບ Su-27 ຂອງຣັດເຊຍໄດ້ສະກັດກັ້ນເຮືອບິນສອດແນມຂອງສະຫະລັດ ຫຼັງຈາກເຮືອບິນສອດແນມກອງທັບສະຫະລັດໄດ້ປ່ຽນເສັ້ນທາງການບິນ ແລະ ບິນອອກໄປຈາກຊາຍແດນ ເຮືອບິນ Su-27 ກໍ່ບິນກັບສູ່ຖານທັບ ເຈົ້າໜ້າທີ່ຂອງຣັດເຊຍກວ່າວ່າ ເຮືອບິນສອດແນມຂອງສະຫະລັດບໍ່ໄດ້ລະເມີດນ່ານຟ້າຂອງຣັດເຊຍ ໃນຂະນະທີ່ສະຫະລັດໄດ້ອອກມາຢືນຢັນວ່າການສະກັດກັ້ນຂອງເຮືອບິນຣັດເຊຍຖືເປັນການກະທຳທີ່ບໍ່ປອດໄພ

ໂດຍການສະກັດກັ້ນຄັ້ງນີ້ ເຮືອບິນຮົບຂອງຣັດເຊຍໄດ້ບິນຂ້າມທີ່ດ້ານໜ້າເຮືອບິນຂອງສະຫະລັດ ຈາກຝັ່ງຂວາໄປຝັ່ງຊ້າຍ ຂະນະເຮືອບິນສະຫະລັດເຮັດການບິນດ້ວຍການໃຊ້ອາຟເຕີເບຣິນເນີ ຫຼື ອຸປະກອນສັນດາປຕອນທ້າຍຂອງເຄື່ອງ ກໍ່ຖືກບັງຄັບໃຫ້ຕ້ອງພົບກັບສະຖານະການ “Jet Wash” (ມວນອາກາດຂະໜາດໃຫຍ່ພຸ້ງຈາກດ້ານຫຼັງໄປດ້ານໜ້າເຮືອບິນ) ເຊິ່ງສົ່ງຜົນໃຫ້ເຮືອບິນຂອງສະຫະລັດເຄື່ອນທີ່ຮອບແກນ (roll) 15 ອົງສາ ແລະ ເກີດການປັ່ນປ່ວນຂອງອາກາດຢ່າງຮຸນແຮງ ນີ້ເປັນການອ້າງອີງຈາກຄຳກ່າວຂອງພນຕີ Michelle Baldanza ໂຄສົກກະຊວງປ້ອງກັນປະເທດສະຫະລັດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...