Homeຂ່າວຕ່າງປະເທດຈີນ ບໍ່​ອະ​ນຸ​ຍາດ​ໃຫ້​​ໄຕ້​ຫວັນ​ຕັດ​ແຍກອອກ​ຈາກ​ປະ​ເທດ​ຊາດຢ່າງ​ເດັດ​ຂາດ

ຈີນ ບໍ່​ອະ​ນຸ​ຍາດ​ໃຫ້​​ໄຕ້​ຫວັນ​ຕັດ​ແຍກອອກ​ຈາກ​ປະ​ເທດ​ຊາດຢ່າງ​ເດັດ​ຂາດ

Published on

ຕາມຂ່າວຈາກຊີອາໄອລາຍງານໃຫ້ຮູ້ວ່າ ໃນ​ກໍ​ລະ​ນີ​ທີ່ທ່ານ ​ຍິງ​ເວີນ ຜູ້​ນຳ​ໄຕ້​ຫວັນ​ກ່າວ​ໃນ​ເມື່ອ​ບໍ່ດົນມາ​ນີ້​ວ່າ​ມັນ​ບໍ່​ສາ​ມາດ​ປະ​ຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ແຜ່ນ​ດິນ​ໃຫຍ່​ຈີນ​ຈະ​ໃຊ້​ກຳ​ລັງ​ອາ​ວຸດ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​.

ທ່ານ ​ອູ​ຊຽນ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ວັນ​ທີ25  ມັງ​ກອນ​ນີ້​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ໃນ​ອະ​ນາ​ຄົດ​ດ້ວຍ​ຄວາມ​ຈິງ​ໃຈຫຼາຍ​ທີ່​ສຸດ, ແຕ່​ບໍ່​ອະ​ນຸ​ຍາດ​ໃຫ້​ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ປະ​ເທດ​ຊາດ​ຢ່າງເດັດ​ຂາດ​.”

ທ່ານ ​ອູ​ຊຽນ​ຍັງ​ກ່າວ​ຕື່ມ​ວ່າໄລ​ຍະອັນໄກ້​ນີ້ ໜ່ວຍ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ “ລຽວ​ນິງ”​ ໄດ້​ດຳ​ເນີນ​ການ​ຝຶກ​​ຊ້ອມ​ຂ້າມ​​ເຂດທະ​ເລຕາມ​ແຜນ​ປະ​ຈຳ​ປີ​ເຊິ່ງ​ຈຸດ​ປະ​ສົງ​ກໍ່​ເພື່ອກວດ​ສອບ​ອາ​ວຸດ​ຍຸດ​ໂທ​ປະ​ກອນ ​ແລະ​ ການ​ຝຶກ​ຊ້ອມຂອງກອງ​ທັບ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...