spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018

ສະພາແຫ່ງຊາດລາວ ໄດ້ຮັບຮອງເອົາ ແຜນການງົບປະມານ ລາຍຮັບ-ລາຍຈ່າຍ ປະຈຳປີ 2018

Published on

ລັດຖະບານລາວ ຈະຈັດເກັບລາຍຮັບໃຫ້ໄດ້ ບໍ່ຕ່ຳກວ່າ 25,452 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ດ້ວຍການຈັດຕັ້ງປະຕິບັດ ວິໄນການເງິນໃນພາກລັດຖະບານ ຢ່າງເຂັ້ມງວດ.

ທ່ານ ອາດສະພັງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ຖະແຫຼງຢືນຢັນວ່າ ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມ ໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ທີ່ຜ່ານມາ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ 2018 ຂອງລັດຖະບານລາວຢ່າງເປັນທາງການ ທັງຍັງໄດ້ກຳນົດໃຫ້ ລັດຖະບານ ລາວ ຕ້ອງຈັດຕັ້ງປະຕິບັດຕາມແຜນການ ແລະ ເປົ້າໝາຍທີ່ວາງໄວ້ ຢ່າງເຂັ້ມງວດ.

ທັງນີ້ ໂດຍລັດຖະບານລາວ ຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ ໃນມູນຄ່າບໍ່ຕ່ຳກວ່າ 25,452 ຕື້ກີບ ຄິດເປັນ 17.02 ເປີເຊັນ ຂອງມູນຄ່າຜະລິດຕະພັນລວມພາຍໃນ ຫຼື (GDP) ແລະພ້ອມກັນນີ້ ກໍຍັງຈະຕ້ອງຄວບຄຸມລາຍຈ່າຍ ໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນ ຂອງ GDP ຊຶ່ງລັດຖະບານລາວ ໂດຍກະຊວງການເງິນ ກໍໄດ້ຈັດຕຽມແຜນການຈັດຕັ້ງປະຕິບັດໄວ້ ຢ່າງເປັນຮູບປະທຳແລ້ວກໍຄືການກຳນົດໃຫ້ທຸກພາກສ່ວນ ຈະຕ້ອງຈັດຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດ ຮວມທັງ ຍັງຈະນຳໃຊ້ເທັກນິກ ທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບ ຈາກພາສີອາກອນຕ່າງໆ ອີກດ້ວຍ.

ທ່ານ ອາດສະພັງທອງ ຢືນຢັນການຈັດຕັ້ງປະຕິບັດຕາມແຜນການດັ່ງກ່າວ ຈະເຮັດໃຫ້ລັດຖະບານຂາດດຸນງົບປະມານ ໃນມູນຄ່າລວມບໍ່ເກີນ 7,357 ຕື້ກີບ ຄິດເປັນ 4.92 ເປີເຊັນ ຂອງ GDP ໃນຕະຫຼອດປີ 2018 ຊຶ່ງຄາດວ່າ ຈະມີມູນຄ່າລວມ 149,471 ຕື້ກີບ ຫຼື 18,100 ລ້ານໂດລາ ຕາມອັດຕາແລກປ່ຽນໃນປັດຈຸບັນນີ້ ຫາກແຕ່ວ່າ ໃນແຜນການປີ 2017 ທີ່ຜ່ານມາ ກໍປາກົດວ່າ ລັດຖະບານລາວ ຂາດດຸນງົບປະມານ ໃນມູນຄ່າລວມ 8,019 ຕື້ກີບ ຄິດເປັນ 6.18 ເປີເຊັນ ຂອງ GDP ໂດຍມີລາຍຈ່າຍພາກລັດ ໃນມູນຄ່າ 31,508 ຕື້ກີບ ຄິດເປັນ 97.24 ເປີເຊັນ ຂອງແຜນການປີ ຫາກແຕ່ວ່າລາຍຈ່າຍດັ່ງກ່າວຍັງບໍ່ລວມເຖິງໜີ້ສິນ ທີ່ລັດຖະບານລາວ ຕ້ອງຊຳລະຄືນໃນທ້າຍປີ 2017 ແຕ່ຢ່າງໃດ ໝາຍຄວາມວ່າ ລັດຖະບານລາວ ຍັງຈະຕ້ອງສັນຫາງົບປະມານອີກເຖິງ 6,216 ຕື້ກີບເພື່ອຊຳລະເງິນກູ້ ແລະໜີ້ພັນທະບັດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງກໍ່ເຮັດໃຫ້ລັດຖະບານລາວ ຂາດດຸນງົບປະມານໃນຄວາມເປັນຈິງ ເກີນກວ່າ 10.97 ເປີເຊັນ ຂອງ GDP ນັ້ນເອງ.

 

ແຫລ່ງຂ່າວ: ວີໂອເອ

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...